ປະທານຄະນະກວດກາສູນກາງພັກ ເນັ້ນໃຫ້ ແຂວງບໍລິຄໍາໄຊ ເອົາໃຈໃສ່ຕໍ່ວຽກງານກວດກາ

18/02/2025 14:16
Email Print 311
ຂປລ ຂປລ. ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບໍລິຄຳໄຊ ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະປະ ຈຳພັກແຂວງບໍລິຄຳໄຊ ກ່ຽວກັບວຽກງານກວດກາ ແລະ ບັນຫາຕ່າງໆທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນ ການແກ້ໄຂບັນຫາເສດຖະກິດການເງິນ, ບັນຫາກ່ຽວກັບການບຸກລຸກທີ່ດິນຂອງລັດ, ການຕັດໄມ້ທຳ ລາຍປ່າ ແລະ ການຂຸດຄົ້ນບໍ່ແຮ່ ໃຫ້ສຳຫລວດກວດກາເບິ່ງແຕ່ລະບັນຫາ ເມື່ອເຫັນບັນຫາແລ້ວກໍໃຫ້ພ້ອມກັນແກ້ໄຂ.




ຂປລ. ໃນໂອກາດ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ບໍລິຄຳໄຊ ໃນວັນທີ 13-14 ກຸມພາ 2025 ຜ່ານມາ, ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະປະ ຈຳພັກແຂວງບໍລິຄຳໄຊ ກ່ຽວກັບວຽກງານກວດກາ ແລະ ບັນຫາຕ່າງໆທີ່ພົ້ນເດັ່ນໃນປັດຈຸບັນ ເປັນຕົ້ນ ການແກ້ໄຂບັນຫາເສດຖະກິດການເງິນ, ບັນຫາກ່ຽວກັບການບຸກລຸກທີ່ດິນຂອງລັດ, ການຕັດໄມ້ທຳ ລາຍປ່າ ແລະ ການຂຸດຄົ້ນບໍ່ແຮ່ ໃຫ້ສຳຫລວດກວດກາເບິ່ງແຕ່ລະບັນຫາ ເມື່ອເຫັນບັນຫາແລ້ວກໍໃຫ້ພ້ອມກັນແກ້ໄຂ.

ພ້ອມນີ້, ການເຄື່ອນໄຫວວຽກງານກວດກາ ແມ່ນໃຫ້ເບິ່ງທິດທາງໃນຕໍ່ໜ້າວຽກຈຸດສຸມ ຂອງກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2024 ໃຫ້ເບິ່ງແຕ່ລະບັນຫາ ແລ້ວປຶກສາຫາລືກັນໃນຄະນະກວດກາ ເບິ່ງວ່າແຂວງບໍລິຄຳໄຊ ມີຈັກປະເດັນ, ຈັກບັນຫາ, ບັນຫາລວມແມ່ນຫຍັງ, ປະເດັນບັນຫາທີ່ເຄັ່ງຮ້ອນ ທີ່ຕ້ອງໄດ້ແກ້ແມ່ນຫຍັງ, ໃຫ້ມີການວາງແຜນການຄາດຄະເນ ການເຄື່ອນໄຫວຂອງອົງການກວດກາ, ແຜນເຄື່ອນໄຫວລວມຂອງຄະນະປະຈຳ, ປັບປຸງວຽກງານຕິດຕາມ, ກວດກາໃນທຸກຂະແໜງການ, ໃຫ້ບັນດາສະຫາຍຄະນະປະຈໍາ ກໍຄື ສະຫາຍເລຂາພັກແຂວງປັບປຸງ ແລ້ວພ້ອມກັນຄົ້ນ ຄວ້າປະກອບຄຳເຫັນ. ຫລັງຈາກນັ້ນ, ກໍໃຫ້ເປັນເອກະພາບກັນ ຜັນຂະຫຍາຍຕິດພັນກັບການກະກຽມກອງປະຊຸມໃຫຍ່ ແລະ ສຸມໃສ່ແກ້ບັນຫາທີ່ຮີບດ່ວນຢູ່, ວຽກງານກວດກາແມ່ນວຽກງານລວມຂອງຄະ ນະປະຈຳ, ມີການແກ້ໄຂບັນຫາເປັນໝູ່ຄະນະ, ​ເປັນບັນຫາທີ່ຕ້ອງໄດ້ໃຊ້ຄວາມທົດສອບ ຈຸດຢືນຂອງຄະນະນຳໃຫ້ມີ ຄວາມຮັບຜິດຊອບຮ່ວມກັນ ໃຫ້ພ້ອມກັນເບິ່ງບັນຫາອັນໃດທີ່ຄຸມເຄືອ ບໍ່ສາມາດແກ້ໄດ້.




