KPL
ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ.
*ທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ນັບແຕ່ກອງປະຊຸມຄັ້ງປະຖົມມະລຶກຂອງ ສະພາແຫ່ງຊາດ ຊຸດທີ IX ມາຮອດປັດຈຸບັນເຂດເລືອກຕັ້ງທີ 13 ກໍ່ຄືສະພາປະຊາຊົນແຂວງສະຫວັນນະເຂດ ຂອງພວກຂ້າພະເຈົ້າໄດ້ເອົາໃຈໃສ່ໃນການຈັດຕັ້ງການລົງພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ບັນດາມະຕິທີ່ ສພຊ - ສພຂ ໄດ້ຮັບຮອງເອົາ ແລະ ບັນດານິຕິກຳ ໃຕ້ກົດໝາຍຈຳນວນໜຶ່ງ ແມ່ນເລີ່ມຈັດຕັ້ງປະຕິບັດພາຍຫລັງສຳເລັດ ການດຳເນີນກອງປະຊຸມຂອງສະພາແຫ່ງຊາດ, ສະພາປະຊາຊົນ ແຂວງທຸກຄັ້ງ ໂດຍສະມາຊິກສະພາແຫ່ງຊາດໄດ້ເຄື່ອນໄຫວຮ່ວມກັບບັນດາທ່ານສະມາຊິກສະພາປະຊາຊົນແຂວງ ທີ່ປະຈຳເຂດເລືອກຕັ້ງເມືອງ-ນະຄອນໄດ້ຈັດຕັ້ງການເຜີຍແຜ່ນຳເອົາຜົນສຳເລັດຂອງກອງປະຊຸມລົງສູ່ຜູ້ມີສິດ ເລືອກຕັ້ງໄດ້ຮັບຊາບຢ່າງທົ່ວເຖິງໃນ 416 ຈຸດ ກວມເອົາ 267 ກຸ່ມບ້ານ, 41 ກົມ ກອງ ແລະ 15 ເທສະບານເມືອງ, ນະຄອນເຊິ່ງມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງທັງໝົດ 52 ພັນກວ່າຄົນ, ຍິງ 21 ພັນກວ່າຄົນ; ຕິດພັນກັບການລົງເຄື່ອນໄຫວສະມາຊິກ ສະພາແຫ່ງຊາດທີ່ປະຈໍາຢູ່ສູນກາງ ແລະ ທ້ອງຖິ່ນກໍ່ໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກມອບໃຫ້ຫ້ອງວ່າການເມືອງ ແລະ ປະຊາຊົນເຂດຫ່າງ ໄກສອກຫລີກເປັນຕົ້ນ: ແນວພັນເຂົ້າ, ຄອມພິວເຕີຕັ້ງໂຕະ, ເຄື່ອງປິນເຕີ, ລຳໂພງ, ຊຸດໂທລະໂຄງ, ອຸປະກອນປ້ອງກັນພະຍາດໂຄວິດ 19, ອຸປະກອນການຮຽນ, ອຸປະກອນການແພດ, ອຸປະກອນກິລາ, ຜ້າຫົ່ມ, ເຄື່ອງນຸ່ງ, ເຂົ້າສານ, ອາຫານສໍາເລັດຮູບ ແລະ ເງິນສົດອີກຈໍານວນໜຶ່ງລວມເປັນມູນຄ່າທັງໝົດ 923 ລ້ານກີບ. ພ້ອມດຽວກັນນັ້ນ ກໍ່ຍັງໄດ້ຮັບເອົາຄໍາສະເໜີຂອງປະຊາຊົນທີ່ສະເໜີເຂົ້າມາຫລາຍ ກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ພື້ນຖານໂຄງລ່າງ, ປະກົດການຫຍ້ໍທ້ໍເກີດຂຶ້ນໃນສັງຄົມ, ຜົນກະທົບຈາກໂຄງການກໍ່ສ້າງທີ່ມີຜົນກະທົບຕ່ໍສິ່ງແວດລ້ອມ, ສັງຄົມ ແລະ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ເພື່ອນຳໄປສົມທົບກັບອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງເພື່ອພິຈາລະນາແກ້ໄຂ.
ຕໍ່ກັບບັນຫາດັ່ງກ່າວ ບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດ ເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງ-ນະຄອນ ຕ້ອງເພີ່ມທະວີການສ້າງແຜນການຕິດຕາມກວດກາຢາງມີຈຸດສຸມ ໂດຍສະເພາະການກຳນົດຫົວຂໍ້, ຂັ້ນຕອນວິທີການຕິດຕາມກວດກາ ໃຫ້ມີຄວາມຊັດເຈນ, ຄົ້ນຄ້ວາກຳແໜ້ນເນື້ອໃນຂອງກົດໝາຍ ໂດຍສົມທົບກັບພາກສ່ວນຕ່າງໆຕາມສິດ ແລະ ໜ້າທີ່ໄດ້ກໍານົດໄວ້ ຢ່າງເຕັມສ່ວນໃນນາມເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ແນໃສ່ຊຸກຍູ້ ແລະ ເກັບກໍາຂໍ້ມູນສະພາບການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ຖືສໍາຄັນການເຄົາລົບ, ປະຕິບັດລັດຖະທໍາມະນູນ, ກົດໝາຍຂອງບັນດາອົງການລັດ, ການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຖືເອົາການໂຄສະນາເຜີຍແຜ່ລັດຖະທຳມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍລົງສູ່ທຸກຊັ້ນຄົນໃຫ້ກວ້າງຂວາງ ເພື່ອປຸກລະດົມມີສະຕິເຄົາລົບກົດໝາຍຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ທຸກພາກສ່ວນເປັນເຈົ້າການມີສ່ວນຮ່ວມ, ໃຫ້ການຮ່ວມມືແລະປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເວົ້າລວມເວົ້າສະເພາະເພື່ອເຮັດໃຫ້ສັງຄົມພາຍໃນ ແຂວງສະຫວັນນະເຂດ ມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍເພື່ອສ້າງເງື່ອນໄຂເອື້ອຍອຳນວຍ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ຂະຫຍາຍຕົວຕໍ່ເນື່ອງ.
ບົດໂດຍ: ມາລີດາ
KPL