ໄຂງານມະຫາກຳຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 2

04/07/2024 06:44
KPL ສະຫະ ສະມາຄົມ ສົ່ງເສີມ ການພັດທະນາ ຮູບເງົາ ຫວຽດນາມ ໄດ້ສົມທົບກັບ ພະແນກ ວັດທະນະທຳ ແລະ ກິລາ,ພະແນກ ທ່ອງທ່ຽວ ດ່ານັ້ງ (DANAFF) ຈັດພິທີໄຂ ງານມະຫາກຳ ຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 2, ດ້ວຍຫົວຂໍ້ “DANAFF-ຂົວເຊື່ອມຕໍ່ ອາຊີ” ຈັດຂຶ້ນ ເມື່ອບໍ່ດົນມານີ້ ຈົດຮອດວັນທີ 6ກໍລະກົດ ຢູ່ຫໍປະຊຸມ ສາກົນ Ariyana, ນະຄອນ ດ່ານັ້ງ

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ສະຫະ ສະມາຄົມ ສົ່ງເສີມ ການພັດທະນາ ຮູບເງົາ ຫວຽດນາມ ໄດ້ສົມທົບກັບ ພະແນກ ວັດທະນະທຳ ແລະ ກິລາ,ພະແນກ ທ່ອງທ່ຽວ ດ່ານັ້ງ (DANAFF) ຈັດພິທີໄຂ ງານມະຫາກຳ ຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 2, ດ້ວຍຫົວຂໍ້ “DANAFF-ຂົວເຊື່ອມຕໍ່ ອາຊີ ຈັດຂຶ້ນ ເມື່ອບໍ່ດົນມານີ້ ຈົດຮອດວັນທີ 6ກໍລະກົດ ຢູ່ຫໍປະຊຸມ ສາກົນ Ariyana, ນະຄອນ ດ່ານັ້ງ, ໂດຍຈຸດພົ້ນເດັນຂອງ DANAFF 2024 ແມ່ນ, ບັນດາຮູບເງົາ ໄດ້ແຂ່ງຂັນໃນ 2 ປະເພດ: ລາງວັນ ຮູບເງົາ ອາຊີ ແລະ ລາງວັນ ຮູບເງົາ ຫວຽດນາມ ເຂົ້າຮ່ວມ ການແຂ່ງຂັນ. ພິເສດ, ເປັນຄັ້ງທຳອິດ DANAFF 2 ມອບລາງວັນ ຜົນງານ ຮູບເງົາ ໃຫ້ແກ່ ຜູ້ກຳກັບ ການສະແດງດີເດັ່ນ. ທ່ານ ເລຈຸງຈິງ, ປະທານ ຄະນະ ກຳມະການ ປະຊາຊົນ ນະຄອນ ດ່ານັ້ງ ໃຫ້ຮູ້ວ່າ: ງານມະຫາກຳ ຮູບເງົາ ອາຊີ ດ່ານັ້ງ ຄັ້ງທີ 2 ຈະແມ່ນຂົວເຊື່ອມຕໍ່ ໃຫ້ແກ່ ບັນດາ ຜູ້ກຳກັບ ການສະແດງ, ນັກສະແດງ, ຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດ ໄດ້ພົບປະແລກປ່ຽນ, ຮ່ຳຮຽນ ແລະ ຮ່ວມມື ດ້ານຮູບເງົາ, ພ້ອມທັງ ແມ່ນໂອກາດທີ່ດີ ໃຫ້ແກ່ ຂະແໜງ ຮູບເງົາ ຂອງນະຄອນ ໄດ້ພົບປະ ແລະ ແລກປ່ຽນ ໂດຍກົງກັບ ບັນດາ ນັກຊ່ຽວຊານ ແຖວໜ້າ ຂະແໜງ ທີ່ມາຈາກ ບັນດາ ປະເທດ ອາຊີ ແລະ ພື້ນຖານ ຮູບເງົາ ທີ່ມີມາ ແຕ່ດົນນານ ຂອງປະເທດ ຝຣັ່ງ”./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top