ມຽນມາ ປະກາດຈັດຕັ້ງລັດຖະບານສະຫະພາບຊຸດໃໝ່

01/08/2025 22:01
Email Print 246
KPL ສະຖານີວິທະຍຸ ແລະ ໂທລະພາບ ມຽນມາ (MRTV) ລາຍງານວ່າ: ສະພາການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ມຽນມາ ໄດ້ຈັດຕັ້ງ ລັດຖະບານ ສະຫະພາບຊຸດໃໝ່ ພ້ອມກັບ ຄະນະກຳມະທິການ ຄວາມໝັ້ນຄົງ ແລະ ສັນຕິພາບ ແຫ່ງລັດ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ ລາຍງານວ່າ: ວັນທີ 31 ກໍລະກົດ, ສະຖານີວິທະຍຸ ແລະ ໂທລະພາບ ມຽນມາ (MRTV) ລາຍງານວ່າ: ສະພາການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ແຫ່ງຊາດ ຂອງ ມຽນມາ ໄດ້ຈັດຕັ້ງ ລັດຖະບານ ສະຫະພາບຊຸດໃໝ່ ພ້ອມກັບ ຄະນະກຳມະທິການ ຄວາມໝັ້ນຄົງ ແລະ ສັນຕິພາບ ແຫ່ງລັດ.

ລັດຖະບານ ສະຫະພາບຊຸດໃໝ່ ຈະນຳໂດຍ ທ່ານ ອູຢໍ ຊໍ ດຳລົງຕຳແໜ່ງ ນາຍົກ ລັດຖະມົນຕີ ແລະ ພົນເອກ ອາວຸໂສ ມິນອ່ອງ ຫລ່າຍ ດຳລົງຕໍາແໜ່ງ ປະທານ ຄະນະກຳມະທິການ, ຄຽງຄູ່ກັນນັ້ນ ສະພາ ຍັງມີມະຕິ ຍົກເລິກ ຄຳສັ່ງ ທີ່ເຄີຍມອບ ອຳນາດ ສູງສຸດ ໃນການປົກຄອງ ໃຫ້ແກ່ ຜູ້ບັນຊາການ ທະຫານສູງສຸດອີກດ້ວຍ. ນອກຈາກນີ້ ທ່ານ ຊໍ ມິນ ຕຸນ ໂຄສົກ ສະພາ ບໍລິຫານ ແຫ່ງລັດ ຂອງ ມຽນມາ ລະບຸວ່າ: ສະພາການປ້ອງກັນປະເທດ ແລະ ຄວາມໝັ້ນຄົງແຫ່ງຊາດ ມີມະຕິ ຍົກເລິກ ພາວະສຸກເສີນ ເພື່ອກຽມຈັດການ ເລືອກຕັ້ງ ທົ່ວໄປ ໃນປະເທດ. /

KPL

ຂ່າວອື່ນໆ


Top