ສປຈີນ ເປີດໃຊ້ກັງຫັນລົມ-ລ້ຽງປາ ກາງທະເລ

02/07/2024 16:48
Email Print 162
KPL ຊີເອສເອັນ ເອເນີຣຈີ ອິນເວສເມນ ກຣຸບ (CHN Energy) ເປັນ ລັດວິສາຫະກິດ ຈີນ ໄດ້ເປີດໃຊ້ ສິ່ງກໍ່ສ້າງ ກາງທະເລ ນອກແຄມຝັ່ງ ເມືອງຝູຖຽນ ແຂວງຝູຈຽນ ທາງພາກຕາເວັນອອກ ສຽງໃຕ້ ຂອງ ຈີນ ເພື່ອບູລະນະ ການຜະລິດ ພະລັງງານລົມ ໃຫ້ເຂົ້າກັບ ການລ້ຽງປາ.

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ວັນທີ 30 ເດືອນມິຖຸນາ, ຊີເອສເອັນ ເອເນີຣຈີ ອິນເວສເມນ ກຣຸບ (CHN Energy) ເປັນ ລັດວິສາຫະກິດ ຈີນ ໄດ້ເປີດໃຊ້ ສິ່ງກໍ່ສ້າງ ກາງທະເລ ນອກແຄມຝັ່ງ ເມືອງຝູຖຽນ ແຂວງຝູຈຽນ ທາງພາກຕາເວັນອອກ ສຽງໃຕ້ ຂອງ ຈີນ ເພື່ອບູລະນະ ການຜະລິດ ພະລັງງານລົມ ໃຫ້ເຂົ້າກັບ ການລ້ຽງປາ. ສິ່ງກໍ່ສ້າງ ກາງທະເລນີ້ ປະກອບດ້ວຍ ກັງຫັນລົມ ນອກແຄມຝັ່ງ ຂະໜາດ 4 ເມກາວັດ , ຊຶ່ງ ສາມາດ ຜະລິດ ກະແສໄຟຟ້າໄດ້ 96.000 ກິໂລວັດ ຕໍ່ຊົ່ວໂມງຕໍ່ວັນ,​ ດ້ວຍກຳລັງ ການຜະລິດ ສູງສຸດ ແລະ ພື້ນທີ່ລ້ຽງສັດນໍ້າ ແບບຫົກຫລ່ຽມ ທີ່ມີ ເຕັກໂນໂລຊີ ເຝົ້າຕິດຕາມ ໄລຍະໄກ ແລະ ການເອົາໃຈໃສ່ ລ້ຽງປາ.

ເຈົ້າໜ້າທີ່ ກ່ຽວຂ້ອງ ກ່າວວ່າ ສິ່ງກໍ່ສ້າງ ກາງທະເລນີ້ ຕັ້ງຢູ່ ນ່ານນໍ້າ ທີ່ມີ ທ່າອຽງ ຜະເຊີນກັບ ພາຍຸໄຕ້ຝຸ່ນ ຈຶ່ງຖືກ ອອກແບບໃຫ້ ສາມາດ ຕ້ານທານ ພາຍຸໄຕ້ຝຸ່ນ ທີ່ມີ ຄວາມໄວລົມ ສູງເຖິງ 50,9 ແມັດຕໍ່ວິນາທີ. ປັດຈຸບັນ, ຈີນ ຈະສືບຕໍ່ ພັດທະນາ ພະລັງງານ ໝູນວຽນ. ໂດຍຂໍ້ມູນຈາກ ສຳນັກ ບໍລິຫານ ພະລັງງານ ແຫ່ງຊາດ ຈີນ ໄດ້ ລະບຸວ່າ: ກຳລັງ ການຜະລິດ ຕິດຕັ້ງ ພະລັງງານ ໝູນວຽນ ຂອງຈີນ ໄດ້ເພີ່ມຂຶ້ນ ໃນໄຕມາດ ທຳອິດ (ເດືອນມັງກອນ-ເດືອນມິຖຸນາ) ຂອງ ປີນີ້ ລວມມີເຖິງ 63,67 ລ້ານກິໂລວັດ,​ ເພີ່ມຂຶ້ນ 34% ເມື່ອທຽບໃສ່ ປີຕໍ່ປີ. /

 

KPL

ຂ່າວອື່ນໆ


Top