ຣັດເຊຍ ເລັ່ງເດີນໜ້າໂຄງການສ້າງສະຖານີອະວະກາດໃຫ້ສຳເລັດອີກ 6ປີຕໍ່ໜ້າ

03/07/2024 13:23
Email Print 117
KPL ອົງການ ​ອະວະກາດ ຣັດ​ເຊຍ ​ຢືນຢັນ ເລັ່ງເດີນໜ້າ ໂຄງການ ສະຖານີ ອະວະກາດ ຂອງຕົນເອງ ການປະກອບ ຊິ້ນສ່ວນຫລັກ ໃຫ້ສໍາເລັດ ພາຍໃນ 6 ປີຂ້າງໜ້າ.

ຂປລ.ຕາມຂ່າວຈາກ ນະຄອນຫລວງ ມົດສະກູ, ອົງການ ​ອະວະກາດ ຣັດ​ເຊຍ ​ຢືນຢັນເລັ່ງເດີນໜ້າ ໂຄງການ ສະຖານີ ອະວະກາດ ຂອງຕົນເອງການປະກອບ ຊິ້ນສ່ວນຫລັກ ໃຫ້ສໍາເລັດ ພາຍໃນ 6 ປີຂ້າງໜ້າ.ພາຍຫລັງ ທ່ານ ຢູຣິ ບໍຣິຊໍຟ, ຜູ້ອໍານວຍການ ອົງການ ອະວະກາດ ຣັດເຊຍ (Roscosmos)ເປີດເຜີຍວ່າ: ມີ 19 ບໍລິສັດ ໄດ້ລົງນາມ ໃນຂອບການຮ່ວມມື ໃນການກໍ່ສ້າງ ສະຖານີ ອະວະກາດແຫ່ງໃໝ່.ເລີ່ມຕົ້ນ ດ້ວຍການປະກອບ ໂມດູນ ນໍ້າມັນ ເຊື້ອໄຟແລະໂມດູນ ຫ້ອງທົດລອງ ກ່ອນໃນປີ 2027, ຕໍ່ໄປດ້ວຍ 3 ໂມດູນ ຕົ້ນຕໍ ໃນປີ 2030 ແລະ ເສີມດ້ວຍ 2 ໂມດູນ ຕື່ມອີກ ລະຫວ່າງ 2031-2033.ພາຍຫລັງ ຣັດເຊຍ ປະກາດ ຖອນຕົວ ອອກຈາກ ໂຄງການຮ່ວມມື ຂອງສະຖານີ ອະວະກາດສາກົນ (ISS) ກັບສະຫະລັດ ໃນປີ 2022, ໂດຍຕອນນັ້ນວ່າ ຈະຖອນຕົວ ຢ່າງເປັນທາງການ ໃນປີ 2024, ແຕ່ຫລັງຈາກ ອົງການບໍລິຫານ ການບິນ ແລະ ອະວະກາດ ແຫ່ງຊາດ ສະຫະລັດ (NASA) ໄດ້ຮ້ອງຂໍ ໃຫ້ເຈລະຈາ Roscosmos ໄດ້ປະກາດ ໃນປີ 2020 ວ່າ ຈະສືບຕໍ່ ຮ່ວມມືກັບ ອົງການ NASAໃນໂຄງການ ISS ຈົນຮອດປີ 2028./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top