ແຂວງ​ຈຳປາ​ສັກ

 ເນື້ອທີ: 15.415 ກິໂລຕາແມັດ
 ພົນລະເມືອງ: 733,582 ຄົນ, ຍີງ: 370,433 ຄົນ, ຊາຍ 363,149 ຄົນ ແລະ ຄວາມໜາແໜ້ນ 45 ຄົນ/ກິໂລຕາແມັດ
 (ສະຖິຕິ ກາງປີ 2018)
 
 10 ເມືອງ: ມ.ບາຈຽງຈະເລີນສຸກ, ມ. ປາກເຊ, ມ.ປາກຊ່ອງ, ມ.ໂພນທອງ, ມ.ຊະນະສົມບູນ, ມ.ສຸຂຸມາ, ມ.ປະທຸມພອນ, ມ.ມູນລະປະໂມກ, ມ.ໂຂງ  ແລະ ມ.ຈຳປາສັກ


 ຈຳປາສັກ ແມ່ນໜຶ່ງໃນສອງແຂວງ ຂອງສປປ ລາວ ທີ່ຢູ່ທາງຝັ່ງຂວາແມ່ນ້ຳຂອງ, ມີປະຊາກອນຫລາຍ ເປັນອັນດັບສາມ ຂອງປະເທດ. ແຂວງຈຳປາສັກ ເປັນດິນແດນ ແຫ່ງປະຫວັດສາດ ຂອງຊົນຊາດຂອມ ຫລື ຂະເໝນບູຮານ ໃນລະຫວ່າງສະຕະວັດທີ່ 4-9. ເມື່ອຂອມເສື່ອມອຳນາດ ໃນສະຕະວັດທີ່ 10-12, ຊົນຊາດລາວ ທີ່ເຄື່ອນ ຍ້າຍມາຈາກ ພາກໃຕ້ຂອງຈີນ ໄດ້ເຕົ້າໂຮມກັນ ແລະ ຢູ່ຮ່ວມກັບຊາວຂອມ. ພາຍຫລັງເຈົ້າຟ້າງຸ່ມ ໄດ້ເຕົ້າໂຮມດິນແດນເປັນ ອັນໜຶ່ງອັນດຽວກັນ ອານາຈັກຈາມປາ ຫລື ຈຳປາສັກ ຂອງອານາຈັກລ້ານຊ້າງ ຈົນເຖິງ ສະຕະວັດ ທີ່ 18.  ພື້ນທີ່ເບື້ອງທິດຕາເວັນຕົກ ຂອງແຂວງຈຳປາສັກ ເປັນທົ່ງພຽງ ລ່ອງລຽບຕາມລຳແມ່ນ້ຳຂອງ. ທົ່ງນາ ອັນກວ້າງຂວາງ ແຫ່ງນີ້ຈິ່ງເຮັດໃຫ້ຈຳປາສັກ  ກາຍເປັນອູ່ເຂົ້າອູ່ປາ, ເປັນດິນແດນ ທີ່ອຸດົມສົມບູນ ກວ່າໝູ່ໃນສປປ ລາວ.


ແຂວງ​​ຈຳປາ​ສັກ

ຈໍາປາສັກ ມີພູພຽງບໍລະເວນ ຊຶ່ງສູງກວ່າລະດັບນ້ຳທະເລ 1.000 ກວ່າແມັດ ເປັນດິນເຖົ່າພູເຂົາໄຟເກົ່າ, ເຮັດໃຫ້ສາມາດປູກ ໝາກໄມ້ ແລະ ຜັກໄດ້ດີເຊັ່ນ: ກາເຟ, ໝາກສະເວີ່, ມັນຝຣັ່ງ, ກະລຳປີ, ກາລົດ, ຜັກບົ່ວໃຫຍ່... ແຂວງຈຳປາສັກ ເປັນແຂວງທີ່ມີເກາະດອນຫລາຍກວ່າໝູ່ ຈົນໄດ້ຊື່ວ່າ ສີ່ພັນດອນ ຫລື ສີພັນດອນ. ເຂດຊາຍແດນໃຕ້ສຸດ ແມ່ນແກ້ງໃຫຍ່ລີ່ຜີ ອັນເປັນແກ້ງທີ່ງົດງາມ ແລະ ໃຫຍ່ ເປັນອັນດັບໜຶ່ງ ຂອງອາຊີຕາເວັນອອກສ່ຽງໃຕ້. ນອກຈາກນັ້ນ ຈຳປາສັກຍັງມີຜາສາດຫີນ ທີ່ເອີ້ນຕິດປາກກັນວ່າ ວັດພູຈຳປາສັກ, ຊຶ່ງໃຊ້ກ້ອນຫີນທີ່ ຄັວດ ເປັນ ລິງລາຍຕາມເລື່ອງ ຂອງສາສະໜາພາມ ເຊັ່ນ: ພະສີວະ, ພະນາຣາຍ, ພະວິດສະນຸ, ນາງຟ້າ ຫລື ນາງ ອັບປະ ສອນ... ຜາສາດ ຫີນສ້າງ ຂຶ້ນໃນລະຫວ່າງພ.ສ 1200 ຫລື ຄ.ສ 700. ປີ 2003. ຜາສາດຫີນວັດພູຈຳປາສັກຖືກປະກາດ ເປັນມໍລະດົກໂລກ ໂດຍອົງການ ສະຫະປະຊາຊາດ ເພື່ອວັດທະນະທຳ ແລະ ການສຶກສາ (ອຸຍແມັສໂກ). ບຸນວັດພູ ຖືກຈັດຂຶ້ນໃນເດືອນສາມເພັງ ຂອງ ທຸກໆ ປີ. ແຂວງ​ຈຳ​ປາ​ສັກ​ ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ແຫລ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ໃນ​ນັ້ນ​ເນື້ອ​ທີ່​ກະ​ສິ​ກຳ​ກວມ 37%, ເນື້ອ​ທີ່​ປ່າ​ 895.500 ​ເຮັກ​ຕາ ກວມ​ເອົາ 58,09%, ​ປ່າ​ສະ​ຫງວນ​ແຫ່ງ​ຊາດ 3 ແຫ່ງ​ມີ​ເນື້ອ​ທີ່​ເຖິງ 425.600 ເຮັກຕາ, ກວມ 47,53% ນອກ​ຈາກ​ນັ້ນ​ຍັງ​ມີ​ເຂດ​ປ່າ​ສະ​ຫງວນ​ຂອງ​ແຂວງ​ອີກ 7 ແຫ່ງ. ແຂວງ​ຈຳ​ປາ​ສັກ​ ອຸດົມດ້ວຍແຮ່​ທາດ​ຫລາຍ​ຊະ​ນິດ​ເຊັ່ນ:​ ບໍ່​ເກືອ​,​ ບໍ່​ດິນ​ຫນຽວ​, ບໍ່​ທອງ​ເຫລືອງ,​ ບໍ່​ບົກ​ຊິດ​, ບໍ່​ບາ​ຣິດ​, ບໍ່​ຊືນ​, ບໍ່​ແກ້ວ​ອາ​ເມ​ຕິດ​, ບໍ່​ຖ່ານ​ຕົມ​.





ວັດພູຈໍາປາສັກ

 ຄອນພະເພັງ


 ຂົວປະຫວັດສາດຢູ່ດອນເດດ


 


 


  
ຜົ້ງສາລີ     |     ຫລວງນໍ້າທາ    |    ບໍແກ້ວ     |    ອຸດົມໄຊ     |    ຫລວງພະບາງ     |    ໄຊຍະບູລີ     |    ຊຽງຂວາງ     |    ຫົວພັນ     |    ໄຊສົມບຸນ     |    ວຽງຈັນ    
    ນະຄອນຫລວງວຽງຈັນ     |   ບໍລິຄໍາໄຊ     |    ຄໍາມ່ວນ    |   ສະຫວັນນະເຂດ     |    ສາລະວັນ     |   ເຊກອງ     |   ຈໍາປາສັກ   |    ອັດຕະປຶ    




Top