ລັດຖະມົນຕີ ສສກ ຕ້ອນຮັບຜູ້ປະສານງານກອງເລຂາ ກອງທຶນ ຮ່ວມມືສາກົນ ເພື່ອການສຶກສາ ປະຈຳລາວ ແລະ ທູດອາເມລິກາ

01/08/2025 18:42
Email Print 246
KPL ຂປລ. ໃນວັນທີ 1 ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຕາເລຍ ມີແຣນດາ ຜູ້ປະສານງານ ກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE) ປະຈໍາ ສປປ ລາວ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.


ຂປລ. ໃນວັນທີ 1 ສິງຫາ 2025 ນີ້, ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ຕາເລຍ ມີແຣນດາ ຜູ້ປະສານງານ ກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ (GPE) ປະຈໍາ ສປປ ລາວ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ໃນໂອກາດທີ່ ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງເປັນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່.
ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ນາງ ຕາເລຍ ມີແຣນດາ ແລະ ທ່ານ ນາງ ແຮັດເຕີ ວາເຣຍອາວາ ທີ່ໄດ້ນໍາພາຄະນະເດີນທາງມາຢ້ຽມຢາມ, ພົບປະໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ທົບທວນຄືນ ການຮ່ວມມື ແລະ ການຊຸກຍູ້ສົ່ງເສີມ ດ້ານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໂດຍສະເພາະ ການສຶກສາ ແລະ ກິລາ ລະຫວ່າງ ສປປ ລາວ-ກອງທຶນຮ່ວມມືສາກົນເພື່ອການສຶກສາ ແລະ ສະຫະລັດອາເມລິກາ ໃຫ້ໄດ້ຮັບການພັດ ທະນາ ແລະ ແຕກດອກອອກຜົນຂຶ້ນໄປເລື້ອຍໆ. ພ້ອມນີ້, ທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຍັງໄດ້ລາຍງານສະພາບ ການຈັດຕັ້ງປະຕິບັດວຽກງານດ້ານການສຶກສາ, ວິທະຍາສາດ ແລະ ກິລາ ກໍຄື ວຽກງານການພັດທະນາຊັບພະຍາກອນມະນຸດ ຢູ່ ສປປ ລາວ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸງຍາກ, ສິ່ງທ້າທ້າຍກ່ຽວກັບການສຶກສາ ໃນໄລຍະຜ່ານມາ, ພ້ອມທັງຖືໂອກາດນີ້, ສະແດງຄວາມຂອບໃຈ ຕໍ່ກອງທຶນຮ່ວມມືສາກົນເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ລັດຖະບານອາເມລິກາ ທີ່ໄດ້ໃຫ້ການສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ ແກ່ ສປປ ລາວ ຕະຫລອດມາ.


ໂອກາດດຽວກັນ, ຜູ້ປະສານງານກອງເລຂາ ກອງທຶນຮ່ວມມືສາກົນເພື່ອການສຶກສາ ປະຈໍາ ສປປ ລາວ ແລະ ເອກອັກຄະລັດຖະທູດ ແຫ່ງ ສ ອາເມລິກາ ປະຈຳລາວ ກໍໄດ້ສະແດງຄວາມຂອບ ໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້, ທັງສອງທ່ານກໍສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ທອງສະລິດ ມັງໜໍ່ເມກ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ຄົນໃໝ່, ພ້ອມທັງ ຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມື, ສະໜັບສະໜູນ, ຊ່ວຍເຫລືອດ້ານການສຶກສາ, ວິທະຍາສາດ ແລະ ກິລາ ແກ່ ສປປ ລາວ ກໍຄື ຮ່ວມມື ກັບກະຊວງສຶກສາທິການ ແລະ ກິລາ ເພື່ອພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ຢູ່ ສປປ ລາວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ພັດທະນາ ຂຶ້ນໄປເລື້ອຍໆ.

ຂ່າວ: ກິດຕາ
ພາບ: ຂັນໄຊ
KPL

ຂ່າວອື່ນໆ


Top