ສປ ຈີນ ປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກໂນໂລຊີກະສິກຳ ຂຶ້ນສູ່ລະດັບແຖວໜ້າຂອງໂລກ

17/09/2025 12:02
Email Print 108
ຂປລ ເຈົ້າ​ໜ້າ​ທີ່​ ກະ​ຊວງ​ ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ ​ໃຫ້​ຮູ້​ວ່າ ນັບ​ແຕ່ ​ການ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ເປັນ​ຕົ້ນ​ມາ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນ​ທີ 16 ກັນ​ຍາ​ນີ້, ເຈົ້າ​ໜ້າ​ທີ່​ ກະ​ຊວງ​ ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ ​ໃຫ້​ຮູ້​ວ່າ ນັບ​ແຕ່ ​ການ​ປະ​ຕິ​ບັດ ​ແຜນ​ພັດ​ທະ​ນາ​ ເສດ​ຖະ​ກິດ-ສັງ​ຄົມ ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 14 ເປັນ​ຕົ້ນ​ມາ. ສປ ຈີນ​ ໄດ້​ຖື​ເອົາ ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ​ ກະ​ສິ​ກຳ ​ໄວ້​ຢູ່​ໃນຖາ​ນະ​ທີ່​ພົ້ນ​ເດັ່ນ ​ແລະ ເພີ່ມ​ທະ​ວີ​ ການ​ສະ​ໜັບ​ ສະ​ໜູນ ​ດ້ານ​ນະ​ໂຍ​ບາຍ, ປັດ​ຈຸ​ບັນ​, ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ກະ​ສິ​ກຳ​ຂອງ​ ສປ ຈີນ ​ໄດ້​ກ້າວ​ເຂົ້າ​ສູ່​ ລະ​ດັບ​ແຖວ​ໜ້າ ​ຂອງ​ໂລກ. ສປ ຈີນ ​ມີ​ສະ​ຖາ​ບັນ ແລະ ໂຮງ​ຮຽນ​ຄົ້ນ​ຄວ້າ ​ວິ​ທະ​ຍາ​ສາດ ​ເຕັກ​ໂນ​ໂລ​ຊີ ​ດ້ານກະ​ສິ​ກຳ​ 800 ກວ່າ​ແຫ່ງ, ​ມີ​ນັກ​ຄົ້ນ​ຄວ້າ​ ວິ​ທະ​ຍາ​ສາດ ທັງ​ໝົດ 120.000 ກວ່າ​ຄົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top