7tot[= ]y sko'kora dc0;'-P'0;k' fegou o-u ;y fdkog,n v'mh kpltw\ vq '7totra d l,x- fegou odv'xt-5 ,.spj lt,k-y dra d 7A 'mu VI Iv'okpq d]a f4t,q o8u goA o.sh c0;'lk]t;a o cdh w0[a osksp5h 'pkd{cdh w0dkogxa o16j 0v'xt-k-q o.sh fu 0B o ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 11.08.2025 ປີທີ 24 ສະບັບທີ 6.244 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 4 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 2 ອ່ານຕໍ່ໜ້າ 7 dv'xt-5 ,.spj 7A 'mu VI 0v'vq '7totra d dt-;'xh v'da oxtgmf xy f]q 'fh ;pzq oleg]a f gxu f'kola [xtfklts]v' 75 xu ;a olh k'8A ' co;]k;lh k'-kf muj l;o[a ofkgzqj k[h kofj ko-u ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ( ຜູ້ທີຫ້າ ນັບຈາກຊ້າຍຫາຂວາ ) ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ c]j o,y oy ,k]kmvo lts]v' ;a o]a f4tme,to6 ocsj '-kf 7q [Iv[ 34 xu leg]a fdv'xt-5 ,.spj z6h cmovq '7totra d c0;'v5 fq ,w- 7A 'mu x - ຮຽນບັນດາທ່ານຜູ້ນຳ ພັກ-ລັດ ທີ່ເຄົາລົບ ແລະ ນັບຖື ຢ່າງສູງ, - ບັນດາພະນັກງານ, ທະ ຫານ, ຕຳຫລວດ ແລະ ພໍ່ແມ່ ພີ່ນ້ອງຊາວລາວທີ່ນັບຖື ແລະ ຮັກ ແພງທັງຫລາຍ, ມື້ນີ້ ພວກເຮົາໄດ້ຮ່ວມກັນ ສະເຫລີມສະຫລອງວັນສ້າງ ຂປລ. ພາຍຫລັງສໍາເລັດການ ປະກາດຜົນກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະບໍລິຫານງານພັກ ແຂວງສາລະວັນ ສະໄໝທີ X ໃນ ວັນທີ 7 ສິງຫາ 2025 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງ ພັກ, ຄະນະເລຂາທິການສູນກາງ ພັກ, ຮອງນາຍົກລັດຖະມົນຕີ ໄດ້ lko0v']a f4t,q o8u dt-;'dko8j k'xtgmf 3vdkf;a o 7q [Iv[ 58 xu csj 'dkolh k'8A 'vk-Po c]t 7q [Iv[ 28 xu lxx ]k; g0Q kgxa olt,k-y dvk-Po gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK ອ່ານຕໍ່ໜ້າ 2 9q f\kpltcf'7;k,-q ,g-u p;a o-kf ly 'dt3x 7q [Iv[ 60 xu ຂປລ. ວັນທີ 9 ສິງຫາ 2025 ນີ້, ທ່ານ ທອງລຸນ ສີສຸລິດ ປະທານ ປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງ ຈົດໝາຍສະແດງຄວາມຊົມເຊີຍເຖິງທ່ານ ທາມັນ ຊານມູກາຣັດນຳ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສິງກະໂປ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 60 ປີ. ເນື້ອໃນຈົດໝາຍໄດ້ລະບຸວ່າ: ຕາງໜ້າໃຫ້ປວງຊົນລາວທັງຊາດ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ ແລະ ປະຊາຊົນສິງກະໂປ ທຸກ ຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 60 ປີ. lkoltcf'7;k,glQ klts]q f.9 ຂປລ. ວັນທີ 8 ສິງຫາ 2025 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ສົ່ງໂທລະເລກສະແດງຄວາມ ຂປລ. ກອງປະຊຸມໃຫຍ່ສະມາຊິກ ພັກ ຄັ້ງທີ VI ຂອງອົງຄະນະພັກ ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ (ສມປຊ) ຈັດຂຶ້ນ ໃນວັນທີ 8 ສິງຫາ 2025 ພາຍໃຕ້ ການເປັນປະທານຂອງສະຫາຍ ພູວົງ ອຸ່ນຄໍາແສນ ກຳມະການສູນ ກາງພັກ, ເລຂາຄະນະບໍລິຫານງານ ຂປລ. ສູນກາງແນວລາວສ້າງ ຊາດ ຮ່ວມກັບອົງການປົກຄອງ ນະຄອນຫລວງວຽງຈັນ, ເມືອງນາ ຊາຍທອງ ແລະ ສວນບັນດາເຜົ່າ ເປີດງານສັບປະດາສະເຫລີມສະ ຫລອງວັນສ້າງຕັ້ງແນວລາວສ້າງ ຊາດຄົບຮອບ 75 ປີ ໃນວັນທີ 8 ສິງຫາ 2025 ໂດຍມີທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ອ່ານຕໍ່ໜ້າ 2 ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ( ຜູ້ທີແປດ ນັບຈາກຊ້າຍຫາຂວາ ) ພັກ, ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ເປັນ ກຽດເຂົ້າຮ່ວມໂດຍສະຫາຍບຸນທອງ ຈິດມະນີ ກຳມະການກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດ, ພ້ອມດ້ວຍແຂກຖືກ ເຊີນ, ມີອະດີດການນຳສະຖາບັນ ການເມືອງ ແລະ ການປົກຄອງແຫ່ງ ຊາດ, ອົງການອ້ອມຂ້າງສູນກາງ ພັກ, ສະຖາບັນການສຶກສາ, ໂຮງ ຮຽນການເມືອງ-ການປົກຄອງ ແຂວງ, ນະຄອນຫລວງ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ປ້ອງກັນປະເທດ, ຄະນະພັກເມືອງ, ບ້ານ, ສະມາຊິກພັກພະນັກງານ, ສະຫາຍ ບຸນທອງ ຈິດມະນີ ຮອງປະທານປະເທດ ( ຜູ້ທີສີ່ ນັບຈາກຊ້າຍຫາຂວາ ) ສະຫາຍ ສິນລະວົງ ຄຸດໄພທູນ ປະທານສູນກາງແນວລາວສ້າງຊາດ ( ຜູ້ທີຫ້າ ນັບຈາກຊ້າຍຫາຂວາ ) ຂປລ. ໃນລະຫວ່າງວັນທີ 7-8 ສິງຫາ 2025 ຢູ່ຫ້ອງວ່າ ການແຂວງຊຽງຂວາງ, ຈັດກອງ ປະຊຸມດຳເນີນຊີວິດການເມືອງ ທ້າຍສະໄໝຄະນະບໍລິຫານງານ ພັກແຂວງຊຽງຂວາງ ສະໄໝທີ VI I I ພາຍໃຕ້ການເປັນປະທານ ຂອງສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/08/2025 xtgmf]k; ກອງປະຊຸມໃຫຍ່ ຄັ້ງທີ VI... ສານສະແດງ... ຈົດໝາຍສະແດງຄວາມຊົມເຊີຍ... ຂປລ. ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກ ກະຊວງ ປ້ອງກັນປະເທດ ໄດ້ປິດລົງດ້ວຍ ຜົນສຳເລັດໃນວັນທີ8ສິງຫາ2025 ໂດຍການເປັນປະທານຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະ ນະພັກກະຊວງ, ລັດຖະມົນຕີກະ ຊວງປ້ອງກັນປະເທດ, ໃຫ້ກຽດ ເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ປະທານ ຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບສູນກາງ, ມີ ບັນດາຄະນະເລຂາທິການສູນກາງ ພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະ ກວດກາສູນກາງພັກ, ຄະນະພັກ ກະຊວງປ້ອງກັນປະເທດ, ຄະນະພັກ ນະຄອນຫລວງວຽງຈັນ, ຄະນະພັກ ກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າ ແຫ່ງຊາດລາວ, ພະນັກງານປະຕິ ວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນ ສົມບູນທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກທັງໝົດໃນທົ່ວກອງທັບ ເຂົ້າຮ່ວມ. ສະຫາຍ ພົນໂທ ຄໍາລຽງ ອຸທະ ໄກສອນ ໃຫ້ຮູ້ວ່າ: ຜົນສໍາເລັດ ກອງປະຊຸມໃຫຍ່ຂອງພວກເຮົາ ໃນຄັ້ງນີ້, ໄດ້ຢັ້ງຢືນເຖິງຄວາມ ສາມັກຄີເປັນເອກະພາບສູງຢູ່ ພາຍໃນອົງຄະນະພັກ, ທຸກບັນຫາ ທີ່ໄດ້ຍົກຂຶ້ນມາໃນກອງປະຊຸມ ໃຫຍ່ ລ້ວນແຕ່ໄດ້ຮັບການຄົ້ນຄວ້າ ປະກອບຄໍາຄິດຄໍາເຫັນຢ່າງເລິກ ເຊິ່ງຈາກບັນດາສະຫາຍຜູ້ແທນ ແລະ ໄດ້ຖືກຮັບຮອງເອົາຢ່າງເປັນ ເອກະສັນ, ກອງປະຊຸມໃຫຍ່ພວກ ເຮົາ, ໄດ້ພ້ອມກັນຄົ້ນຄວ້າເຊື່ອມ ຊຶມບົດລາຍງານການເມືອງຂອງ ຄະນະພັກກະຊວງປ້ອງກັນປະເທດ ສະໄໝທີ V ຢ່າງເລິກເຊິ່ງ, ຕັ້ງໜ້າ ປະກອບຄໍາຄິດເຫັນດ້ວຍຄວາມ ຮັບຜິດຊອບສູງ, ພ້ອມທັງເປັນ ເອກະສັນກັນ, ຜ່ານພຶດຕິກຳຕົວຈິງ ໃນຊຸມປີຜ່ານມາ. ພ້ອມນີ້, ກອງ ປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ກ່ຽວກັບມາດຖານເງື່ອນໄຂຂອງ ຜູ້ທີ່ສະໝັກເຂົ້າໃນຄະນະບໍລິຫານ ງານພັກກະຊວງປ້ອງກັນປະເທດ ແລະ ໃຊ້ສິດປະຊາທິປະໄຕຂອງ ຕົນເຂົ້າໃນການປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານພັກກະຊວງ ຊຸດໃໝ່ ຢ່າງຖືກຕ້ອງຕາມລະບຽບ ຫລັກການຂອງພັກ, ເພື່ອສືບຕໍ່ນໍາ ພາກອງທັບກ້າວຂຶ້ນ ແລະ ເຮັດສຳ ເລັດໜ້າທີ່ ທີ່ພັກ-ລັດມອບໝາຍໃຫ້ ໃນໄລຍະໃໝ່. ກອງປະຊຸມຍັງໄດ້ເປັນເອກະສັນ ກັນຢ່າງສົມບູນເລືອກຕັ້ງເອົາຄະນະ ປະຈຳພັກກະຊວງ 11 ສະຫາຍ ໃນນັ້ນ, ເລືອກເອົາສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ເປັນເລຂາ ຄະນະພັກ, ສະຫາຍ ພົນຕີ ວົງສອນ ອິນປານພິມ ເປັນຮອງເລຂາຄະນະ ພັກ ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ເປັນຮອງເລຂາຄະນະ ພັກ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ພົນຈັດຕະວາ ແສງມະນີ ວອນ ຄຳມະນີ ເປັນປະທານກວດ ກາພັກ, ສະຫາຍ ພັນເອກ ແພງສີ ເສັງວິໄຊ ແລະ ສະຫາຍ ພັນເອກ ຂັນທະນູໄຊ ຈະເລີນສຸກ ເປັນຮອງ ປະທານ. ສຳລັບກຳມະການຄະນະ ບໍລິຫານງານພັກ ກະຊວງປ້ອງກັນ ສຳເລັດກອງປະຊຸມໃຫຍ່... ເປີດງານສັບປະດາ... ຂ້າພະເຈົ້າຕີລາຄາສູງຕໍ່ສາຍພົວ ພັນອັນດີງາມ ແລະ ການຮ່ວມມື ທີ່ເຕັມໄປດ້ວຍໝາກຜົນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະ ລັດ ສິງກະໂປ ຕະຫລອດໄລຍະ 5 ທົດສະວັດທີ່ຜ່ານມາ, ເຊິ່ງໄດ້ຮັບ ການເສີມຂະຫຍາຍຢ່າງຕໍ່ເນື່ອງ ໂດຍຜ່ານການພົບປະແລກປ່ຽນ ການຢ້ຽມຢາມຂອງການນຳຂັ້ນ ສູງຂອງສອງປະເທດຢ່າງເປັນ ປົກກະຕິ ກໍຄື ສາຍພົວພັນອັນເຂັ້ມ ແຂງລະຫວ່າງປະຊາຊົນສອງຊາດ. ດ້ວຍຜົນສໍາເລັດອັນມີຄວາມໝາຍ ຄວາມສໍາຄັນຂອງການສະເຫລີມ ສະຫລອງວັນສ້າງຕັ້ງສາຍພົວພັນ ການທູດ ຄົບຮອບ 50 ປີ ໃນປີ ຜ່ານມາ, ຂ້າພະເຈົ້າເຊື່ອໝັ້ນຢ່າງ ຍິ່ງວ່າສາຍພົວພັນມິດຕະພາບອັນ ເຂັ້ມແຂງ ແລະ ການຮ່ວມມືສອງ ຝ່າຍອັນສະໜິດແໜ້ນຂອງພວກ ເຮົາຈະສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນໃນ ຊຸມປີຕໍ່ໜ້າ ໂດຍສະເພາະຂົງເຂດ ການຄ້າ ແລະ ການລົງທຶນ ກໍຄື ການພັດທະນາດ້ານຊັບພະຍາກອນ ມະນຸດ ເພື່ອນໍາເອົາຜົນປະໂຫຍດ ອັນແທ້ຈິງມາສູ່ປະຊາຊົນສອງຊາດ ພວກເຮົາ ກໍຄື ເພື່ອສັນຕິພາບ, ສະ ຖຽນລະພາບ ແລະ ການຮ່ວມມືເພື່ອ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ. ໃນໂອກາດອັນສະຫງ່າລາສີນີ້ ຂ້າພະເຈົ້້າຂໍອວຍພອນໄຊອັນປະ ເສີດມາຍັງທ່ານຈົ່ງມີພະລານາໄມ ສົມບູນ ແລະ ປະສົບຜົນສໍາເລັດໃນ ໜ້າທີ່ວຽກງານອັນມີກຽດຂອງ ທ່ານ ແລະ ປະຊາຊົນສິງກະໂປ ສືບ ຕໍ່ມີຄວາມຈະເລີນກ້າວໜ້າ ແລະ ວັດ ທະນະຖາວອນ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກໍໄດ້ຈົດໝາຍສະແດງ ຄວາມຊົມເຊີຍເຖິງທ່ານ ລໍເຣນສ ວອງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດ ຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍ ສະແດງຄວາມຊົມເຊີຍເຖິງທ່ານ ດຣ ວິວຽນ ບາລາຄຣີສນານ ລັດຖະ ມົນຕີຕ່າງປະເທດ ແຫ່ງ ສາທາລະ ນະລັດ ສິງກະໂປ ເນື່ອງໃນໂອກາດ ວັນຊາດ ແຫ່ງ ສາທາລະນະລັດ ສິງກະໂປ ຄົບຮອບ 60 ປີ ເຊັ່ນ ດຽວກັນ. ຂປລ. ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ X ໄດ້ດຳເນີນແຕ່ວັນທີ 8-9 ສິງຫາ 2025ຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຄົງ ຫລ້າຈຽມພອນ ກຳມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເຈົ້າ ແຂວງໆອຸດົມໄຊ, ເປັນກຽດເຂົ້າຮ່ວມ ໂດຍສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງ ພັກ, ປະທານສູນກາງແນວລາວ ສ້າງຊາດ, ຜູ້ຊີ້ນໍາແຂວງອຸດົມໄຊ, ມີບັນດາສະຫາຍຮອງເລຂາພັກ ແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຕາງໜ້າ ຈາກນະຄອນຫລວງວຽງຈັນ, ແຂວງຫລວງນ້ຳທາ, ຫ້ອງວ່າການ ສູນກາງພັກ, ຄະນະຈັດຕັ້ງສູນກາງ ພັກ, ຄະນະກວດກາສູນກາງພັກ, ກອງພົນທະຫານຮາບທີ 3, ບັນດາ ກະຊວງຂັ້ນສູນກາງ, ອະດີດການນໍາ ພັກ-ລັດແຂວງ, ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ, ນັກຮົບແຂ່ງຂັນ, ບັນດາບໍລິສັດ, ນັກທຸລະກິດ ແລະ ຜູ້ ແທນສົມບູນເຂົ້າຮ່ວມ. ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ດໍາ ເນີນໄປພາຍໃຕ້ຄໍາຂວັນ: “ຍົກສູງ ບົດບາດການນໍາພາ, ຄວາມເປັນ ແບບຢ່າງນໍາໜ້າຂອງອົງຄະນະ ພັກແຂວງ; ສຸມທຸກກໍາລັງແຮງ ສ້າງເສດຖະກິດເອກະລາດ, ເປັນ ເຈົ້າຕົນເອງ; ເພີ່ມທະວີໃນການ ຄຸ້ມຄອງ, ບໍລິຫານລັດໃຫ້ສັກສິດ, ເຂັ້ມງວດ ແລະ ທັນສະໄໝ; ນໍາ ພາແຂວງອຸດົມໄຊ ກ້າວຂຶ້ນຕາມ 4 ໃຈກາງ”. ໂດຍມີຜູ້ແທນສົມບູນ ເຂົ້າຮ່ວມ 262 ສະຫາຍ, ຍິງ 41 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະ ມາຊິກພັກໃນທົ່ວແຂວງ ຈໍານວນ 18.398 ສະຫາຍ ແລະ ແຂກເຊີນ ຈຳນວນ 79 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນອົງຄະ ນະພັກແຂວງ ຄັ້ງທີ X ໄດ້ດໍາ ເນີນດ້ວຍບັນຍາກາດແຫ່ງຄວາມ ສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງ ຂອງຜູ້ແທນ ກອງປະຊຸມໄປພ້ອມກັບການຕິດ ຕາມຂອງປະຊາຊົນບັນດາເຜົ່າໃນ ທົ່ວແຂວງອຸດົມໄຊ; ກອງປະຊຸມ ໃຫຍ່ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກ ເຊິ່ງ ແລະ ເປັນເອກະສັນຮັບຮອງ ເອົາລາຍງານການເມືອງ ແລະ ບົດ ສະຫລຸບການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງຄະນະບໍລິຫານງານ ພັກແຂວງ ສະໄໝທີ IX; ຜູ້ແທນ ເສົ້າສະຫລົດໃຈເຖິງທ່ານ ພົນເອກ ອາວຸໂສ ມິນ ອອງລາຍ ປະທານ ຄະນະກຳມະການຮັກສາຄວາມ ໝັ້ນຄົງແຫ່ງລັດ ແລະ ສັນຕິພາບ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ຕໍ່ການຈາກໄປຂອງທ່ານ ອູ ມິນ ສະເວ ອະດີດຮັກສາການປະ ທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ. ເນື້ອໃນສານໄດ້ລະບຸວ່າ: ຂ້າ ພະເຈົ້າຮູ້ສຶກເສົ້າສະຫລົດໃຈເປັນ ຢ່າງຍິ່ງ ເມື່ອໄດ້ຊາບຂ່າວກ່ຽວກັບ ການຈາກໄປຂອງທ່ານອູມິນສະເວ ອະດີດຮັກສາການປະທານາທິບໍດີ ແຫ່ງ ສປປ ລາວ, ມີທ່ານ ນາງ ນາລີ ສີສຸລິດ ພັນລະຍາ ທ່ານປະທານ ປະເທດ, ທ່ານ ພູວົງ ພະມີສິດ ກຳ ມະການສູນກາງແນວລາວສ້າງ ຊາດ, ປະທານຮ້ານຄໍາພູວົງ ແລະ ທັງເປັນປະທານສວນບັນດາເຜົ່າ, ມີການນໍາພັກ-ລັດ, ບັນດາຊົນເຜົ່າ ຕ່າງໆທີ່ມາຈາກຕ່າງແຂວງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ. ທ່ານ ຄຳໄຫລ ສີປະເສີດ ຮອງ ປະທານຜູ້ປະຈຳການສູນກາງແນວ ລາວສ້າງຊາດ ໄດ້ກ່າວເປີດງານ ວ່າ: ການຈັດງານສັບປະດາຄັ້ງນີ້ ເພື່ອທົບທວນ, ຮຽນຮູ້ ແລະ ເສີມ ຂະຫຍາຍມູນເຊື້ອ ແລະ ຜົນງານ ອັນໃຫຍ່ຫລວງຂອງແນວລາວ ອິດສະຫລະ, ແນວລາວຮັກຊາດ ແລະ ແນວລາວສ້າງຊາດໃນປັດຈຸ ບັນທີ່ໄດ້ຮ່ວມກັບປະຊາຊົນລາວ ບັນດາເຜົ່າຍາດມາໄດ້ໃນຕະຫລອດ ໄລຍະຜ່ານມາ ແລະ ຍັງເປັນໜຶ່ງ ໃນ 9 ກິດຈະກໍາຂອງການສະເຫລີມ ສະຫລອງວັນສ້າງຕັ້ງແນວລາວ ສ້າງຊາດຄົບຮອບ 75 ປີ. ນອກ ຈາກການຈັດຕັ້ງປາຖະກະຖາມູນ ເຊື້ອ ແລະ ຜົນງານຂອງແນວລາວ ສ້າງຊາດແລ້ວໃນວັນທີ 13 ສິງຫາ 2025 ທີ່ຈະມາເຖິງນີ້ ພວກເຮົາຈະ ຈັດພິທີໂຮມຊຸມນຸມໃຫຍ່ທີ່ຫໍປະຊຸມ ແຫ່ງຊາດ (ທັງແບບເຊິ່ງໜ້າ ແລະ ທາງໄກກັບທ້ອງຖິ່ນ), ສະເພາະ ຢູ່ຂັ້ນສູນກາງມີທັງໝົດ 8 ກິດຈະ ກໍາໃຫຍ່: ຈັດແຂ່ງຂັນກິລາຕີກ໊ອຟ, ເປຕັງ, ບານເຕະ ຍິງ-ຊາຍ, ວາງ ສະແດງສິນຄ້າ ແລະ ຜະລິດຕະພັນ ລາວ, ແຫ່ພະໄຕຣປິດົກ, ກວດສຸຂະ ພາບ ແລະ ບໍລິຈາກເລືອດຊ່ວຍສັງ ຄົມ,ຈັດຕັ້ງໄປທັດສະນະຢ້ຽມຢາມ ຖານທີ່ໝັ້ນແນວລາວຮັກຊາດທີ່ ເມືອງວຽງໄຊ ແຂວງຫົວພັນ. ສໍາ ລັບການຈັດຕັ້ງກິດຈະກໍາ ແລະ ການ ປະເທດ ປະກອບມີ 35 ສະຫາຍ. ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມໃນ ຄັ້ງນີ້, ພ້ອມທັງເນັ້ນບາງບັນຫາໃຫ້ ຄະນະພັກຊຸດໃໝ່ ໃຫ້ເອົາໃຈໃສ່ ເປັນ ຕົ້ນສືບຕໍ່ນໍາພາຊີ້ນໍາການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງ ນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກໍາລະອຽດຢ່າງ ຕັ້ງໜ້າໂດຍເລີ່ມຕັ້ງແຕ່ການຈັດ ຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະ ບໍລິຫານງານພັກກະຊວງລົງໄປເຖິງ ຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ, ນາຍ ແລະ ພົນທະຫານ ຢູ່ບັນດາກົມກອງສູນກາງ ແລະ ທ້ອງຖິ່ນໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ, ເປັນ ເອກະພາບກັນທາງດ້ານທັດສະນະ ແລະ ການກະທໍາຕົວຈິງ, ຮີບຮ້ອນ ໃຫ້ມີການແບ່ງວຽກ-ແບ່ງຄວາມ ຮັບຜິດຊອບພາຍໃນຄະນະບໍລິຫານ ງານພັກກະຊວງ, ຄະນະປະຈໍາພັກ ກະຊວງໃຫ້ລະອຽດຈະແຈ້ງ; ເຊີດ ຊູຄວາມເປັນເຈົ້າການຕໍ່ໜ້າທີ່ການ ເມືອງ, ທຸ່ມເທເຫື່ອແຮງ, ສະຕິ ປັນຍາ, ຄວາມຮູ້ຄວາມສາມາດ, ມີ ຄວາມເສຍສະລະ ເພື່ອເຮັດສຳເລັດ ໜ້າທີ່ທີ່ຖືກມອບໝາຍ. ສິ່ງສໍາຄັນ, ໃຫ້ຖືວ່າການເຂົ້າມາຢູ່ໃນຄະນະ ບໍລິຫານງານພັກກະຊວງ ເພື່ອຮັບ ໃຊ້ພາລະກິດປະຕິວັດອັນສູງສົ່ງ ຂອງພັກ, ເຮັດທຸກຢ່າງເພື່ອຄວາມ ສົມບູນພູນສຸກຂອງປະຊາຊົນ ແລະ ເພື່ອຄວາມຈະເລີນວັດທະນາຂອງ ປະເທດຊາດ; ຕ້ອງຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫລັກ ການ, ລະບອບແບບແຜນວິທີນຳພາ ຂອງພັກ ແລະ ມີຄວາມຮັບຜິດຊອບ ໂດຍກົງຕໍ່ຜົນໄດ້ຜົນເສຍຂອງວຽກ ງານທີ່ຖືກມອບໝາຍ, ເດັດຂາດ ແກ້ໄຂຕໍ່ການປະພຶດແບບອາດຍາ ສິດ, ສໍ້ລາດບັງຫລວງ, ເສື່ອມ ທາດຂາດຄຸນ; ສ້າງໄດ້ຄວາມເຊື່ອ ໝັ້ນຈາກມະຫາຊົນ, ຕ້ອງຮູ້ອີງໃສ່ ກຳລັງແຮງຂອງປະຊາຊົນ ແລະ ເຮັດທຸກສິ່ງທຸກຢ່າງ ເພື່ອສິດຜົນ ປະໂຫຍດອັນຊອບທຳຂອງປະຊາ ຊົນ ແລະ ຂອງປະເທດຊາດ; ຕ້ອງ ປັບປຸງ ແລະ ເພີ່ມທະວີແບບແຜນ ວິທີນໍາພາທີ່ມີລະບອບການແບ່ງ ງານ, ການມອບໝາຍຄວາມຮັບ ຜິດຊອບຢ່າງຈະແຈ້ງຂາດຕົວ, ສົມ ທົບຢ່າງກົມກຽວລະຫວ່າງບົດບາດ ແລະ ຄວາມສາມາດນໍາພາຂອງ ໝູ່ຄະນະກັບຄວາມສາມາດນໍາພາ ຂອງບຸກຄົນໃນຄະນະ. ການມອບ ວຽກຕ້ອງມອບທັງສິດທັງອຳນາດ, ຜູ້ຖືກມອບໝາຍຕ້ອງຮັບຜິດຊອບ ຕໍ່ຜົນໄດ້ຜົນເສຍຂອງວຽກງານ ທີ່ຕົນປະຕິບັດ; ເຊີດຊູຄວາມເປັນ ແບບຢ່າງໃນການດໍາລົງຊີວິດທີ່ ປອດໃສ, ປະຢັດ, ຕ້ານການຟຸມ ເຟືອຍ, ເປັນແບບຢ່າງໃນການປະຕິ ບັດກົດລະບຽບພັກ, ກົດໝາຍ ແລະ ລະບຽບການຕ່າງໆ; ຊຸກຍູ້ໃຫ້ການ ຈັດຕັ້ງ, ພະນັກງານ ແລະ ປະຊາຊົນ ໃນຂອບເຂດທີ່ຕົນຮັບຜິດຊອບມີ ທັດສະນະ ແລະ ການກະທຳທີ່ ຖືກຕ້ອງ, ຕັ້ງໜ້າຕ້ານບັນດາປາກົດ ການຫຍໍ້ທໍ້, ລ່ວງລະເມີດກົດໝາຍ ແລະ ອື່ນໆ. ພ້ອມທັງໃຫ້ຕັ້ງໜ້າ ປຸກລະດົມທຸກກໍາລັງແຮງຂອງທົ່ວ ປວງຊົນເຂົ້າຮ່ວມວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃຫ້ນັບມື້ນັບ ແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມ ໜັກແໜ້ນ. ກໍາລັງປ້ອງກັນຊາດ ຂອງພວກເຮົາຕ້ອງ: “ຮູ້ໃຫ້ທັນ, ກຳໃຫ້ແໜ້ນ, ຕີຕ້ານໃຫ້ຖືກຈຸດ, ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ເຊິ່ງຖືວ່າເປັນການສູນ ເສຍບຸກຄົນທີ່ສຳຄັນທີ່ໄດ້ອຸທິດເຫື່ອ ແຮງ ແລະ ຄວາມຮູ້ຄວາມສາມາດ ໃນການພັດທະນາປະເທດຊາດ ກໍຄື ການພົວພັນຮ່ວມມືອັນດີລະຫວ່າງ ລາວ ແລະ ມຽນມາ ເປັນຢ່າງດີໃນ ໄລຍະຜ່ານມາ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄື ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງ ຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າເສຍໃຈ ມາຍັງທ່ານ ແລະ ຜ່ານທ່ານໄປ ຍັງປະຊາຊົນມຽນມາ ທຸກຖ້ວນ ໜ້າ ກໍຄື ຄອບຄົວຂອງທ່ານ ອູ ມິນ ສະເວ ມານະໂອກາດນີ້ດ້ວຍ. ຂໍໃຫ້ດວງວິນຍານຂອງທ່ານ ມິນ ສະເວ ຈົ່ງໄປສູ່ສຸຄະຕິດ້ວຍເຖີດ. ກອງປະຊຸມໄດ້ສະແດງຄວາມເຫັນດີ ເປັນເອກະພາບຕໍ່ການສະຫລຸບຕີ ລາຄາໝາກຜົນແຫ່ງການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ ທີ IX ອົງຄະນະພັກແຂວງ ເປັນ ຕົ້ນແມ່ນບັນດາຜົນສໍາເລັດອັນ ພົ້ນເດັ່ນທີ່ຍາດມາໄດ້ໃນຂົງເຂດ ວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາ ເສດຖະກິດ-ວັດທະນະທໍາສັງຄົມ, ວຽກງານຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ວຽກງານກໍ່ສ້າງພັກ-ພະ ນັກງານງານ, ວຽກແນວລາວ ສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ວຽກງານການພົວພັນຮ່ວມມືກັບ ຕ່າງປະເທດ ໃນຕະຫລອດໄລຍະ 5 ປີຜ່ານມາ ໄດ້ສ້າງພື້ນຖານ ແລະ ທ່າແຮງທີ່ເປັນເງື່ອນໄຂໃໝ່ ໃຫ້ ແຂວງອຸດົມໄຊ ສືບຕໍ່ພັດທະນາໃຫ້ ຖືກຕາມທິດທາງ ແລະ ຄາດໝາຍ ທີ່ວາງໄວ້. ກອງປະຊຸມໄດ້ພ້ອມກັນເອກະ ພາບຕໍ່ການຕີລາຄາກ່ຽວກັບດ້ານ ອ່ອນ, ຂໍ້ຄົງຄ້າງໃນການຊີ້ນຳນຳພາຂອງຄະນະບໍລິຫານງານພັກ ແຂວງໃນໄລຍະຜ່ານມາ ຊຶ່ງເປັນ ສາເຫດພາໃຫ້ການຈັດຕັ້ງປະຕິບັດ ຄາດໝາຍບາງດ້ານບໍ່ບັນລຸຕາມ ແຜນການທີ່ວາງອອກ ແລະ ໄດ້ເປັນ ເອກະພາບຮັບຮອງເອົາທິດທາງ ລວມ ແລະ ຄາດໝາຍສູ້ຊົນໃນ 5 ປີຕໍ່ໜ້າ(2026-2030) ໂດຍສືບຕໍ່ ຈັດຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຢ່າງຮອບດ້ານມີຫລັກການຂອງ ພັກ, ສຸມໃສ່ກໍ່ສ້າງພັກ-ພະນັກງານ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ, ອອກແຮງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານ ປະລິມານ ແລະ ຄຸນນະພາບ; ສຸມໃສ່ ຈັດຕັ້ງປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນຮອບດ້ານຢ່າງແຂງແຮງ ຮັບປະກັນໃຫ້ທົ່ວແຂວງມີຄວາມ ສະຫງົບຢ່າງໜັກແໜ້ນກາຍເປັນ ພື້ນຖານແກ່ການພັດທະນາແຂວງ ໃນຕໍ່ໜ້າ; ພັດທະນາເສດຖະກິດຂອງ ແຂວງໃຫ້ຂະຫຍາຍຕົວຕໍ່ເນື່ອງ ສຸມໃສ່ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຕາມ 4 ທ່າແຮງ, ພັດທະນາຕົວເມືອງຕາມທິດ 4 ສ ໃຫ້ກາຍເປັນຕົວເມືອງໜ້າຢູ່ ແລະ ສຸມໃສ່ແກ້ໄຂຄວາມທຸກຍາກຂອງ ປະຊາຊົນໃຫ້ຫລຸດລົງຢ່າງຈະແຈ້. ພ້ອມນີ້, ຜູ້ແທນກອງປະຊຸມໄດ້ ພ້ອມກັນໃຊ້ສິດປະຊາທິປະໄຕຂອງ ຕົນເຂົ້າໃນການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ອຸດົມໄຊ ຊຸດໃໝ່ ບົນພື້ນຖານຫລັກ ກາລວມສູນປະຊາທິປະໄຕທັງຖືກ ຕ້ອງສອດຄ່ອງກັບມາດຖານເງື່ອນ ໄຂທີ່ກຳນົດໄວ້, ເຊິ່ງມີຜູ້ອອກຮັບ ສະໝັກເລືອກຕັ້ງລວມທັງໝົດ 40 ສະຫາຍ, ຍິງ 9 ສະຫາຍ, ເລືອກ ໄດ້ 35 ສະຫາຍ, ຍິງ 7 ສະຫາຍ ເພື່ອເປັນແກນນຳໃນການສືບຕໍ່ນໍາ ພາປະຕິບັດມະຕິກອງປະຊຸມໃຫ່ຍ ຜູ້ແທນອົງຄະນະພັກແຂວງອຸດົມ ໄຊ ຄັ້ງທີ X. ກອງປະຊຸມຄັ້ງປະຖົມ ມະລືກຂອງຄະນະບໍລິຫານງານພັກ ແຂວງອຸດົມໄຊ ສະໄໝທີ X ໄດ້ເປັນ ເອກະສັນຢ່າງສົມບູນເລືອກຕັ້ງເອົາ ຄະນະປະຈໍາພັກແຂວງ ຈໍານວນ 11 ສະຫາຍ, ຍິງ 2 ສະຫາຍ ແລະ ໄດ້ເປັນເອກະສັນກັນຮັບຮອງເອົາ ເລຂາ, ຮອງເລຂາຄະນະບໍລິຫານ ງານພັກແຂວງ ໂດຍໄດ້ເລືອກຕັ້ງ ເອົາສະຫາຍ ບຸນຄົງ ຫລ້າຈຽມພອນ ເປັນເລຂາຄະນະບໍລິຫານງານພັກ ແຂວງຊຸດໃໝ່. ກອງປະຊຸມໄດ້ ເລືອກເອົາສະຫາຍ ວາລີ ຈືນໍ່ເຢັງ ເປັນປະທານກວດກາພັກແຂວງ ສະໄໝທີ X, ພ້ອມນັ້ນຜູ້ແທນກອງ ປະຊຸມໄດ້ປ່ອນບັດຄັດເລືອກເອົາ ຜູ້ສົມບູນ ແລະ ສຳຮອງເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ. ໃນນັ້ນ, ສົມບູນ 27 ສະຫາຍ, ຍິງ 5 ສະຫາຍ ແລະ ຜູ້ແທນສຳຮອງ 5 ສະຫາຍ, ຍິງ 2 ສະຫາຍ. ກອງປະຊຸມໃຫຍ່ຜູ້ແທນຂອງ ອົງຄະນະພັກແຂວງອຸດົມໄຊ ຄັ້ງ ທີ X ໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ສິນລະວົງ ຄຸດໄພທູນ ເຊິ່ງ ຄໍາເຫັນໂອ້ລົມຂອງສະຫາຍແມ່ນ ເຕັມໄປດ້ວຍຄວາມເປັນຫ່ວງເປັນ ໃຍ, ທັງເປັນເຂັມຊີ້ທິດເຍືອງທາງ, ເປັນເຫງົ້າພະລັງເພື່ອປຸກລະດົມໃຫ້ ຜູ້ແທນ, ແຂກເຊີນກອງປະຊຸມໃຫຍ່, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າພາຍໃນແຂວງ ຍົກສູງຄວາມຮັບຜິດຊອບ ແລະ ມີ ຄວາມຕັດສິນໃຈສູງກວ່າເກົ່າໃນ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງອຸດົມໄຊ ຄັ້ງທີ X ໃຫ້ມີຜົນ ສໍາເລັດຢ່າງໃຫຍ່ຫລວງກວ່າເກົ່າ. ກອງປະຊຸມຮຽກຮ້ອງມາຍັງ ບັນດາສະຫາຍຄະນະບໍລິຫານງານ ພັກແຂວງ, ຜູ້ແທນກອງປະຊຸມ, ສະ ມາຊິກພັກ, ພະນັກງານ, ລັດຖະ ກອນ, ກໍາລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນໃນ ທົ່ວແຂວງອຸດົມໄຊ ຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບໜ້າທີ່ການ ເມືອງ, ບົດບາດການນຳພາ, ຄວາມ ເປັນແບບຢ່າງນຳໜ້າຂອງຕົນໃຫ້ ສູງຂຶ້ນ, ຕັ້ງໜ້າເສີມຂະຫຍາຍມູນ ເຊື້ອ ແລະ ຜົນງານທີ່ອົງຄະນະພັກ ແຂວງຍາດມາໄດ້ໃນໄລຍະທີ່ຜ່ານ ມາ, ພ້ອມກັນບຸກບືນສູ້ຊົນສ້າງການ ຫັນປ່ຽນໃໝ່ຢ່າງຕັ້ງໜ້າ, ຍາດໄດ້ ຜົນງານ ແລະ ໄຊຊະນະໃໝ່ທີ່ຍິ່ງ ໃຫຍ່ກວ່າເກົ່າ ເພື່ອນຳພາແຂວງ ອຸດົມໄຊກ້າວຂຶ້ນຕາມ 4 ໃຈກາງ ຢ່າງໜັກແໜ້ນ. ຂ່າວ: ຄຳພູສະຫວັນ ເພັນສະຫວັດ ສະເຫລີມສະຫລອງຢູ່ທ້ອງຖິ່ນແມ່ນ ໃຫ້ຄະນະພັກ-ອົງການປົກຄອງ ທ້ອງຖິ່ນນໍາພາຈັດຕັ້ງສະເຫລີມສະ ຫລອງຕາມສະພາບຕົວຈິງຂອງ ແຕ່ລະທ້ອງຖິ່ນ. ທັງນີ້, ກໍເພື່ອເພີ່ມ ທະວີຄວາມສາມັກຄີເປັນປຶກແຜ່ນ ຂອງປະຊາຊົນລາວບັນດາເຜົ່າ ໄດ້ ພົບປະແລກປ່ຽນບົດຮຽນສຶກສາ ຮຽນຮູ້ດ້ານວັດທະນະທໍາຮີດຄອງ ປະເພນີ ແລະ ວິຖີດໍາລົງຊີວິດອັນດີ ງາມຂອງກັນ ແລະ ກັນຢ່າງເລິກ ເຊີ່ງຍິ່ງຂຶ້ນ. ໂອກາດນີ້, ທ່ານ ຈັນທະວົງ ພະມີສິດ ຮອງປະທານສວນບັນດາ ເຜົ່າໄດ້ກ່າວວ່າ: ພາຍໃນລະຫວ່າງ ວັນທີ 8-11 ສິງຫາ 2025 ເຊິ່ງມີ ຫລາຍກິດຈະກຳເຊັ່ນ: ວາງສະແດງ ຜະລິດຕະພັນບັນດາເຜົ່າ, ທ່ຽວ ຊົມຫໍວາງສະແດງບັນດາເຜົ່າ, ຢ້ຽມຊົມເຮືອນຂອງບັນດາເຜົ່າ, ການສະແດງສິລະປະວັນນະຄະດີ ບັນດາເຜົ່າ, ທ່ຽວຊົມເຮືອນ ແລະ ເຄື່ອງໃຊ້ໃນເຮືອນ, ທ່ຽວຊົມເຄື່ອງ ຫັດຖະກຳ ແລະ ຊີມອາຫານຂອງ ຊົນເຜົ່າມ່ວນຊື່ນຕາມປະເພນີຂອງ ຊົນເຜົ່າ, ຮ່ວມຟ້ອນລຳວົງສາມັກຄີ ກັບບັນດາເຜົ່າ, ຊົມເຕັ້ນແຊ່ (ຈັບ ມືເປັນວົງມົນ), ຊົມການເປົ່າແຄນ ລວມໝູ່ ແລະ ຊື້-ຂາຍເຄື່ອງຫັດ ຖະກໍາ, ຍ່າງອາພອນ 50 ຊົນເຜົ່າ, ຍ່າງອາພອນຊຸດລາຍນາກ ແລະ ອື່ນໆ. ດັ່ງນັ້ນ, ເຊີນຊວນມວນຊົນ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມ ເພື່ອສຳຜັດກັບ ວິຖີການດຳລົງຊີວິດວັດທະນະທຳ ຮີດຄອງປະເພນີອັນດີງາມຂອງ ແຕ່ລະຊົນເຜົ່າເປັນຕົ້ນການນຸ່ງຖື ການປາກເວົ້າ, ການແຕ່ງອາຫານ, ການສະແດງສິລະປະ ແລະ ອື່ນໆ. ຕະຫລອດການຈັດງານແມ່ນເປີດ ໃຫ້ມວນຊົນເຂົ້າທ່ຽວຊົມຟຣີ. ຂ່າວ: ວີລະວັນ; ພາບ: ອ່າຍຄໍາ ທັນການ, ເດັດຂາດ, ວ່ອງໄວ ແລະ ຊັດເຈນ” ຕໍ່ແຕ່ລະເຫດການທີ່ ເກີດຂຶ້ນ. ພາບ: ທະນູນທອງ
co;]k;lh k'-kf lts]v' 75 xu .sh ,u 7;k,\kpg]y dg-yj ' xtgmf]k; 3 11/08/2025 0j k; c]t gsfdko ©ດຍ ຢ່າຕົ່ງ dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ;Pd'kolnj ,;o-q o gxa osq ;.9le7a oIa [.-h rk]tdy fxt8y ;a f ©ດຍ ວັດທະນາ ຕະຫລອດໄລຍະແຫ່ງການນໍາ ພາຂະບວນການຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ ແລະ ອິດສະລະ ພາບມາສູ່ປະຊາຊົນກໍຄືໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ລະບອບ ປະຊາທິປະໄຕ ປະຊາຊົນ, ພັກປະຊາຊົນປະຕິວັດລາວ ຍາມໃດ ກໍຖືວຽກງານໂຄສະນາຖະແຫລງ ຂ່າວສຶກສາອົບຮົມ,ຂົນຂວາຍແລະ ຈັດຕັ້ງປະຊາຊົນ ເປັນຫົວໃຈສໍາຄັນ ອັນໜຶ່ງທີ່ໄດ້ກາຍເປັນພາຫະນະ ອາວຸດອັນຄົມແຫລມ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນໄຊຊະນະ ລວມ ຂອງການປະຕິວັດໃນແຕ່ລະ ໄລຍະ. ທ່ານ ອຸ່ນຫລ້າ ໄຊຍະສິດ ອະດີດ ຄະນະປະຈໍາພັກແຂວງ, ຮອງເຈົ້າ ແຂວງ ຜູ້ຊີ້ນໍາວຽກງານວັດທະນະ ທໍາສັງຄົມ ທັງເປັນອະດີດຫົວໜ້າ ພະແນກຖະແຫລງຂ່າວ, ວັດທະນະ ທໍາ ແລະ ທ່ອງທ່ຽວ ແຂວງອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງ ໃນອາທິດຜ່ານມານີ້ວ່າ: ເນື່ອງໃນ ໂອກາດວັນສ້າງຕັ້ງສື່ມວນຊົນແລະ ການພິມຈໍາໜ່າຍຄົບຮອບ 75 ປີ (13 ສິງຫາ 1955-13 ສິງຫາ 2025) ເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນຂອງການປະຕິວັດ. ສະເພາະຢູ່ປະເທດເຮົາສື່ມວນຊົນ ລາວຍາມໃດກໍ່ຕິດພັນສະໜິດແໜ້ນ ກັບປະຫວັດສາດຂອງຊາດ, ຂອງ ພັກ, ຂອງການປະຕິວັດ ແລະ ຂອງ ປະຊາຊົນລາວບັນດາເຜົ່າ. ສະແດງ ອອກໃນມື້ສ້າງຕັ້ງວັນສື່ມວນຊົນ ພ້ອມດຽວກັນກັບວັນສ້າງຕັ້ງແນວ ລາວອິດສະຫລະຄືວັນທີ 13 ສິງຫາ 1950 ຊຶ່ງແມ່ນທີ່ມາຂອງວັນສື່ ມວນຊົນ ແລະ ການພິມຈໍາໜ່າຍ ມາຮອດປັດຈຸບັນ. ຕະຫລອດໄລຍະແຫ່ງການນໍາ ພາຂະບວນການປະຕິວັດ, ສື່ມວນ ຊົນລາວ ໄດ້ມີບົດບາດສໍາຄັນເປັນ ກະບອກສຽງຂອງອົງການຈັດຕັ້ງ ພັກ, ລັດ ແລະ ສັງຄົມ ໃນການໂຄ ສະນາ, ສຶກສາອົບຮົມແນວທາງ ຂອງພັກ, ລະບຽບກົດໝາຍຂອງ ລັດ, ປຸກລະດົມນ້ຳໃຈຮັກຊາດ, ສະ ໜອງຂໍ້ມູນຂ່າວສານທາງດ້ານການ ເມືອງ, ເສດຖະກິດ-ສັງຄົມ, ວິທະຍາ ສາດ, ເຕັກໂນໂລຊີ, ສາລະຄວາມ ຮູ້, ສາລະບັນເທີງໃຫ້ແກ່ສັງຄົມ, ປະກອບສ່ວນຕ້ານປາກົດການຫຍໍ້ ທໍ້ໃນສັງຄົມ, ຖ້ອຍທຳນອງທີ່ບິດ ເບືອນຄວາມຈິງ, ເປັນເວທີເສີມຂະ ຫຍາຍປະຊາທິປະໄຕ ແລະ ສິດເປັນ ເຈົ້າປະເທດຊາດ ຂອງປະຊາຊົນ ບັນດາເຜົ່າ. ພ້ອມນີ້ສື່ມວນຊົນຍັງ ແມ່ນເປັນຜູ້ປະຕິບັດໜ້າທີ່ເປັນສື່ ກາງໃນການເກັບກໍາແລະສະໜອງ ຂໍ້ມູນຂ່າວສານທີ່ຖືກຕ້ອງຕາມ 4 ລັກສະນະຂອງສື່ເຊັ່ນ: ລັກສະນະຕົວ ຈິງ, ລັກສະນະສຶກສາອົບຮົມ, ລັກ ສະນະຕໍ່ສູ້ ແລະ ລັກສະນະແນະນໍາ. ເວົ້າສະເພາະ ສື່ມວນຊົນ ແຂວງ ອັດຕະປື ກໍໄດ້ສືບທອດພາລະກິດ ປະຕິວັດໃນທ້າຍປີ 1975 ເປັນຕົ້ນ ມາ ເຊິ່ງເປັນໄລຍະທີ່ກໍາລັງປະຕິວັດ ໄດ້ຮັບໄຊຊະນະໃນຂອບເຂດທົ່ວ ປະເທດ, ເວລານັ້ນແຂວງອັດຕະປື ໄດ້ນໍາໃຊ້ລະບົບໂທລະໂຄ່ງ, ໃຊ້ພິມ ດີດ ເພື່ອສົ່ງຂ່າວ, ນໍາໃຊ້ເຄື່ອງຈັກ ໂທລະເລກ ເປັນພາສາລາຕິນ ແລະ ວຽກງານການພິມຈຳໜ່າຍ ກໍນໍາ ໃຊ້ຈັກ(ໂລນຽວ)ແລະພິມດີດເປັນ ຫລັກ, ໄລຍະຕໍ່ມາສະຖານີວິທະຍຸ- ໂທລະພາບ ກໍໄດ້ຮັບການສ້າງຕັ້ງ ຂຶ້ນມີຄວາມແຮງສົ່ງພຽງ100 ວັດ, ກວມພື້ນທີ່ໄດ້ພຽງແຕ່ເທສະບານ ຂອງແຂວງ, ການຖ່າຍທອດລາຍ ການຕ່າງໆຈາກສະຖານີໂທລະພາບ ແຫ່ງຊາດ ຮັບຜ່ານຈານດາວທຽມ, ອຸປະກອນຮັບໃຊ້ແມ່ນນໍາໃຊ້ລະບົບ (ອານາລÐ ອກ)ແລະໄລຍະຕໍ່ມາພັກ ແລະ ລັດ ເຫັນໄດ້ຄວາມສໍາຄັນຂອງ ວຽກງານສື່ມວນຊົນ ແລະ ເພື່ອເປັນ ການຜັນຂະຫຍາຍບັນດາມະຕິກອງ ປະຊຸມໃຫຍ່ຂອງພັກໃນແຕ່ລະໄລ ຍະກ່ຽວກັບການຍົກສູງລັກສະນະ ສຶກສາອົບຮົມ, ລັກສະນະຕໍ່ສູ້, ລັກ ສະນະແນະນໍາ ແລະ ລັກສະນະຕົວ ຈິງຂອງວຽກງານແນວຄິດ ກໍ່ຄື ການປັບປຸງແລະຍົກສູງຄຸນນະພາບ ຂອງວຽກງານໂຄສະນາຖະແຫລງ ຂ່າວໃຫ້ທັນກັບຄວາມຮຽກຮ້ອງ ຕ້ອງການໃນໄລຍະໃໝ່, ກໍໄດ້ພັດ ທະນາດ້ານວັດຖຸອຸປະກອນ, ບຸກຄະ ລາກອນ ແລະ ພັດທະນາພື້ນຖານ ໂຄງລ່າງ ໃຫ້ສົມຄູ່ກັບຄວາມຮຽກ ຮ້ອງຕ້ອງການໃນໄລຍະໃໝ່ ແລະ ຫັນໄປສູ່ທັນສະໄໝ ຫັນປ່ຽນພັດທະ ນາຈາກການນໍາໃຊ້ລະບົບອານາ ລອກກ້າວໄປສູ່ລະບົບດີຈິຕອນໃຫ້ ທັນສະໄໝກ້າວຂຶ້ນ. ດ້ານສື່ສິ່ງພິມແຂວງກໍໄດ້ຮັບ ການພັດທະນາເປັນລໍາດັບເພື່ອຮັບ ໃຊ້ສັງຄົມເປັນໄລຍະເຊິ່ງສະແດງ ອອກ: ການຜະລິດວາລະສານຂອງ ແຂວງ, ພ້ອມດຽວກັນນີ້ສື່ສິ່ງພິມ ກໍໄດ້ອອກແຮງພັດທະນາຕົນເອງ ໄປຄຽງຄູ່ກັບສື່ອື່ນໆດ້ວຍການສະ ໜອງບົດ ແລະ ຂ່າວໃຫ້ສຳນັກສື່ ຂອງສູນກາງເປັນປົກກະຕິ ສາມາດ ເຮັດໃຫ້ສັງຄົມໄດ້ເຂົ້າເຖິງຂໍ້ມູນ ຂ່າວສານທີ່ມີຈິງຫລາຍຂຶ້ນ. ສື່ ອອນລາຍ ທີ່ນໍາໃຊ້ສື່ແບບໃໝ່ເຊັ່ນ: ເອັດເອັມເອັສ (4.4), ເຟສບຸກ ('BDFCPPL) ແລະ ສື່ອື່ນໆສາ ມາດຕອບສະໜອງຄວາມຕ້ອງການ ຂອງຜູ້ເບິ່ງຜູ້ຊົມໄດ້ເປັນຢ່າງດີ. ເຖິງຢ່າງໃດກໍ່ຕາມ, ຄຽງຄູ່ກັບ ຜົນສໍາເລັດທີ່ຍາດມາໄດ້ນັ້ນ, ກໍຍັງ ມີຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂເປັນຕົ້ນ: ໃນປັດຈຸບັນ ການພັດທະນາເຕັກໂນໂລຊີຂໍ້ມູນ ຂ່າວສານມີຄວາມວ່ອງໄວແລະທັນ ສະໄໝ, ການຊົມໃຊ້ສື່ສັງຄົມອອນ ລາຍໄດ້ເພິ່ມຂຶ້ນຢ່າງກວ້າງຂວາງ ໄດ້ເຮັດໃຫ້ເກີດມີດ້ານດີ, ຂໍ້ສະດວກ ແລະ ຄຽງຄູ່ກັນນັ້ນກໍມີບັນຫາ ແລະ ສິ່ງທ້າທາຍ ດ້ານຂໍ້ມູນຂ່າວສານ ເຊັ່ນ: ເກີດມີຂ່າວປອມ,ຂ່າວລື,ຂ່າວ ບິດເບືອນ, ຂ່າວໂຈມຕີໃສ່ຮ້າຍປ້າຍ ສີຊຶ່ງກັນ ແລະ ກັນ ຂອງສັງຄົມ, ການສ່ອງແສງສະພາບຄວາມເປັນ ຈິງຂອງຊີວິດສັງຄົມບໍ່ທັນກວ້າງ ຂວາງ, ການຊອກເຫັນປັດໄຈໃໝ່, ການໂຄສະນາແບບຢ່າງຄົນດີ, ວຽກເດັ່ນ ແລະ ບັນດາບົດຮຽນທີ່ ເກີດຂຶ້ນໃນຂະບວນການວຽກງານ ຕົວຈິງຂອງມະຫາຊົນຍັງເຮັດໄດ້ ນ້ອຍ. ສະນັ້ນ, ເພື່ອຍົກສູງຄຸນນະ ພາບວຽກງານຖະແຫລງຂ່າວ-ສື່ ມວນຊົນ ໃນຕໍ່ໜ້າໃຫ້ນັບມື້ນັບດີຂຶ້ນ ກວ່າເກົ່ານັ້ນຂ້າພະເຈົ້າຂໍມີບາງທັດ ສະນະດັ່ງນີ້: ສືບຕໍ່ສ້າງແຜນການ, ໂຄງການ ອັນລະອຽດ ເພື່ອຂໍສະເໜີການລົງ ທຶນທັງພາຍໃນແລະຕ່າງປະເທດເພື່ອ ພັດທະນາວຽກງານສື່ມວນຊົນ ໃຫ້ ທັນສະໄໝ,ມີຄຸນນະພາບແລະສົມຄູ່ ກັບໜ້າທີ່ການເມືອງໃນໄລຍະໃໝ່. ສືບຕໍ່ພັດທະນາສື່ມວນຊົນໃຫ້ ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ແລະ ເປັນກະບອກສຽງ ທີ່ແຫລມຄົມຂອງພັກ-ຂອງລັດທັງ ລວງເລິກ-ລວງກ້ວາງ.