ຂປລ
ອີຢູ ຈະໂຈະ 2 ມາດຕະການ ຕອບໂຕ້ ການເພີ່ມພາສີ ນຳເຂົ້າຕໍ່ ສ.ອາເມລິກາ ພາຍໃນ 6 ເດືອນ.ຫລັງຈາກ ຖະແຫລງການ ສະບັບໜຶ່ງ ວ່າ: ອີຢູ ຈະສືບຕໍ່ ຮ່ວມມືກັບ ສ.ອາເມລິກາ, ພະຍາຍາມ ຈັດຕັ້ງປະຕິບັດ ສັນຍາ ພາສີ ທີ່ບັນລຸ ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ.

ຂປລ.ວິທະຍຸສາກົນແຫ່ງ ສປ ຈີນ, ໂຄສົກ ຄະນະກຳມາທິການ ສະຫະພາບ ເອີຣົບ (ອີຢູ) ກ່າວວ່າ: ອີຢູ ຈະໂຈະ 2 ມາດຕະການ ຕອບໂຕ້ ການເພີ່ມພາສີ ນຳເຂົ້າຕໍ່ ສ.ອາເມລິກາ ພາຍໃນ 6 ເດືອນ.ຫລັງຈາກ ຖະແຫລງການ ສະບັບໜຶ່ງ ວ່າ: ອີຢູ ຈະສືບຕໍ່ ຮ່ວມມືກັບ ສ.ອາເມລິກາ, ພະຍາຍາມ ຈັດຕັ້ງປະຕິບັດ ສັນຍາ ພາສີ ທີ່ບັນລຸ ໃນທ້າຍເດືອນ ກໍລະກົດ ທີ່ຜ່ານມາ. ຖະແຫລງການ ດັ່ງກ່າວ ລະບຸວ່າ: ເພື່ອບັນລຸ ເປົ້າໝາຍນີ້, ຄະນະ ກຳມາທິການ ສະຫະພາບ ເອີຣົບ ຈະນຳໃຊ້ ມາດຕະການ ທີ່ຈຳເປັນ, ໂຈະມາດຕະການພາສີ ເພື່ອຕອບໂຕ້ ສ.ອາເມລິກາ ທີ່ຈະມີຜົນບັງຄັບໃຊ້ ນັບແຕ່ວັນທີ 7 ສິງຫານີ້ ເປັນຕົ້ນໄປ ພາຍໃນເວລາ 6 ເດືອນ. ມາດຕະການຕອບໂຕ້ ທີ່ໂຈະຊົ່ວຄາວ ຄັ້ງນີ້ ປະກອບມີ ສອງພາກສ່ວນ ຄື: ມາດຕະການ ຕອບໂຕ້ ການທີ່ ສ.ອາເມລິກາ ເພີ່ມພາສີຕໍ່ ຜະລິດຕະພັນ ເຫລັກກ້າ ແລະ ອາລູມີນຽມ ແລະ ມາດຕະການ ຕອບໂຕ້ ການເກັບພາສີ ພື້ນຖານ ທີ່ລັດຖະບານ ໂດນັນ ທຣຳ ປະຕິບັດ ໃນກ່ອນໜ້ານີ້ ແລະ ມາດຕະການ ເພີ່ມພາສີ ຕໍ່ລົດຍົນ ທີ່ຈະພິຈາລະນາ. ກ່ອນໜ້ານີ້ ປະເທດ ສະມາຊິກ ສະຫະພາບ ເອີຣົບ ໄດ້ຮັບຮອງ ຂໍ້ຕົກລົງ ກ່ຽວກັບ ການເກັບພາສີ ເພື່ອຕອບໂຕ້ ຕໍ່ຜະລິດຕະພັນ ຂອງ ສ.ອາເມກາ ທີ່ມີມູນຄ່າ 93 ຕື້ເອີໂຣ ດ້ວຍຄະແນນສຽງ ເຫັນດີ ຈຳນວນຫລວງ ຫລາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL