ຂປລ
ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານ.
*ຕາມການລາຍງານຂອງສະຫາຍ ບຸນສາ ຄ່ຽມມະນີຂັນໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງສາລະວັນ ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖິດ-ສັງຄົມຂອງເມືອງ 5 ປີ (2020-2024) ໃນກອງປະຊຸມໃຫຍ່ຄັ້ງທີ X ຜູ້ແທນອົງຄະນະພັກເມືອງທ້າຍເດືອນມີນາຜ່ານມາວ່າ: ການເຕີບໂຕເສດຖະກິດຂອງເມືອງ ສາລະວັນ ສະເລ່ຍ 6,87% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) 5 ປີ ບັນລຸ 8.204 ຕື້ກີບ ເທົ່າກັບ 98,91% ຂອງແຜນ 5 ປີ (ແຜນ 8.295 ຕື້ກີບ), ທຽບໃສ່ 5 ປີ ຄັ້ງທີ VIII ເພີ່ມຂຶ້ນ 44%, ລາຍ ຮັບສະເລ່ຍຕໍ່ຫົວຄົນ 16 ລ້ານກວ່າ ກີບຕໍ່ຄົນຕໍ່ປີ, ໃນນັ້ນ ດ້ານກະສິກຳ ແລະ ປ່າໄມ້ບັນລຸ 1.098 ຕື້ກີບ ກວມເອົາ 54,69%, ອຸດສາຫະກຳບັນລຸ 513 ຕື້ກີບ ກວມເອົາ 25,53% ແລະ ການບໍລິການບັນລຸ 397 ຕື້ກີບ ກວມເອົາ 19,75%. ສຳລັບການຈັດເກັບລາຍຮັບເຂົ້າງົບປະມານປະຕິບັດໄດ້ 49,32 ຕື້ກີບ, ລາຍຈ່າຍ 107,55 ຕື້ກີບ, ການລົງທຶນທົ່ວສັງຄົມປະຕິບັດໄດ້ 1.935 ຕ້ື ກີບ, ຜົນຜະລິດເຂົ້າລວມ 5 ປີ 661.674 ໂຕນ, ເຂົ້າເປັນສິນຄ້າ 375,711 ໂຕນ; ພືດອຸດສາຫະກຳ- ພືດທາດແປ້ງເປັນສິນຄ້າປະຕິບັດ ໄດ້ 913.130 ໂຕນ; ສັດເປັນສິນ ຄ້າ 337.516 ໂຕ, ລວມຍອດຜະລິດຕະພັນອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳບັນລຸ 1.770 ຕື້ ກີບ, ລວມຍອດມູນຄ່າຈໍລະຈອນສິນຄ້າ 4.705 ຕື້ກີບ.
ສຳລັບການຜະລິດ ເພື່ອທົດແທນການນຳເຂ້ົາຕາມວາລະແຫ່ງຊາດຕິດພັນກັບການສ້າງຕົວແບບອັນພົ້ນເດັ່ນແມ່ນການຜະລິດເຂົ້າ ເປັນສິນຄ້າຂອງກຸ່ມສະຫະກອນຮ່ວມໃຈໜອງໃສ-ນາໂພເລີນ ໃນໄລຍະ 5 ປີ ສາມາດຜະລິດໄດ້ 400 ກວ່າໂຕນ ເຊິ່ງໄດ້ຮັບຮອງມາດຕະຖານກະສິກຳສະອາດຈາກກະຊວງກະສິກຳ ແລະ ປ່າໄມ້.
ນອກຈາກທີ່ກ່າວມານັ້ນແລ້ວ, ທົ່ວເມືອງແມ່ນຍັງມີຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ, ປະຊາທິປະໄຕ ແລະ ຍຸຕິທຳ ເຊິ່ງໄດ້ປະກາດ-ຮັບຮອງເປັນເມືອງສາມັກຄີປອງດອງ ທັງເປັນເມືອງທຳອິດຂອງແຂວງ, ໂຄງລ່າງດ້ານການສຶກສາ ໄດ້ຮັບການພັດທະນາ ແລະ ຂະຫຍາຍທົ່ວເຖິງທຸກບ້ານ, ທົ່ວເມືອງມີໂຮງຮຽນທັງໝົດ 189 ແຫ່ງ ອັນພົ້ນເດັ່ນການສອບເສັງ ນັກຮຽນເກັ່ງທົ່ວປະເທດ ນ້ອງນັກຮຽນສາມາດຍາດໄດ້ອັນດັບທີ 3 ລະດັບຊາດໃນວິຊາຟີຊິກສາດ, ໃນງານແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດ ຄັ້ງທີ 7 ທີ່ແຂວງ ສາລະວັນ ເປັນເຈົ້າພາບຍາດໄດ້ 3 ຫລຽນຄຳ, 10 ຫລຽນເງິນ ແລະ 3 ຫລຽນທອງແດງ; ຊັບພະຍາກອນມະນຸດໄດ້ຮັບການພັດທະນາ-ສີມືແຮງງານ ໄດ້ຮັບການຍົກລະດັບມີ ຄຸນນະພາບດີຂຶ້ນ, ໄດ້ປະກາດຮັບຮອງເປັນເມືອງປ້ອງກັນຊາດເຂັ້ມແຂງ, ເມືອງປ້ອງກັນຄວາມສະຫງົບດີ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕິດພັນກັບການຈັດຕັ້ງປະຕິບັດວຽກງານ 3 ສ້າງດຳເນີນໄປຕາມຈຸດສຸມສາມາດປະກາດບ້ານແສນວັງໃຫຍ່, ບ້ານບຶງໄຊເປັນບ້ານໃຫຍ່ຄ້າຍຄືຕົວເມືອງນ້ອຍໃນຊົນນະບົດ ແລະ ໄດ້ຮັບຮອງເປັນເມືອງພົ້ນທຸກ. ບ້ານຊົມໃຊ້ໄຟຟ້າສາຍສົ່ງກວມ 100% ຂອງບ້ານທົ່ວເມືອງ, ບ້ານວັດທະນະທຳ ກວມເອົາ 72%, ຜົນກະທົບຈາກໄຟທຳມະຊາດ ໄດ້ຮັບການແກ້ໄຂບັນເທົາທຸກທັນກັບສະພາບການ, ປັບປຸງ ແລະ ຮັບຮອງກົດລະບຽບບ້ານ ປະຕິບັດໄດ້ 44 ບ້ານ, ບ້ານແບບຢ່າງປະຕິບັດກົດໝາຍກວມເອົາ 100% ຂອງບ້ານທົ່ວເມືອງ, ບ້ານພັດທະນາເພ່ີມຂຶ້ນກວມເອົາ 52.41%.
ແຫລ່ງຂ່າວ: ສາລະວັນ
KPL