ເກີດເຫດຢຽບກັນຢູ່ອິນເດຍ ເຮັດໃຫ້ມີຜູ້ເສຍຊີວິດ 122ຄົນ

03/07/2024 12:52
Email Print 129
KPL ອົງການ ປົກຄອງ ລັດຢຸທາປຣາເດສ ຂອງອິນເດຍ ໄດ້ຢືນຢັນ ໃນວັນທີ 3 ກໍລະກົດນີ້ວ່າ: ເກີດເຫດການຢຽບກັນ ເຮັດໃຫ້ມີເສຍຊີວິດ ຈໍານວນ 122 ຄົນ ແລະ ບາດເຈັບອີກ ຈຳນວນໜຶ່ງ, ສ່ວນຫລາຍ ເປັນແມ່ຍິງ ແລະ ເດັກນ້ອຍ ໃນລະຫວ່າງ ການຈັດ ກິດຈະກໍາ ທາງສາສະໜາ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ຕາມຂໍ້ມູນຈາກ ໂທລະພາບ ນິວແດນລີ ຂອງອິນເດຍ, ອົງການ ປົກຄອງ ລັດຢຸທາປຣາເດສ ຂອງອິນເດຍ ໄດ້ຢືນຢັນ ໃນວັນທີ 3 ກໍລະກົດນີ້ວ່າ: ເກີດເຫດການຢຽບກັນ ເຮັດໃຫ້ມີເສຍຊີວິດ ຈໍານວນ 122 ຄົນ ແລະ ບາດເຈັບອີກ ຈຳນວນໜຶ່ງ, ສ່ວນຫລາຍ ເປັນແມ່ຍິງ ແລະ ເດັກນ້ອຍ ໃນລະຫວ່າງ ການຈັດ ກິດຈະກໍາ ທາງສາສະໜາ ພາຍຫລັງ ສະຖານະ ຂອງຜູ້ເສຍຊີວິດ ສ່ວນຫລາຍ ໄດ້ຮັບການພິສູດແລ້ວ.ໃນໂອກາດນີ້ ທ່ານ ນາເຣັນ ທຣາ ໂມດີ, ນາຍົກລັດຖະມົນຕີ ອິນເດຍ ໄດ້ສະແດງ ຄວາມເສົ້າສະຫລົດໃຈ ຢ່າງສຸດຊຶ້ງ ຕໍ່ຄອບຄົວ ຂອງຜູ້ເສຍຊີວິດ, ພ້ອມທັງ ອວຍພອນ ໃຫ້ຜູ້ບາດເຈັບ ຈົ່ງຫາຍດີ ໂດຍໄວ. ທ່ານ ໂມດີ ກ່າວວ່າ: ເຈົ້າໜ້າທີ່ ລັດຖະບານ ຂັ້ນສູງ ພວມດໍາເນີນ ການຕິດຕໍ່ ພົວພັນ ກັບລັດ ຢຸທາປຣາເດສ ເພື່ອປະສານ ສົມທົບ ວຽກງານ ໃຫ້ການຊ່ວຍເຫລືອ ກູ້ໄພ ຢ່າງຮີບດ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top