ຂປລ
ຂປລ. ການກໍ່ສ້າງ-ປັບປຸງພັກ ແມ່ນຄວາມຈຳເປັນພາວະວິໄສ ເນື່ອງຈາກວ່າ ພັກປະຊາຊົນປະຕິ ວັດລາວ ແມ່ນພັກການເມືອງປະຕິວັດ ມາກ-ເລນິນ, ເປັນພັກແບບໃໝ່ຂອງຊົນຊັ້ນກຳມະກອນ ທັງເປັນຕົວແທນ ຢ່າງສະເໝີຕົ້ນ, ສະເໝີປາຍໃຫ້ແກ່ສິດ-ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ, ຍິ່ງກວ່ານັ້ນ, ພັກຍັງເປັນປັດໄຈຕັດສິນ ແລະ ຮັບປະກັນໄຊະນະ ໃຫ້ແກ່ການສ້າງສັງຄົມນິຍົມຢູ່ປະເທດ.

ຂປລ. ການກໍ່ສ້າງ-ປັບປຸງພັກ ແມ່ນຄວາມຈຳເປັນພາວະວິໄສ ເນື່ອງຈາກວ່າ ພັກປະຊາຊົນປະຕິ ວັດລາວ ແມ່ນພັກການເມືອງປະຕິວັດ ມາກ-ເລນິນ, ເປັນພັກແບບໃໝ່ຂອງຊົນຊັ້ນກຳມະກອນ ທັງເປັນຕົວແທນ ຢ່າງສະເໝີຕົ້ນ, ສະເໝີປາຍໃຫ້ແກ່ສິດ-ຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວ ບັນດາເຜົ່າ, ຍິ່ງກວ່ານັ້ນ, ພັກຍັງເປັນປັດໄຈຕັດສິນ ແລະ ຮັບປະກັນໄຊະນະ ໃຫ້ແກ່ການສ້າງສັງຄົມນິຍົມຢູ່ປະເທດ. ຍ້ອນພັກມີບົດບາດຄວາມສຳຄັນແນວນັ້ນ, ການກໍ່ສ້າງ-ປັບປຸງພັກແນ ໃສ່ເຮັດໃຫ້ພັກມີສະຕິປັນຍາ, ມີຄວາມສາມາດພຽງພໍເພື່ອນຳພາ ພາລະກິດປະຕິວັດປະເທດ ໄປສູ່ຈຸດ ໝາຍສັງຄົມນິຍົມທີ່ວາງໄວ້.
ທ່ານ ວິສຸກ ພົມພິທັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຍົກໃຫ້ເຫັນ ໜ້າທີ່ການເມືອງຂອງພັກ ໄລຍະໃໝ່ເລັ່ງທວງ ໃຫ້ພັກຕ້ອງກໍ່ສ້າງ-ປັບປຸງຕົນເອງ ເພື່ອໃຫ້ພັກເຮົາເຮັດຫລ້ອນ ພາລະກໍາປະຫວັດສາດ ໃນການນໍາພາປະຊາຊົນລາວບັນດາເຜົ່າ ເຮັດສຳເລັດພາລະກິດປະຕິວັດຂອງຊາດ ໃນແຕ່ລະໄລຍະ ໂດຍສະເພາະ ແມ່ນນຳພາພາລະກິດປ່ຽນແປງໃໝ່ຮອບດ້ານ ທີ່ມີຫລັກການຂອງພັກ ຜ່ານຜ່າຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ, ເຮັດໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ, ຈິດໃຈຂອງປະຊາ ຊົນດີຂຶ້ນເທື່ອລະກ້າວນັ້ນ, ມັນຈຳເປັນຕ້ອງກໍ່ສ້າງປັບປຸງພັກ ໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນໃນທຸກດ້ານ ເພື່ອໃຫ້ມີຄວາມສາມາດພຽງພໍ ໃນນຳພາລັດ ແລະ ນຳພາການກໍ່ສ້າງສັງຄົມນິຍົມຢູ່ປະເທດເຮົາ ຍາດໄດ້ໄຊຊະນະເປັນແຕ່ລະບາດກ້າວ ຢ່າງໜັກແໜ້ນ; ພາລະກິດປ່ຽນແປງໃໝ່ ໄດ້ເກີດມີຫລາຍບັນຫາຕັ້ງຂຶ້ນ ທີ່ກ່ຽວພັນເຖິງຄວາມຮຽກຮ້ອງຕ້ອງການ ໃນການນຳພາຂອງພັກເຮົາ ເປັນຕົ້ນທາງດ້ານການເມືອງ ເລັ່ງທວງໃຫ້ພັກເຮົາ ຕ້ອງມີລະດັບການເມືອງ ໃນການວາງແນວທາງການເມືອງ ແລະ ມີວິທີການປະຕິບັດທີ່ຜົນສັກສິດ ເພື່ອຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນ, ຍົກສູງສະຕິຊົນຊັ້ນ, ເດັດດ່ຽວໃນອຸດົມການສັງຄົມນິຍົມ, ບໍ່ອະນຸຍາດໃຫ້ມີສະມາຊິກພັກຄອນແຄນ, ຢຸດໆຢ່ອນໆໃນດ້ານຈຸດໝາຍ ແລະ ຫລັກການຂອງພັກ; ສາມາດຕອບຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕິ ຂອງສັນຕູ ແລະ ການຫັນ ປ່ຽນໂດຍຕົນເອງ.
