ຂປລ
ທ່ານ ຊີເງຣຸ ຊີອີບະ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ກ່າວປະກາດ ນະໂຍບາຍໃໝ່ ໃນລະຫວ່າງ ກອງປະຊຸມ ຄະນະ ລັັັດຖະມົນຕີ ເພື່ອສະໜັບ ສະໜູນ ບັນດາ ຊາວກະສິກອນ
ຂປລ. ສຳນັກຂ່າວ ຕ່າງປະເທດ ລາຍງານ ຈາກນະຄອນຫລວງ ໂຕກຽວ ປະເທດຍີ່ປຸ່ນ ເມື່ອວັນທີ 5 ສິງຫາວ່າ: ທ່ານ ຊີເງຣຸ ຊີອີບະ ນາຍົກ ລັດຖະມົນຕີ ຍີ່ປຸ່ນ ກ່າວປະກາດ ນະໂຍບາຍໃໝ່ ໃນລະຫວ່າງ ກອງປະຊຸມ ຄະນະ ລັັັດຖະມົນຕີ ເພື່ອສະໜັບ ສະໜູນ ບັນດາ ຊາວກະສິກອນ ໂດຍເປັນແນວທາງ ເຊີງບວກ ເພື່ອສາມາດ ເພີ່ມຜົນຜະລິດເຂົ້າໄດ້ ແລະ ເພື່ອແກ້ໄຂ ບັນຫາ ລາຄາ ທັນຍາພືດ ສຳຄັນ ຊະນິດນີ້ ໄດ້ເພີ່ມຂຶ້ນສູງ ຢ່າງຕໍ່ເນື່ອງ, ການເຄື່ອນໄຫວ ດັ່ງກ່າວ ຖືເປັນ ການສິ້ນສຸດ ນະໂຍບາຍ ຫລຸດພື້ນທີ່ປູກເຂົ້າ ຊຶ່ງດຳເນີນມາຫລາຍກວ່າ ເຄິງທົດສະວັດ.
ໃນຂະນະດຽວກັນ, ສື່ທ້ອງຖິ່ນ ຫລາຍແຫ່ງ ຂອງຍີ່ປຸ່ນ ລາຍງານວ່າ ແຜນການ ຂອງ ທ່ານຜູ້ນຳ ຍີ່ປຸ່ນ ເພື່ອເປັນການ ສະໜັບ ສະໜູນ ໃຫ້ຊາວກະສິກອນ ສາມາດ ເຮັດນາ ໃຫ້ໄດ້ ຫລາຍຂຶ້ນ ແລະ ສາມາດ ເຂົ້າເຖິງ ເຕັກໂນໂລຊີ ເພື່ອເພີ່ມປະສິດທິພາບໃຫ້ແກ່ ການປູກເຂົ້າອີກດ້ວຍ./.
KPL