ທາງລົດໄຟຈີນ-ຫວຽດນາມ ຈະເພີ່ມການເຊື່ອມໂຍງ-ເຊື່ອມຈອດກັນໃນພາກພື້ນ

11/03/2025 23:01
ຂປລ ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ​ໄດ້​ຮັບ​ຮອງ​ເອົາ ​ມະ​ຕິ​ກ່ຽວ​ກັບ​ ການລົງ​ທຶນ ກໍ່​ສ້າງ​ໂຄງ ການທາງ​ລົດ​ໄຟ​ ລາວ​ກາຍ-ຮ່າ​ໂນ້ຍ-ໄຮ​ຟອງ ທີ່ເຊື່ອມຕໍ່ກັບ ທາງລົດໄຟຈີນ.

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອ​ບໍ່​ດົນ​ມາ​ນີ້, ສະ​ພາ​ແຫ່ງ​ຊາດ ​ຫວຽດ​ນາມ ​ໄດ້​ຮັບ​ຮອງ​ເອົາ ​ມະ​ຕິ​ກ່ຽວ​ກັບ​ ການລົງ​ທຶນ ກໍ່​ສ້າງ​ໂຄງ ການທາງ​ລົດ​ໄຟ​ ລາວ​ກາຍ-ຮ່າ​ໂນ້ຍ-ໄຮ​ຟອງ ທີ່ເຊື່ອມຕໍ່ກັບ ທາງລົດໄຟຈີນ. ທາງ​ລົດ​ໄຟ​ດັ່ງ​ກ່າວ​ ມີ​ແຜນ​ຈະ​ລົງ​ມື ​ກໍ່​ສ້າງ​ໃນ​ທ້າຍ​ປີ​ນີ້ ແລະ ໄລ​ຍະ​ການ​ກໍ່​ສ້າງ ​ຢູ່​ໃນ​ລະ​ຫວ່າງ​ ປີ 2026 ຫາ 2030. ການ​ກໍ່​ສ້າງ​ ໂຄງການ ທາງ​ລົດ​ໄຟ​ ຈີນ-ຫວຽດ​ນາມ ​ບໍ່​ພຽງ​ແຕ່​ ມີ​ຜົນ​ດີ​ ຕໍ່​ການ​ເພີ່ມ​ຂະ​ໜາດ ​ການ​ຄ້າ ລະຫວ່າງ ສປ ​ຈີນ-ຫວຽດ​ນາມ​ ເທົ່າ​ນັ້ນ, ແຕ່ຍັງ​ຈະ​ເພີ່ມ​ ການ​ເຊື່ອ​ມ​ໂຍງ​-ເຊື່ອ​ມ​ຈອດ​ກັນ​ ລະ​ຫວ່າງ ສປ ​ຈີນ ​ກັບ​ບັນ​ດາ​ປະ​ເທດ ໃນ​ອາ​ຊີ ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ເພີ່ມ​ພະ​ລັງ​ ຂັບ​ເຄື່ອນ​ ຢ່າງ​ໃຫຍ່ຫລວງ​ ໃຫ້​ແກ່​ ການ​ພັດ​ທະ​ນາ​ ເສດ​ຖະ​ກິດ​-ສັງ​ຄົມ ​ຂອງ​ພາກ​ພື້ນ ກໍ​ຄື​ ການ​ສ້າງ ​ປະ​ຊາ​ຄົ​ມ​ຮ່ວມ​ຊາ​ຕາ​ກຳ​ ຂອງ​ອາ​ຊຽນ​ ອີກ​ດ້ວຍ.ທາງ​ລົດ​ໄຟດັ່ງກ່າວ ມີຄວາມຍາວ​ ທັງ​ໝົດ 391 ກິ​ໂລ​ແມັດ, ແລ່ນ​ຜ່ານ 9 ແຂວງ ແລະ ​ນະ​ຄອນ​ຂອງ​ ສສ ຫວຽດ​ນາມ, ມູນ​ຄ່າ​ ການ​ລົງ​ທຶນ ປະ​ມານ 8 ຕື້ກວ່າ​ໂດ​ລາສະຫະລັດ, ນຳ​ໃຊ້​ລ​າງ​ລົດ​ໄຟ ມາດຕະຖານ ທີ່ເປັນຂະ​ໜາດ 1,435 ແມັດ, ຄວາມ​ໄວ ທີ່​ອອກ​ແບບ​ແມ່ນ 160 ກິ​ໂລ​ແມັດ ​ຕໍ່​ຊົ່ວ​ໂມງ ແລະ ຈະ​ປະ​ຕິ​ບັດ​ໜ້າ​ທີ່ ໃນການຂົນ​ສົ່ງ ​ຜູ້​ໂດຍ​ສານ ແລະ ສິນ​ຄ້າ. ນັບ​ແຕ່​ປີ​ກາຍ​ນີ້ ​ເປັນ​ຕົ້ນ​ມາ, ສປ ຈີນ​ ແລະ ສສ ຫວຽດ​ນາມ ໄດ້​ແລກ​ປ່ຽນ ​ຄວາມ​ເຫັນຮ່ວມກັນ   ​ກ່​ຽ​ວ​ກັບ​ ການ​ຊຸກ​ຍູ້​ ການ​ເຊື່ອມ​ຕໍ່​ກັນ ​ຂອງ​ທາງ​ລົດ​ໄຟ ​ສອງ​ປະ​ເທດ.ນອກນີ້ຍັງຈະ ເລັ່ງຈັດຕັ້ງ ປະຕິບັດ ວຽກງານ ສຳຫລວດ​ ຄວາມ​ເປັນ​ໄປ​ໄດ້ ແລະ ການ​ວາງ​ແຜນ ​ໂຄງ​ການ​ທາງ​ລົດ​ໄຟ ​ທີ່​ກ່ຽ​ວ​ຂ້ອງ. ຄາດ​ວ່າ ຫລັງ​ຈາກ ​ທາງ​ລົດ​ໄຟ​ສ້າງ​ສຳ​ເລັດ​ແລ້ວ ຈະ​ປົກ​ຄຸ​ມ ​ປະ​ຊາ​ກອນ 20% ແລະ ເຂດ​ນິ​ຄົມ ​ອຸດ​ສາ​ຫະ​ກຳ 25,1% ຂອງ​ທົ່ວ​ປະ​ເທດ ​ຫວຽດນາມ ແລະ ຈະຊ່ວຍ​ເພີ່ມ ລວມຍອດ ຜະລິດຕະພັນ ພາຍໃນ (GDP) ຂອງສສ ຫວຽດນາມ ຂຶ້ນອີກ 25,4%, ພ້ອມ​ທັງ​ ຈະປັບປຸງ ການຄົມມະນາຄົມ ໃນ​ການ​ສົ່ງ​ອອກ​ ແລະ ນໍາເຂົ້າສິນ​ຄ້າຂອງສສ ຫວຽດນາມ ໃຫ້ດີຂຶ້ນ ແລະ ປະ​ກອບ​ສ່ວນ​ເຂົ້າ​ ໃນ​ການ​ຍົກ​ສູງ​ ປະ​ສິດ​ທິ​ພາບ ​ໃນດ້ານການ​ຂົນ​ສົ່ງ ​ຜ່ານທາງ​ລົດ​ໄຟ ທັງຊຸກ​ຍູ້​ ການ​ພັດທະ​ນາ ເສດ​ຖະ​ກິດ-ສັງ​ຄົມ ຂອງ ສສ ຫວຽດນາມ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top