            ໂອກາດດຽວກັນນີ້, ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ-ເຈົ້າແຂວງ ບໍລິຄຳໄຊ ໄດ້ລາຍງານໃຫ້ຊາບກ່ຽວກັບ ສະພາບລວມໂດຍຫຍໍ້ ຂອງແຂວງແຕ່ລະດ້ານ ໃນໄລຍະຜ່ານມາ ໂດຍໄດ້ຈັດຕັ້ງກໍາລັງ ປກສ ລົງຮາກຖານການເມືອງ ຢູ່ເຂດຈຸດສຸມຫລໍ່ແຫລມໃຈກາງ, ຕິດພັນກັບການແກ້ໄຂບັນຫາ 4 ເຖື່ອນ ແລະ ຈັດຕັ້ງປະຕິບັດ 9 ຫົວຂໍ້ສໍາມະນາວິທະຍາສາດທີ່ແຂວງກໍານົດ; ສຸມໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ; ປີ 2024 ເສດຖະກິດຂອງແຂວງຂະຫຍາຍຕົວ 5,29% ລວມຍອດຜະລິດຕະພັນພາຍໃນແຂວງ GPP ປະຕິບັດໄດ້ 13.907,9 ຕື້ກີບ, ສະເລ່ຍຕໍ່ຫົວຄົນ ບັນລຸ 41 ລ້ານກວ່າກີບ ຫລື 1.950 ໂດລາສະຫະລັດ, ຂະແໜງກະສິກໍາ-ປ່າໄມ້ ຂະຫຍາຍຕົວ 3,22% ຂະແໜງອຸດສະຫະກໍາ-ກໍ່ສ້າງ ຂະຫຍາຍຕົວ 3,79%, ຂະແໜງບໍລິການ ຂະຫຍາຍຕົວ 9,53%, ສຸມໃສ່ຊຸກຍູ້ການຈັດເກັບລາຍຮັບເຂົ້າງົບປະມານ ໄດ້ທັງໝົດ 1.725,82 ຕື້ກີບ ເທົ່າກັບ 121,37% ຂອງແຜນປີ; ແກ້ໄຂໜີ້ສິນການລົງທຶນຂອງລັດ ທີ່ຕິດພັນກັບວາລະແຫ່ງຊາດ ເຊິ່ງສາມາດປະຕິບັດໄດ້ 322 ໂຄງການ, ມູນຄ່າ 98,91 ຕື້ກີບ; ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ແລະ ຕາມຊຸກຍູ້ຫົວໜ່ວຍທຸລະກິດ ໃຫ້ເຂົ້າເຖິງແຫລ່ງທຶນໃນບ້ວງຕ່າງໆໄດ້ 86 ຫົວໜ່ວຍ ມູນຄ່າ 1.132 ຕື້ກວ່າກີບ; ສາມາດສ້າງສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ທົ່ວແຂວງ ໄດ້ 16 ຫົວໜ່ວຍ, ສິນຄ້າໂອດ໋ອບ 138 ລາຍການ.


