ສສ ຫວຽດນາມ-ສ.ເກົາຫລີ ສູ້ຊົນວົງເງິນການຄ້າໃຫ້ບັນລຸ100ຕື້ໂດລາສະຫະລັດໃນປີ2025

04/07/2024 07:28
KPL ສສ ຫວຽດນາມ ແລະ ສ.ເກົາຫລີ ສູ້ຊົນ ໃຫ້ສຳເລັດ ເປົ້າໝາຍ ນຳວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 100 ຕື້ໂດລາ ສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາ ສະຫະລັດ ໃນປີ 2030

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ສສ ຫວຽດນາມ ແລະ ສ.ເກົາຫລີ ສູ້ຊົນ ໃຫ້ສຳເລັດ ເປົ້າໝາຍ ນຳວົງເງິນ ການຄ້າ ສອງຝ່າຍ ໃຫ້ບັນລຸ 100 ຕື້ໂດລາ ສະຫະລັດ ໃນປີ 2025 ແລະ 150 ຕື້ໂດລາ ສະຫະລັດ ໃນປີ 2030. ພາຍຫລັງ ທ່ານ ຟ້າມມິງຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ສິ້ນສຸດ ການຢ້ຽມຢາມ ສ.ເກົາຫລີ ຢ່າງເປັນທາງການ ໃນວັນທີ3 ກໍລະກົດນີ້ ໂດຍທັງ ສອງຝ່າຍ ເຫັນດີ ເປັນເອກະພາບກັນ ໃນການຮ່ວມມື ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ຢ່າງມີປະສິດທິຜົນ ບັນດາກົນໄກ ຮ່ວມມື ເສດຖະກິດ ສອງຝ່າຍ ແລະ ຫລາຍຝ່າຍ, ໃນນັ້ນ ມີການເຊັ່ນ ຂໍ້ຕົກລົງ ຮັບຮອງ ເຊິ່ງກັນ ແລະ ກັນ (MRA) ກ່ຽວກັບ ໂຄງການ ວິສາຫະກິດ ບຸລິມະສິດ(AEO)  ໃນປີ 2024. ຫລັງຈາກ ທ່ານ ຟ້າມມິງຈິງ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ 3 ເວທີປາໄສ: ເວທີປາໄສ ວິສາຫະກິດ, ເວທີປາໄສ ສົ່ງເສີມ ການທ່ອງທ່ຽວ ແລະ ການຮ່ວມມື ວັດທະນະທຳ, ເວທີປາໄສ ແຮງງານ ຫວຽດນາມ-ສ.ເກົາຫລີ.  ຜູ້ນຳ ລັດຖະບານ ຫວຽດນາມ ກໍ່ເຂົ້າຮ່ວມ 2 ການໂອ້ລົມ ສົນທະນາ ນັ້ນແມ່ນ: ການໂອ້ລົມ ສົນທະນາກັບ ການນຳ ບັນດາ ອົງການຈັດຕັ້ງເສດຖະກິດ ສ.ເກົາຫລີ ແລະ ການໂອ້ລົມ ສົນທະນາ ບັນດາ ນັກປັນຍາຊົນ, ນັກວິທະຍາສາດ ສ.ເກົາຫລີ ກ່ຽວກັບ ຂົງເຂດ ເຄິ່ງຊັກນຳໄຟຟ້າ ແລະ ປັນຍາປະດິດ.ພ້ອມທັງ ຊຸກຍູ້ເພື່ອເປີດປະຕູໃຫ້ແກ່ ສິນຄ້າ ປະເພດ ໝາກກ້ຽງໃຫຍ່ຂອງ ສສ ຫວຽດນາມ ແລະ ໝາກ ເມລອນ ຂອງ ສ.ເກົາຫລີ ແຊກຊຶມ ເຂົ້າຕະຫລາດ ຂອງກັນໃນປີ 2024, ຍູ້ແຮງ ການຮ່ວມມື ໃນຂົງເຂດ ກະສິກຳ ສິນໃນນ້ຳ; ຊຸກຍູ້ ການແລກປ່ຽນ ຄ້າຂາຍ ຜະລິດຕະພັນ ສັດລ້ຽງ ແລະ ສິນໃນນ້ຳ; ເຫັນດີ ເປັນເອກະພາບ ສົ່ງເສີມ ບັນດາ ວິສາຫະກິດ ສ.ເກົາຫລີ ເປີດກວ້າງ ການລົງທຶນ ເຂົ້າຫວຽດນາມ, ໃນບັນດາ ຂະແໜງ ອຸດສາຫະກຳ ປາຍແຫລມ, ອຸດສາຫະກຳ ອະນາຄົດ.ຈາກນັ້ນ ທ່ານ ຟ້າມມິງຈິງ ຢັ້ງຢືນ ຈະຮ່ວມມື ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍ ຢ່າງສະດວກ ແລະ ມີປະສິດທິຜົນ ບັນດາໂຄງການ ຮ່ວມມື ພັດທະນາ ລະຫວ່າງ ສສ ຫວຽດນາມ ແລະ ສ.ເກົາຫລີ ດ້ວຍຂອບຂະໜາດ 52 ລ້ານໂດລາ ສະຫະລັດ ໃນປີ 2024. ເປີດກວ້າງ ຂະແໜງ ອາຊີບ ຕ້ອນຮັບແຮງງານ ຫວຽດນາມ ມາເຮັດວຽກຢູ່ ສ.ເກົາຫລີ, ສືບຕໍ່ເປີດກວ້າງ ຂອບຂະໜາດ ຕ້ອນຮັບແຮງງານ ມີລະດັບ ວິຊາການ ເຕັກນິກ ໃນຂົງເຂດ ຕໍ່ກຳປັນ, ເຕັກໂນໂລຢີ ຂໍ້ມູນ ຂ່າວສານ, ການບໍລິການ.ນອກນີ້ ທັງສອງຝ່າຍ ຍັງໄດ້ເຊັ່ນ ເອກະສານ ຮ່ວມມື 9 ສະບັບ ໃນບັນດາ ຂົງເຂດ ການພັດທະນາ, ການຄ້າ - ການລົງທຶນ, ວິສາຫະກິດ ຂະໜາດກາງ ແລະ ນ້ອຍ-ປ່ຽນແປງໃໝ່-ເລີ່ມຕົ້ນທຸລະກິດ, ສິ່ງແວດລ້ອມ, ແກ້ງແຍ້ງ ແລະ ປົກປ້ອງ ຜູ້ຊົມໃຊ້, ການສຶກສາ ແລະ ການຮ່ວມມື ດ້ານອື່ນໆ ອີກ./.(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top