ອິນໂດເນເຊຍ ກຽມຂຶ້ນພາສີສິນຄ້ານຳເຂົ້່າຈາກ ສປ ຈີນ ສູງເຖິງ200%

04/07/2024 10:44
Email Print 155
KPL ລັດຖະບານ ອິນໂດເນເຊຍ ກຽມປັບຂຶ້ນ ພາສີ ສິນຄ້າ ນຳເຂົ້າ ຈາກ ສປ ຈີນ ຕັ້ງແຕ່ 100% ໄປຈົນຮອດ ລະດັບສູງສຸດ ເຖິງ 200% ໂດຍເປັນສິນຄ້າ ປະເພດເກີບ ໄປຈົນເຖິງ ກຸ່ມເຊລາມິກຕ່າງໆ ເພື່ອປົກປ້ອງ ອຸດສາ ຫະກຳ ພາຍໃນປະເທດ ທີ່ຖືກຕີ ຕະຫລາດ ຢ່າງໜັກ ເຮັດໃຫ້ ຜູ້ປະກອບການ ທ້ອງຖິ່ນ ຫລາຍແຫ່ງ ຕ້ອງປິດ ທຸລະກິດ.

ຂປລ.ສຳນັກຂ່າວ ຣອຍເຕີ, ວັນທີ3 ກໍລະກົດນີ້, ລັດຖະບານ ອິນໂດເນເຊຍ ກຽມປັບຂຶ້ນ ພາສີ ສິນຄ້າ ນຳເຂົ້າ ຈາກ ສປ ຈີນ ຕັ້ງແຕ່ 100% ໄປຈົນຮອດ ລະດັບສູງສຸດ ເຖິງ 200% ໂດຍເປັນສິນຄ້າ ປະເພດເກີບ ໄປຈົນເຖິງ ກຸ່ມເຊລາມິກຕ່າງໆ ເພື່ອປົກປ້ອງ ອຸດສາຫະກຳ ພາຍໃນປະເທດ ທີ່ຖືກຕີ ຕະຫລາດ ຢ່າງໜັກ ເຮັດໃຫ້ ຜູ້ປະກອບການ ທ້ອງຖິ່ນ ຫລາຍແຫ່ງ ຕ້ອງປິດ ທຸລະກິດ. ພາຍຫລັງ ທ່ານ ຊູກີລຟລີ ຮາຊັນ (Zulkifli Hasan),ລັດຖະມົນຕີ ວ່າການ ກະຊວງ ການຄ້າ ອິນໂດເນເຊຍ ມີແຜນການປັບຂຶ້ນ ພາສີ ສິນຄ້າ ນຳເຈົ້າ ຈາກປະເທດຈີນ ໂດຍສະເລ່ຍ ຫລາຍກວ່າ 100% ພ້ອມທັງ ລະບຸວ່າ: ຖ້າຫາກ ຖືກສິນຄ້າ ຕີຕະຫລາດ ຈົນລົ້ນ ເກີນຄວາມຕ້ອງການ ກຸ່ມວິສາຫາກິດ ຂະໜາດກາງ-ນ້ອຍ ຫລື ທຸລະກິດ ຂະໜາດໃຫຍ່ ພາຍໃນປະເທດ ອາດຈະຕ້ອງປິດ ກິດຈະການໄດ້ ຊຶ່ງເຮັດໃຫ້ ການຂຶ້ນພາສີ ນຳເຂົ້າ ຈະຊ່ວຍຫລຸດຜ່ອນ ການນຳເຂົ້າ ສິນຄ້າ ເຫລົ່ານີ້ ໃນຕໍ່ໜ້າ. ອິນໂດເນເຊຍ ເປັນປະເທດ ທີ່ມີເສດຖະກິດ ຂະໜາດໃຫຍ່ສຸດ ໃນອາຊຽນ ໄດ້ອອກ ກົດລະບຽບ ເພື່ອເພີ່ມ ຄວາມເຂັ້ມງວດ ໃນການກວດສອບ ສິນຄ້າ ນຳເຂົ້າ ຫລາຍກວ່າ 3.000 ລາຍການ ຕັ້ງແຕ່ ວັດຖຸດິບ ອາຫານ, ເອເລັກໂຕຣນິກ ແລະ ສານເຄມີ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top