 ສໍາລັບວຽກງານກວດກາພັກ-ລັດ ແມ່ນໄດ້ຕິດຕາມ, ຊຸກຍູ້ການແກ້ໄຂຜົນຂອງ ການກວດສອບປະຈໍາປີ 2023 ມີທັງໝົດ 11 ພາກສ່ວນ; ຮັບ ແລະ ຄົ້ນຄວ້າຄໍາຮ້ອງ ແລະ ຄໍາສະເໜີ ທັງໝົດ 43ສະບັບ, ຮັບເຂົ້າໃໝ່ 30 ເລື່ອງ, ແກ້ໄຂສໍາເລັດ 20 ເລື່ອງ, ສືບຕໍ່ຕິດຕາມ ແລະ ຄົ້ນຄວ້າແກ້ໄຂ 23ສະບັບ; ການກະກຽມດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຄັ້ງທີ VIII ທົ່ວອົງຄະນະພັກແຂວງປັດຈຸບັນສໍາເລັດການດໍາເນີນກອງປະຊຸມໃຫຍ່ແລ້ວ 5 ເມືອງ; ສໍາລັບຮາກຖານພັກອ້ອມຂ້າງແຂວງ ທີ່ຮອດວາລະດໍາເນີນກອງປະຊຸມໃຫຍ່ມີ 966 ຮາກຖານພັກ, ເປີດກອງປະຊຸມໃຫຍ່ຂອງຕົນ ສໍາເລັດ 870 ຮາກຖານພັກ, ຍັງບໍ່ທັນສໍາເລັດ 96 ຮາກຖານ, ສໍາເລັດການເອົາເນື້ອໃນເຂົ້າ ໃນຮ່າງລາຍງານການເມືອງໂດຍພື້ນຖານຕາມບົດແນະນໍາ (ສະບັບປັບປຸງ) ສະບັບເລກທີ 05 ຂອງຫ້ອງວ່າການສູນກາງພັກ ແລະ ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2026-2030) ຕາມຄໍາແນະນໍາເລກທີ 3545 ຂອງກະຊວງແຜນການ ແລະ ການລົງທຶນ. ສ່ວນພາກສະຫລຸບ (2021-2025) ດ້ານເນື້ອໃນການສະຫລຸບຕີລາຄາຕາມ 6 ເປົ້າໝາຍ 21 ວຽກງານຈຸດ ແລະ ພາກທິດທາງແຜນການ 5 ປີ (2026-2030) ແມ່ນໄດ້ສືບຕໍ່ 6 ເປົ້າໝາຍ ແລະ 26 ວຽກຈຸດສຸມ ທີ່ໄດ້ກໍານົດໄວ້.

KPL

ຂ່າວອື່ນໆ

    • ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024ການເມືອງ

      ລາວໂທລະຄົມ ສະຫລຸບການເຄື່ອນໄຫວວຽກງານ ປີ 2024

      2/20/2025 8:30:25 PM

      ຂປລ. ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ໄດ້ຈັດກອງປະຊຸມສະຫລຸບ ຜົນງານການ ເຄື່ອນໄຫວວຽກງານ ປະຈຳປີ 2024 ແລະ ວາງທິດທາງແຜນການ ປີ 2025 ໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໂດຍມີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ​ ກະຊວງ​ເຕັກໂນໂລຊີ ​ແລະ ການ​ສື່ສານ, ມີຜູ້ຕາງໜ້າຈາກ ລາວໂທລະຄົມ ຈາກສູນກາງ, ສາຂາແຂວງທົ່ວປະເທດ, ຜູ້ຕາງໜ້າຈາກ ບໍລິສັດ ລາວ ໂມບາຍມັນນີ ຈຳກັດ ແລະ ບໍລິສັດ T-Plus ເຂົ້າຮ່ວມ.

    • ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມການເມືອງ

      ສສຊ ແລະ ສສ ນວ ພົບປະຜູ້ມີສິດເລືອກຕັ້ງ ຢູ່ເມືອງປາກງື່ມ

      2/20/2025 8:25:21 PM

      ຂປລ. ສະມາຊິກ ສະພາແຫ່ງຊາດ (ສສຊ) ຊຸດທີ IX ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ (ນວ) ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ) ຊຸດທີ II ນຳ​ໂດຍ​ທ່ານ ນາງ ວາ​ລີ ເວດ​ສະ​ພົງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX ປະ​ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ນວ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມ ສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ

    • ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາການເມືອງ

      ແລກປ່ຽນບົດຮຽນກ່ຽວກັບການດໍາເນີນຄະດີອາຍາ

      2/20/2025 8:21:33 PM

      ຂປລ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບການດໍາເນີນຄະດີອາຍາ ລະຫວ່າງ ອົງການໄອຍະການປະຊາຊົນສຸດສູງ (ອອປສ) ແລະ ໂຄງການສົ່ງເສີມການພັດທະນາ ແລະ ສ້າງຄວາມເຂັ້ມແຂງລັດ ທີ່ປົກຄອງດ້ວຍກົດໝາຍ ໃນຂົງເຂດຍຸຕິທຳ ຈັດຂຶ້ນໃນວັນທີ 20 ກຸມພາ 2025

    • ໜ່ວຍພັກພະແນກຄຸ້ມຄອງການປູກຝັງ- ກັກກັນພືດ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ Iການເມືອງ

      ໜ່ວຍພັກພະແນກຄຸ້ມຄອງການປູກຝັງ- ກັກກັນພືດ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ I

      2/20/2025 8:18:04 PM

      ຂປລ. ກອງປະຊຸມໃຫຍ່ ຄັ້ງທີ I ຂອງໜ່ວຍພັກພະແນກຄຸ້ມຄອງການປູກຝັງ ແລະ ກັກກັນພືດ ທີ່ຂຶ້ນກັບຄະນະຮາກຖານກົມປູກຝັງ ໄດ້ສໍາເລັດລົງ ໃນວັນທີ 18 ກຸມພາ 2025 ຜ່ານ​ມາ ໂດຍການເປັນປະທານຂອງ ສະຫາຍ ທະວີສິດ ບຸນຍາສຸກ ເລຂາໜ່ວຍພັກ ຄຸ້ມຄອງການປູກຝັງ ແລະ ກັກກັນພືດ, ມີ ສະຫາຍ ບຸນຈັນ ກົມບຸນຍະສິດ ຄະນະປະຈໍາພັກກະຊວງກະສິກໍາ ແລະ ປ່າໄມ້, ເລຂາຄະນະພັກຮາກຖານກົມປູກຝັງ, ມີຮອງເລຂາຄະນະພັກຮາກຖານກົມປູກຝັງ, ບັນດາສະມາຊິກພັກສໍາສົມບູນ-ສໍາຮອງ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ.

    • ສານປະຊາຊົນ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2024ການເມືອງ

      ສານປະຊາຊົນ ສະຫລຸບການເຄື່ອນໄຫວວຽກງານ ປະຈຳປີ 2024

      2/20/2025 8:13:38 PM

      ຂປລ. ກອງປະຊຸມສະຫລຸບວຽກງານ ປະຈຳປີ 2024 ແລະ ທິດທາງແຜນການເຄື່ອນໄຫວ ປີ 2025 ຂອງສານປະຊາຊົນ ຈັດຂຶ້ນໃນວັນທີ 20 ກຸມພາ 2025 ໂດຍການເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຮອງປະທານສານປະຊາຊົນສູງສຸດ, ຮອງຫົວໜ້າອົງການ ໄອຍະການປະຊາຊົນສູງສຸດ, ບັນດາຫົວໜ້າກົມ, ຮອງກົມ, ການນໍາຂອງບັນດາແຂວງ, ປະ ທານ, ຮອງປະທານ, ຫົວໜ້າຫ້ອງການ ຂອງສານປະຊາຊົນທ້ອງຖິ່ນ ແລະ ສານທະຫານ ເຂົ້າຮ່ວມ.

ads
ads

Top