KPL
ຂປລ. ເມື່ອບໍ່ດົນມານີ້, ຄະນະຮັບຜິດຊອບສູນຊີ້ນໍາຮ່ວມ, ສູນບັນຊາການຊ້ອມຮົບຮ່ວມ ສອງກອງທັບລາວ-ຈີນ ພ້ອມດ້ວຍອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງທັງສອງຝ່າຍ ຈັດກອງປະ ຊຸມປຶກສາຫາລືແລກປ່ຽນບົດຮຽນ ແລະ ເອກະພາບເນື້ອໃນແຜນການຊ້ອມຮົບ ໃຫ້ມີຄວາມຮັບປະກັນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ ຕາມການມອບໝາຍຂອງຂັ້ນເທິງ.

ການປຶກສາຫາລືຄັ້ງນີ້, ສອງຝ່າຍໄດ້ກຳນົດຈຸດ ຂອບເຂດນ່ານຟ້າ, ແຜນທີ່ເສັ້ນທາງອາກາດ ແລະ ແຜນທີ່ການຈັດວາງ ກໍາລັງໃນການຝຶກແອບ ຊ້ອມຮົບຮ່ວມໃນພາກສະໜາມ ທີ່ຈະຝຶກຊ້ອມ ໃນແຕ່ລະ ບາດກ້າວຢ່າງລະອຽດ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ, ທັງມີຄວາມຮັບປະກັນຄວາມປອດໄພ ລວມ ເຖິງຕ້ອງກໍາແໜ້ນບັນດາທິດສະດີ, ຫລັກການ. ພ້ອມນັ້ນ, ຍັງໄດ້ມີການ ປຶກສາຫາລື ຫລາຍບັນຫາສໍາຄັນ ທີ່ສອງຝ່າຍມີຄວາມສົນໃຈ ໃນວຽກງານກ່ຽວຂ້ອງຂອງການຝຶກຊ້ອມ, ຫັດແອບ ເພື່ອຖອດຖອນບົດ ຮຽນຮ່ວມກັນ ໃນການຈັດຕັ້ງ ປະຕິບັດແຜນການ ສູ້ຮົບຮ່ວມລາວ-ຈີນ "ໂລ້ກໍາບັງມິດຕະພາບ-2024" ໃນຄັ້ງນີ້ ໃຫ້ດໍາເນີນໄປດ້ວຍເນື້ອໃນຈິດໃຈ ທີ່ເປັນເອກະພາບ, ມີຄວາມປອງດອງສາມັກຄີ ກັບເພື່ອນກອງທັບ ປົດປ່ອຍປະຊາຊົນຈີນ ແລະ ມີໝາກຜົນສໍາເລັດຮ່ວມກັນ ເພື່ອນໍາເອົາບົດຮຽນ, ປະສົບການໃນການຊ້ອມຮົບຮ່ວມລາວ-ຈີນ ໄປຈັດຕັ້ງປະຕິບັດ ໝູນໃຊ້ເຂົ້າໃນ ການພັດທະນາປັບປຸງ ກໍ່ສ້າງກອງທັບໃຫ້ກາຍເປັນ ກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ.
ຂ່າວ: ຄໍາອ້າຍ ທອງວັນ.
KPL