ສປ ຈີນ-ຟິລິບປິນ ຈະເພີ່ມທະວີການຮ່ວມມືດ້ານການປະຕິບັດກົດໝາຍປາບປາມອາດຊະຍາກຳຂ້າມຊາດ

03/07/2024 11:58
Email Print 129
KPL ທ່ານ ຫວງຊີ່ຫລຽນ, ເອກອັກ ຄະລັດຖະທູດຈີນ ປະຈຳ ຟິລິບປິນ ໄດ້ພົບປະກັບ ທ່ານ ລູກາສ ເບີຊາມິນ, ເລຂາທິການ ທຳນຽບ ປະທານາທິບໍດີ, ປະທານ ຄະນະ ກຳມະການ ຕໍ່ຕ້ານ ອາດຊະຍາກຳ ທີ່ມີການຈັດຕັ້ງ ຂອງປະທານາທິບໍດີ ຟິລິບປິນ. ໂດຍທັງສອງຝ່າຍ ໄດ້ທົບທວນຄືນ ຄວາມຄືບໜ້າ ທີ່ພາກສ່ວນ ປະຕິບັດ ກົດໝາຍ ຂອງທັງສອງ ປະເທດ ຮ່ວມກັນ ປາບປາມ ອາດຊະຍາກຳ ຢ່າງໜັກໜ່ວງ ໃນໄລຍະຜ່ານມາ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ທ່ານ ຫວງຊີ່ຫລຽນ, ເອກອັກ ຄະລັດຖະທູດຈີນ ປະຈຳ ຟິລິບປິນ ໄດ້ພົບປະກັບ ທ່ານ ລູກາສ ເບີຊາມິນ, ເລຂາທິການ ທຳນຽບ ປະທານາທິບໍດີ, ປະທານ ຄະນະ ກຳມະການ ຕໍ່ຕ້ານ ອາດຊະຍາກຳ ທີ່ມີການຈັດຕັ້ງ ຂອງປະທານາທິບໍດີ ຟິລິບປິນ. ໂດຍທັງສອງຝ່າຍ ໄດ້ທົບທວນຄືນ ຄວາມຄືບໜ້າ ທີ່ພາກສ່ວນ ປະຕິບັດ ກົດໝາຍ ຂອງທັງສອງ ປະເທດ ຮ່ວມກັນ ປາບປາມ ອາດຊະຍາກຳ ຢ່າງໜັກໜ່ວງ ໃນໄລຍະຜ່ານມາ ເຊັ່ນ: ການລັກພາຕົວ ແລະ ສັງຫານ, ການສໍ້ໂກງຊັບ ທາງໂທລະຄົມ ແລະ ການຄ້າມະນຸດ ເປັນຕົ້ນ ໂດຍສະເພາະ ແມ່ນຄວາມຄືບໜ້າ ໃນການປາບປາມ ອາດຊະຍາກຳ ທີ່ກ່ຽວຂ້ອງກັບ ການພະນັນ ຢູ່ນອກຝັ່ງ ທະເລ ຟິລິບປິນ, ໄດ້ແລກປ່ຽນ ຄວາມເຫັນ ກ່ຽວກັບຄະດີ ສຳຄັນ, ໂດຍທັງສອງຝ່າຍ ເຫັນດີ ເປັນເອກະພາບກັນວ່າ: ຈະເພີ່ມທະວີ ການຮ່ວມມື ດ້ານການປະຕິບັດ ກົດໝາຍ ລະຫວ່າງ ສປ ຈີນ-ຟິລິບປິນ, ຮ່ວມກັນ ປາບປາມ ອາດຊະຍາກຳຂ້າມຊາດ ເພື່ອປົກປັກຮັກສາ ຄວາມປອດໄພ ດ້ານຊີວິດ ແລະ ຊັບສິນ ຂອງປະຊາຊົນ ສອງຊາດ ໃຫ້ດີກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ


Top