ກອງປະຊຸມໂຕະມົນສົນທະນາລະຫວ່າງ ສື່ມວນຊົນຈີນ-ປະເທດອົງການຮ່ວມມືຊຽງໄຮ

04/07/2024 07:47
Email Print 163
KPL ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ24 ຂອງສະພາມົນຕີ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ ໄດ້ຈັດກອງປະຊຸມ ໂຕະມົນ ສົນທະນາ ລະຫວ່າງ ສື່ມວນຊົນຈີນ-ປະເທດ ອົງການ ຮ່ວມມື ຊຽງໄຮ ພາຍໃຕ້ ການເປັນເຈົ້າພາບ ຂອງວິທະຍຸ ໂທລະພາບ ສູນກາງຈີນ(CMG)ໄດ້ຈັດຂຶ້ນ ໃນວັນທີ3 ກໍລະກົດນີ້ ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເນື່ອງໃນໂອກາດ ກອງປະຊຸມ ຄັ້ງທີ24 ຂອງສະພາມົນຕີ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ ໄດ້ຈັດກອງປະຊຸມ ໂຕະມົນ ສົນທະນາ ລະຫວ່າງ ສື່ມວນຊົນຈີນ-ປະເທດ ອົງການ ຮ່ວມມື ຊຽງໄຮ ພາຍໃຕ້ ການເປັນເຈົ້າພາບ ຂອງວິທະຍຸ ໂທລະພາບ ສູນກາງຈີນ (CMG) ໄດ້ຈັດຂຶ້ນ ໃນວັນທີ3 ກໍລະກົດນີ້ ຢູ່ນະຄອນຫລວງ ອັດສະຕານາ ຂອງກາຊັກສະຖານ. ເຈົ້າໜ້າທີ່ ລັດຖະບານ, ຜູ້ຮັບຜິດຊອບ ສື່ມວນຊົນ ສຳຄັນ ແລະ ແຂກຖືກເຊີນອື່ນໆ ຂອງບັນດາ ປະເທດ ສະມາຊິກ ອົງການ ຮ່ວມມື ຊຽງໄຮ ໄດ້ລົງເລິກ ແລກປ່ຽນ ຄວາມຄິດເຫັນ ໂດຍປິ່ນອ້ອມ ຫົວຂໍ້ “ເຕົ້າໂຮມ ກຳລັງແຮງ ສັງລວມ ຂອງສື່ມວນຊົນ ເພື່ອສົ່ງເສີມ ‘ຈິດໃຈຊຽງໄຮ’”, ຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານ ດ້ານການຮ່ວມມື ລະຫວ່າງ ສປ ຈີນ ກັບປະເທດ ອົງການ ຮ່ວມມື ຊຽງໄຮ ໃນຂົງເຂດ ຕ່າງໆເຊັ່ນ ການຮ່ວມມື ລະຫວ່າງ ສື່ມວນຊົນ ເປັນຕົ້ນ, ພ້ອມທັງ ຄອງຄອຍ ຈະລົງເລິກ ການຮ່ວມມືກັນ ຕື່ມອີກ ໃນອະນາຄົດ, ຮ່ວມກັນ ຊຸກຍູ້ ການສ້າງ ປະຊາຄົມ ຮ່ວມຊາຕາກຳ ຂອງອົງການ ຮ່ວມມືຊຽງໄຮ ທີ່ແໜ້ນແຟ້ນ ຍິ່ງຂຶ້ນ. ກິດຈະກຳ ດັ່ງກ່າວ ໄດ້ເຜີຍແຜ່ ຂໍ້ລິເລີ່ມ ວ່າດ້ວຍ ການລົງເລິກ ການຮ່ວມມື ຕົວຈິງ ລະຫວ່າງ ວິທະຍຸໂທລະພາບ ສູນກາງຈີນ ກັບສື່ມວນຊົນ ປະເທດ ອົງການ ຮ່ວມມື ຊຽງໄຮ. ໃນຕໍ່ໜ້າ, ບັນດາຝ່າຍ ຈະປະຕິບັດຕາມ “ຈິດໃຈຊຽງໄຮ” ເພື່ອຮ່ວມກັນນຳ ສະເໜີ ລາຍການສື່ໃໝ່ ທີ່ມີຊື່ວ່າ “‘ຈິດໃຈຊຽງໄຮ’ຂອງພວກເຮົາ” ທີ່ຜະລິດໂດຍ CMG ກ່ອນກອງປະຊຸມ ສຸດຍອດ ອົງການ ຮ່ວມມື ຊຽງໄຮ 2025 ຈະໄຂຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ


Top