ເສີມຂະຫຍາຍ ບົດບາດຢ່າງເຕັມທີ່ ໃນເວທີຂອງງານວາງສະແດງ ສິນຄ້າຈີນ-ອາຊຽນ

17/09/2025 12:02
ຂປລ ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ, ທ່ານ ລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ ​ການ​ຕ່າງ​ປະ​ເທດ ​ໄດ້​ແຈ້ງ​ສະ​ພາບ​ການ​ ກ່ຽວ​ກັບ​ ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ ​ຄັ້ງ​ທີ 22 ທີ່​ໄຂ​ຂຶ້ນ​ຢູ່​ນະ​ຄອນ ນານ​ນີງ ເຂດກວາງ​ຊີ​ຈີນ​ ໃນ​ວັນ​ທີ 17 ກັນ​ຍາ​ນີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນ​ກອງ​ປະ​ຊຸມ ​ຖະ​ແຫລງ​ຂ່າວ, ທ່ານ ລິນ​ຈ້ຽນ ໂຄ​ສົກ​ກະ​ຊວງ ​ການ​ຕ່າງ​ປະ​ເທດ ​ໄດ້​ແຈ້ງ​ສະ​ພາບ​ການ​ ກ່ຽວ​ກັບ​ ງານ​ວາງ​ສະ​ແດງ​ ສິນ​ຄ້າ​ຈີນ-ອາຊຽນ ​ຄັ້ງ​ທີ 22 ທີ່​ໄຂ​ຂຶ້ນ ​ຢູ່​ນະ​ຄອນ ນານ​ນີງ ເຂດກວາງ​ຊີ​ ຂອງ ສປ ຈີນ​ ໃນ​ວັນ​ທີ 17 ກັນ​ຍາ​ນີ້. ທ່ານ ​ລິນ​ຈ້ຽນ ກ່າວ​ວ່າ: ອາ​ຊຽນ ​ແມ່ນ​ທິດ​ທາງ ​ບູ​ລິ​ມະ​ສິດ ​​ຂອງ​ວຽກ​ການ​ຕ່າງ​ປະ​ເທດຈີນ ​ກັບ​ປະ​ເທດ​ອ້ອມ​ຂ້າງ ແລະ ​ພາກ​ພື້ນ​ສຳ​ຄັນ ​ຂອງ​ການ​ຮ່ວມ​ກັນ​ສ້າງ ໜຶ່ງ​ແລວ ​ໜຶ່ງ​ເສັ້ນ​ທາງ​ດ້ວຍ​ຄຸນ​ນະ​ພາບ​ສູງ. ພາຍ​ໃຕ້​ການ​ຊີ້​ນຳ​ ນຳ​ພາ​ດ້ານ​ຍຸດ​ທະ​ສາດ​ ຂອງ​ຜູ້​ນຳ​ສອງ​ຝ່າຍ, ການ​ຮ່ວມ​ມື​ ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ ສປ ​ຈີນ ​ກັບ​ອາ​ຊຽນ ​ໄດ້​ກ້າວ​ສູ່​ລວງ​ເລິກ ​ຢ່າງ​ບໍ່​ຢຸດ​ຢັ້ງ.ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ-ອາ​ຊຽນ ​ແມ່ນ​ເວ​ທີ​ສຳ​ຄັນ ແຫ່ງ​ການ​ລົງ​ເລິກ​ການ​ຮ່ວມ​ມື ສປ ​ຈີນ-ອາ​ຊຽນ ແລະ​ ກາ​ນ​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ ໃນ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ. ສປ ຈີນ ​ຍິນ​ດີ​ຮ່ວມ​​ມື ​ກັບປະ​ເທດ ສະ​ມາ​ຊິກ​ອາ​ຊຽນ ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ ຢ່າງ​ເຕັມ​ທີ່​ໃນ​ເວ​ທີ​ຂອງ​ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ-ອາ​ຊຽນ​, ຖື​ການ​ສ້າງ​ເຂດ​ການ​ຄ້າ​ເສ​ລີ ສະ​ບັບ 3,0 ເປັນ​ໂອ​ກາດ, ເປີດກວ້າງ​ການ​ຄ້າ​ແລະ​ ການ​ລົງ​ທຶນ ​ເຊິ່ງ​ກັນ​ ແລະ ​ກັນ ຕື່ມ​ອີກ, ເສີມ​ຂະ​ຫຍາຍ ກຳ​ລັງ​ບົ່ມ​ຊ້ອນ ​ແຫ່ງ​ການ​ຮ່ວມ​ມື​ ທີ່​ຕິດ​ແທດ​ຕິວ​ຈິງ​ ໃນ​ຂົງ​ເຂດ​ຕ່າງໆ, ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້ ​ທີ່​ເປັນ​ເອ​ກະ​ພາບ​ກັນ ​ກ່ຽວ​ກັບ​ ການ​ປົກ​ປ້ອງ ​ລັດ​ທິ​ຫລາຍ​ຝ່າຍ ​ແລະ​ ການ​ຄ້າ​ເສ​ລີ,ບັນ​ລຸ​ຕ່າງ​ຝ່າຍ​ຕ່າງ​ ໄດ້​ຮັບ​ຜົນ​ປະ​ໂຫຍດ ​ທີ່​ມີ​ລະ​ດັບ​ ສູງກວ່າ​ເກົ່າ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ ​ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​ແໜ້ນ​ແຟ້ນກວ່າເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top