ດ້ານແນວຄິດ ແມ່ນຮຽກຮ້ອງໃຫ້ພັກ ຕ້ອງກໍ່ສ້າງໃຫ້ໄດ້ຖັນແຖວສະມາຊິກພັກ-ພະນັກງານ ທີ່ມີນໍ້າໃຈຮັກຊາດ, ຈົງຮັກພັກດີ ແລະ ມີຄວາມຮູ້ຄວາມສາມາດຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ແຫ່ງການຂະຫຍາຍຕົວ ຂອງພາລະກິດປ່ຽນແປງໃໝ່, ສາມາດປົດປ່ອຍແນວຄິດ ຈາກແນວຄິດຊາວຜູ້ຜະລິດນ້ອຍ, ກະແຈກກະຈາຍ, ເອກະເທດ, ເອກະຊົນເຫັນແກ່ຕົວ ໄປສູ່ແນວຄິດຂອງຊົນຊັ້ນກຳມະກອນ. ສຳລັບດ້ານການຈັດຕັ້ງ ເລັ່ງທວງໃຫ້ພັກ ມີສະຕິການຈັດຕັ້ງ, ລະບຽບວິໄນເຂັ້ມງວດ, ຍຶດໝັ້ນໃນດ້ານລະບຽບ, ຫລັກການ ແລະ ກົດໝາຍ. ດ້ານແບບແຜນນຳພາ ແມ່ນເລັ່ງທວງໃຫ້ພັກເຮົາ ຕ້ອງມີແບບແຜນນຳພາທີ່ວິທະຍາສາດ, ມີປະຊາທິປະໄຕ, ມີການຄົ້ນຄວ້າຕົກລົງບັນຫາສຳຄັນ ເປັນໝູ່ຄະນະ; ແກ້ໄຂແບບແຜນເຮັດວຽກອາດຍາສິດ, ຕົກລົງບັນຫາຜູ້ດຽວ; ຕ້ານແບບແຜນເວົ້າບໍ່ໄປຄຽງຄູ່ເຮັດ, ທິດສະດີບໍ່ໄປຄຽງຄູ່ກັບພຶດຕິກໍາ, ແບບແຜນເວົ້າຫລາຍ, ປະຊຸມຫລາຍ, ແຕ່ປະສິດພາບ, ປະສິດທິຜົນວຽກງານຕໍ່າ; ເຮັດວຽກບໍ່ມີຈຸດສຸມ ແລະ ບໍ່ຕິດແໜ້ນກັບຮາກຖານ; ດ້ານຄວາມສາມາດໃນການນໍາພາ ລັດປະຕິບັດໜ້າທີ່ການເມືອງ ແມ່ນເລັ່ງທວງໃຫ້ພັກ ຕ້ອງມີລະບົບທັດສະນະກ່ຽວກັບເສດ ຖະກິດ ຢ່າງຈະແຈ້ງ; ຖືເອົາການພັດທະນາເສດຖະກິດ, ແກ້ໄຂຊີວິດການເປັນຢູ່ຂອງປະຊາຊົນ ເປັນໜ້າທີ່ໃຈກາງ; ພັກຕ້ອງຮູ້ເລືອກເຟັ້ນພະນັກງານຂອງຕົນ ທີ່ມີຄວາມຮູ້ເລິກທາງເສດຖະກິດ, ມີນໍ້າໃຈຮັບຜິດຊອບສູງ, ຊື່ສັດບໍລິສຸດ, ປະດິດສ້າງໄປຮັບຜິດຊອບ ໃນຫົວໜ່ວຍເສດຖະກິດຂອງລັດ ແລະ ຄວາມເດັດດ່ຽວເດັດຂາດ ແກ້ໄຂສິ່ງຫຍໍ້ທໍ້ ທີເກີດຂຶ້ນ ທັນເວລາ.
ຂ່າວ: ກິດຕາ
ພາບ: ອ່າຍຄຳ
KPL