ພັດທະນາ ເນື້ອໃນແລະຮູບການສື່ມວນຊົນໃຫ້ ຮັບປະກັນທັງ 4 ລັັກສະນະສາມາດ ດຶງດູດຜູ້ອ່ານ, ຜູ້ຟັງ ໃຫ້ນັບມື້ ຫລາຍຂຶ້ນ. ບຸກຄະລາກອນສື່ມວນຊົນ ຕ້ອງ ໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການ ມອບໝາຍກໍຄືການປະຕິບັດໜ້າທີ່, ສິດ, ພາລະບົດບາດ ທີ່ໄດ້ກໍານົດໄວ້ ໃຫ້ມີຜົນສໍາເລັດ, ພັດທະນາຕົນເອງ ໃຫ້ກາຍເປັນມືອາຊີບ, ເຄົາລົບຈັນ ຍາບັນຂອງສື່ມວນຊົນ. ສືບຕໍ່ເຮັດໜ້າທີ່ຊີ້ແຈງອະທິ ບາຍກ່ຽວກັບການແກ້ໄຂບັນຫາ ຫາງສຽງສັງຄົມ ກໍຄືບັນຫາປະຊາ ຊົນທີ່ມີຄວາມສົນໃຈ ແລະ ຂ້ອງໃຈ ໃຫ້ວ່ອງໄວ, ທັນເຫດການ. ນັກຂ່າວຄວນນໍາໃຊ້ເຕັກນິກທີ່ດີ ໃນການເກັບກໍາຂໍ້ມູນ, ການໝູນໃຊ້ ຄວາມສາມາດທີ່ມີໃນການເຂົ້າເຖິງ ແຫລງຂໍ້ມູນຕ່າງໆເພື່ອມາຂຽນ ຂ່າວໃຫ້ດີ. ສັງລວມແລ້ວ; ດ້ວຍມູນເຊື້ອ ແລະ ຜົນງານ ພາຍໃຕ້ການນຳພາ, ຊີ້ນຳຂອງພັກ ແລະ ການຄຸ້ມຄອງ ຂອງລັດ, ສື່ມວນຊົນຕ້ອງສືບຕໍ່ບຸກ ບືນ, ປັບປຸງພັດທະນາຕົນເອງຢູ່ ເລື້ອຍໆ ສ້າງການຫັນປ່ຽນທີ່ແຂງ ແຮງ ແລະ ກ້າວໄປສູ່ຄຸນນະພາບ ແລະ ທັນສະໄໝ ຕາມແຜນຍຸດທະ ສາດ ທີ່ກຳນົດໄວ້ນັ້ນໃຫ້ປາກົດຜົນ ເປັນຈິງ. ແຕ່ງ, ຈັດວາງອຸປະກອນທຳມາຫາ ກິນ, ອຸປະກອນທາງດ້ານວັດທະ ນະທຳຂອງແຕ່ລະຊົນເຜົ່າໃຫ້ມີ ຄວາມເປັນລະບຽບຮຽບຮ້ອຍ ເພື່ອ ຮອງຮັບໃຫ້ແກ່ນັກທ່ອງທ່ຽວທີ່ ເຂົ້າມາທ່ຽວຊົມໃນໄລຍະສະເຫລີມ ສະຫລອງນີ້ ທີ່ສວນບັນດາເຜົ່າ ບ້ານດານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ນອກ ຈາກກິດຈະກຳທ່ຽວຊົມເຮືອນ, ວິຖີ ການດຳລົງຊີວິດຂອງແຕ່ລະຊົນ ເຜົ່າແລ້ວ, ກໍ່ຈະມີກິດຈະກຳຊິມ ອາຫານພື້ນບ້ານຂອງແຕ່ລະຊົນ ເຜົ່າຕື່ມອີກ ທັງນີ້ ກໍ່ເພື່ອເປັນການ ສະແດງເຖິງການດຳລົງຊີວິດຂອງ ແຕ່ລະຊົນເຜົ່າໃນນະໄໝກ່ອນໆ. ຂະນະທີ່ ທ່ານ ພູວົງ ພະມີສິດ ກຳມະການສູນກາງແນວລາວສ້າງ ຊາດ, ປະທານຮ້ານຄໍາພູວົງ ແລະ ສວນບັນດາເຜົ່າ ກໍ່ໃຫ້ສໍາພາດວ່າ: ງານສະເຫລີມສະຫລອງວັນສ້າງ ຕັ້ງສູນກາງແນວລາວສ້າງຊາດ ແມ່ນເປັນຄັ້ງທໍາອິດ ແລະ ເພື່ອເປັນ ການສະທ້ອນໃຫ້ເຫັນເຖິງການ ຮ່ວມມື ແລະ ຄວາມຫລາກຫລາຍ ທາງວັດທະນະທຳຂອງຊົນເຜົ່າ ຕ່າງໆ ທົ່ວປະເທດ ທີ່ໄດ້ມີສ່ວນສໍາ ຄັນໃນການສ້າງສາ ແລະ ປົກປັກ ຮັກສາຊາດລາວຕະຫລອດໄລຍະ ຜ່ານມາ. ພາຍໃນງານ ໄດ້ມີການ ຕະພັນກະສິກຳ ແລະ ອາຫານພື້ນ ເມືອງຂອງແຕ່ລະຊົນເຜົ່າ ໃຫ້ຜູ້ ເຂົ້າຮ່ວມໄດ້ລອງຊິມ ແລະ ຊື້ຫາ ເພື່ອສົ່ງເສີມການເງິນໝູນວຽນໃຫ້ ກັບຊົນເຜົ່າໃນທ້ອງຖິ່ນ. ສູນກາງແນວລາວສ້າງຊາດ ສະເຫລີມສະຫລອງ ວັນສ້າງຕັ້ງ ແນວລາວສ້າງຊາດຄົບ ຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ເພື່ອທົບທວນຫວນຄືນ ມູນເຊື້ອອັນສະຫງ່າງາມ ແລະ ຜົນ ງານອັນໃຫຍ່ຫລວງ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດ ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດທີ່ພັກ, ລັດ, ແນວລາວສ້າງຊາດ ແລະ ປະຊາຊົນ ບັນດາເຜົ່າຍາດມາໄດ້ຕະຫລອດ ໄລຍະ 75 ປີຜ່ານມາ. ທ່ານ ເຍ່ຍເກີຢ່າງ ໜໍຈໍຈົ່ງຕົວ ຮອງປະທານແນວລາວສ້າງຊາດ ໄດ້ໃຫ້ສຳພາດມໍ່ໆມານີ້ວ່າ: ປີນີ້, ກໍ່ແມ່ນອີກປີໜຶ່ງທີ່ມີຄວາມໝາຍ ສຳຄັນຫລາຍສຳລັບສູນກາງແນວ ລາວສ້າງຊາດພວກເຮົາ ເນື່ອງ ຈາກມີອາຍຸຄົບ 75 ປີ ແລະ ເພື່ອ ເຮັດໃຫ້ການສະເຫລີມສະຫລອງ ວັນດັ່ງກ່າວ ມີຄວາມໝາຍເລິກ ເຊິ່ງ ພວກເຮົາກໍ່ໄດ້ກຽມຫລາຍ ດ້ານ ໂດຍສະເພາະແມ່ນອອກ ແຮງງານລວມສະຖານທີ່ຈັດງານ ວາງສະແດງ ວັດທະນະທຳຊົນເຜົ່າ ເພື່ອໃຫ້ມີຄວາມສວຍງາມ, ຕົບ ສະແດງວັດທະນະທຳຊົນເຜົ່າຢ່າງ ຫລາກຫລາຍ ໂດຍສະເພາະແມ່ນ ການສະແດງສິລະປະວັນນະຄະດີ ພື້ນເມືອງ, ການບອກເລື່ອງຕໍາ ນານ ແລະ ພິທີກຳຂອງຊົນເຜົ່າ ຕ່າງໆ, ການຈັດສະແດງເຮືອນຈໍາ ລອງ ແລະ ການເຄື່ອນໄຫວທາງ ວັດທະນະທໍາອື່ນໆ. ຜູ້ເຂົ້າຮ່ວມ ງານຈະໄດ້ເຫັນການສະແດງຂອງ ຊົນເຜົ່າຕ່າງໆເຊັ່ນ: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ບຣູ, ຫໍ້, ອາຄາ, ມົ້ງ, ລື້, ກະຕູ່, ໄຕÐ ດໍາ ແລະ ຜູ່ໄທ ຊຶ່ງທຸກ ເຜົ່າໄດ້ພາກັນສະແດງເອກະລັກ ວັດທະນະທຳອັນແຕກຕ່າງຂອງ ຕົນໃຫ້ປະຊາຊົນໄດ້ຮັບຊົມ. ນອກ ຈາກນັ້ນ, ພາຍໃນງານຍັງມີການ ຈັດວາງສະແດງຜະລິດຕະພັນພື້ນ ເມືອງ, ສິນຄ້າຫັດຖະກຳ, ຜະລິດ
RkJQdWJsaXNoZXIy MTc3MTYxMQ==