KPL
ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ
ຂປລ. ສະພາປະຊາຊົນນະຄອນຫລວງວຽງຈັນ (ສປນວ) ເປີດກອງປະຊຸມສະໄໝສາມັນເທື່ອທີ 7 ຊຸດທີ II ໃນວັນທີ 8 ກໍລະກົດ 2024 ຢູ່ອົງການປົກຄອງນະຄອນຫລວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ມີສະມາຊິກ ສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນມີຄຳເຫັນວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງ ນວ ເປັນຕົ້ນ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງ ນະຄອນຫລວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຜນງົບປະມານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງ ນວ ຕິດພັນກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບ ດໍາເນີນກອງປະຊຸມອາຊຽນ ຂອງ ນວ. ພ້ອມທັງພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດ ບັນດາຄາດໝາຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຢູ່ ນວ; ຮັບຟັງການລາຍງານບາງບັນຫາສໍາຄັນພື້ນຖານ ເຊັ່ນ: ການຈັດຕັ້ງປະຕິບັດ ແລະ ການຊົດເຊີຍ ໂຄງການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ 230 ກິໂລໂວນ ແຕ່ສະຖານີເພຍລາດ-ສະຖານີໄຟຟ້າ ນາຊາຍທອງ, ຮັບຟັງການລາຍງານກ່ຽວກັບ ມາດຕະການໃນ ການຈັດຕັ້ງປະຕິບັດວຽກງານ ສ ສະຫວ່າງ ຢູ່ ນວ, ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດເລກທີ 13 ເໜືອ ຊ່ວງສາມແຍກສີໄຄ-ສີເກີດ, ຮັບຟັງການລາຍງານ ກ່ຽວກັບມາດຕະການຕ້ານ ແລະ ແກ້ໄຂບັນຫານໍ້າຖ້ວມຂັງຢູ່ ນວ; ຮັບຟັງການລາຍງານກ່ຽວກັບ ການດໍາເນີນ ການຈັດຕັ້ງ ປະຕິບັດການຜັນຂະຫຍາຍ ແລະ ຊຸກ ຍູ້ສົ່ງເສີມການທ່ອງທ່ຽວ; ຮັບຟັງການລາຍງານກ່ຽວກັບ ການຈັດຕັ້ງປະຕິບັດການຊົດເຊີຍ ໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການ ພັດທະນາເນື້ອທີ່ດິນ 51,1 ເຮັກຕາ ຂອງໂຄງການທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ນວ; ຮັບຟັງການລາຍງານ ກ່ຽວກັບມາດຕະການຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ ໃຫ້ສາມາດຕອບສະໜອງ ສະບຽງອາຫານ ແລະ ສະກັດກັ້ນການນໍາເຂົ້າສິນຄ້າ ຈາກພາຍນອກຢູ່ ນວ; ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດ ການລົບລ້າງໃບຕາດິນ 16 ຕອນ ທີ່ນອນໃນເຂດໂຄງການພັດທະນາ ສຳປະທານບຶງສາລາຄໍາ ຂອງບໍລິສັດມິດຕະພາບ ພັດທະນາການກະເສດ ຈຳກັດ ຢູ່ເມືອງຫາດຊາຍຟອງ; ຮັບຟັງ ການລາຍງານ ການເກັບກຳຂໍ້ມູນການບຸກລຸກຈັບຈອງ ແລະ ອອກໃບຕາດິນ ຢູ່ເຂດປ່າສະຫງວນ ແຫ່ງຊາດພູພະນັງ; ຮັບຟັງການລາຍງານ ກ່ຽວກັບວຽກງານທີ່ຕິດພັນກັບ ກອງບັນຊາການ ປ້ອງກັນຄວາມສະຫງົບ ນວ. ພ້ອມນີ້, ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ລາຄາຫົວໜ່ວຍທົດແທນ ຕໍ່ຊັບສິນທີ່ໄດ້ຮັບຜົນກະທົບ ຈາກໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ໃຕ້; ພິຈາລະນາ ແລະ ຮັບ ຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ມະຕິກອງປະຊຸມສະໄໝ ສາມັນເທື່ອທີ 6 ຂອງສະພາປະຊາ ຊົນ ນວ ຊຸດທີ II ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານປີ 2023 ແລະ ແຜນ ການຈຸດສຸມປີ 2024 ຂອງອົງການ ໄອຍະການປະຊາຊົນ ແລະ ສານປະຊາຊົນ ພາກກາງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນະຄອນຫລວງວຽງຈັນ; ຮັບຟັງການລາຍງານກ່ຽວກັບການຈັດ ຕັ້ງປະຕິບັດ ຄໍາຕັດສິນຂອງສານໄລຍະ 6 ເດືອນຕົ້ນປີ 2024 ແລະ ການຈັດຕັ້ງປະຕິບັດດຳລັດ ວ່າດ້ວຍຊັບສິນທີ່ຖືກຍຶດ, ອາຍັດ ແລະ ຮີບເປັນຂອງລັດ; ພິຈາລະນາ ແລະ ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2024 ຂອງສະພາປະຊາຊົນ ນວ ຕິດພັນກັບແຜນການເຄື່ອນໄຫວ ພົບປະປະຊາຊົນ ແລະ ເຜີຍ ແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນ ນວ ຊຸດທີ II. ນອກຈາກນີ້, ກອງປະຊຸມ ຍັງຈະໄດ້ຮັບຟັງການຊີ້ແຈງ ບາງບັນຫາພົ້ນເດັ່ນ ທີ່ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງຍົກຂຶ້ນ ຫລື ຄຳຊັກຖາມ ໃນກອງປະຊຸມ ຂອງອົງການປົກຄອງ, ສານປະຊາຊົນ, ອົງການໄອຍະການປະຊາຊົນ ແລະ ພາກສ່ວນກ່ຽວຂ້ອງ ຕື່ມອີກ.
ທ່ານ ອານຸພາບ ຕຸນາລົມ ຍັງໃຫ້ຮູ້ອີກວ່າ: ໃນໄລຍະ 6 ເດືອນຕົ້ນປີ 2024 ອົງຄະນະພັກ ຄະນະປະຈຳສະພາປະຊາຊົນ ກໍຄື ອົງການປົກຄອງ ນວ ໄດ້ເປັນເຈົ້າການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ໃນແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ 6 ເດືອນຕົ້ນປີ 2024 ທີ່ສະພາປະຊາ ຊົນຮັບຮອງເອົາ ໃຫ້ມີຄວາມຄືບໜ້າດີພໍສົມຄວນ ມີບາງຄາດໝາຍ ກໍພວມສຸມໃສ່ຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸໃນທ້າຍປີ ເຊິ່ງສາມາດຕີລາຄາໄດ້ວ່າ ນວ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ທີ່ໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ ການພັດທະນາເສດ ຖະກິດ-ສັງຄົມ ແມ່ນສືບຕໍ່ມີທ່າອ່ຽງດີຂຶ້ນ ແລະ ສາມາດປະຄັບປະຄອງເສດຖະກິດ ບໍ່ໃຫ້ເຂົ້າສູ່ວິກິດທີ່ໜັກໜ່ວງ.
ຂ່າວ: ທະນູທອງ
KPL