ຂປລ
ບັນດາ ຜູ້ບໍລິໂພກ ຊາວກຳປູເຈຍ ພວມຫັນມານຳໃຊ້ ຜະລິດຕະພັນ ທ້ອງຖິ່ນ ຫລາຍຂຶ້ນ ແລະ ຊອກຫາ ທາງເລືອກອື່ນ ແທນສິນຄ້າ ໄທ ນັບຕັ້ງແຕ່ ເກີດການປະທະກັນ ລະຫວ່າງ ກອງທັບ ທັງ ສອງປະເທດ ຕາມຊາຍແດນ ທີ່ເປັນ ຂໍ້ພິພາກ ເມື່ອວັນທີ 24 ກໍລະກົດ ທີ່ຜ່ານມາ
ຂປລ. ຕາມຂ່າວນະຄອນຫລວງ ພະນົມເປັນ ຂອງ ກຳປູເຈຍ, ບັນດາ ຜູ້ບໍລິໂພກ ຊາວກຳປູເຈຍ ພວມຫັນມານຳໃຊ້ ຜະລິດຕະພັນ ທ້ອງຖິ່ນ ຫລາຍຂຶ້ນ ແລະ ຊອກຫາ ທາງເລືອກອື່ນ ແທນສິນຄ້າ ໄທ ນັບຕັ້ງແຕ່ ເກີດການປະທະກັນ ລະຫວ່າງ ກອງທັບ ທັງ ສອງປະເທດ ຕາມຊາຍແດນ ທີ່ເປັນ ຂໍ້ພິພາກ ເມື່ອວັນທີ 24 ກໍລະກົດ ທີ່ຜ່ານມາ, ໃນຂະນະທີ່ ນະຄອນຫລວງ ພະນົມເປັນ ຮ້ານກະເຟທ້ອງຖິ່ນ ປະກອບດ້ວຍ ລູກຄ້າ ຫລາຍຂຶ້ນ, ໂດຍຕ່າງຈາກ ຮ້ານກາເຟໄທ ຊື່ດັງ ທີ່ເຄີຍມີ ຊາວກຳປູເຈຍ ເຂົ້າມາ ບໍລິໂພກ ແຕ່ປັດຈຸບັນ ເກືອບ ຈະບໍ່ມີລູກຄ້າ ເຂົ້າມາໃຊ້ ບໍລິການເລີຍ.
ໃນຊຸມປີ ຜ່ານມານີ້ ສິນຄ້າ ແບນໄທ ໄດ້ຂະຫຍາຍຕົວ ຢ່າງວ່ອງໄວ ໃນກຳປູເຈຍ, ໂດຍມີ ສະຖານີ ບໍລິການ ນໍ້າມັນ ຫລາຍກວ່າ 180 ແຫ່ງ, ຮ້ານຄ້າກາເຟ 250 ແຫ່ງ , ຮ້ານສະດວກຊື້ ແລະ ຮ້ານອາຫານ 100 ແຫ່ງ ທີ່ ບໍລິສັດໄທເປັນເຈົ້າຂອງ ແຕ່ປັດຈຸບັນ, ຈໍານວນ ຜູ້ບໍລິໂພກ ໄດ້ຫລຸດລົງ ຢ່າງຫລວງຫລາຍ. ບັນດາ ຜູ້ບໍລິໂພກ ຊາວກຳປູເຈຍ ກ່າວວ່າ ພວກເຂົາ ໄດ້ເລີ່ມຫັນມາ ນໍາໃຂ້ ອຸດໜູນ ສິນຄ້າ ແລະ ຜະລິດຕະພັນ ພາຍໃນ ປະເທດ ຫລາຍຂຶ້ນ./
KPL