ຂປລ
ຂປລ. ບໍລິສັດລາວຖົ່ວລຽນ ໂກເດິນຟຣຸດ ຈຳກັດ ເປີດຮ້ານຈຳໜ່າຍຜະລິດຕະພັນ ປຸ໋ຍ ແລະ ຢາ ສຳລັບ ຖົ່ວລຽນ ຢູ່ບ້ານນາຄວາຍໃຕ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໃນວັນທີ 10 ກຸມພາ 2025 ໂດຍໄດ້ນຳເອົາ ປຸ໋ຍ-ຢາ ທຸກສະນິດ ທີ່ໃຊ້ສຳລັບ ຖົ່ວລຽນ ແລະ ໄມ້ໃຫ້ໝາກທຸກຊະນິດ, ພ້ອມອຸປະກອນການກະເສດ ມາຈຳໜ່າຍ ໂດຍມີບັນດາບໍລິສັດ ປຸ໋ຍ-ຢາ ຈາກປະເທດເພື່ອນບ້ານ (ໄທ) ເຂົ້າຮ່ວມ.

ທ່ານ ດວງດາວວອນ ສຸລິຍະວົງສາ ຜູ້ອຳນວຍການ ບໍລິສັດລາວຖົ່ວລຽນ ໂກເດິນຟຣຸດ ຈຳກັດ ໄດ້ໃຫ້ຮູ້ວ່າ: ການເປີດຮ້ານຈຳໜ່າຍຜະລິດຕະພັນ ປຸ໋ຍ ແລະ ຢາ ໃນຄັ້ງນີ້ ເພື່ອສະໜອງ ປຸ໋ຍ ແລະ ຢາ ທຸກສະນິດ ທີ່ໃຊ້ສຳລັບ ຖົ່ວລຽນ ແລະ ໄມ້ໃຫ້ໝາກ ພ້ອມອຸປະກອນການກະເສດ ໃຫ້ກະສິກອນ ໃນຂອບເຂດທົ່ວປະເທດ ໄດ້ນຳໃຊ້ຜະລິດຕະພັນທີ່ດີ, ມີຄຸນນະພາບ ແບບຄົບວົງຈອນ ແນໃສ່ເຮັດໃຫ້ສວນຖົ່ວລຽນຂອງຄົນລາວ ມີຜົນຜະລິດທີ່ດີ, ໄດ້ທັງປະລິມານ ແລະ ຄຸນນະພາບ ເພື່ອຈຳໜ່າຍພາຍໃນປະເທດ ແລະ ສົ່ງອອກໄປຕ່າງປະເທດ ເພື່ອສ້າງລາຍຮັບໃຫ້ກຸ່ມຜູ້ປູກ.

ນອກຈາກຈຳໜ່າຍ ຜະລິດຕະພັນ ປຸ໋ຍ ແລະ ຢາ ແລ້ວ, ທ່ານ ດວງດາວວອນ ສຸລິຍະວົງສາ ຍັງໄດ້ເປີດໃຫ້ຄໍາປືກສາ ກ່ຽວກັບການເຮັດສວນຖົ່ວລຽນ ເປັນຕົ້ນ ເຕັກນິກການປູກ, ການບົວລະບັດ, ການໃສ່ຝຸ່ນ, ໃສ່ປຸ໋ຍ ແລະ ອື່ນໆ ໃຫ້ຜູ້ປະກອບການ, ນັກທຸລະກິດ, ກະສິກອນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີກຳລັງຊັບ, ມີທຶນຮອນ ທີ່ມີຄວາມສົນໃຈ ຢາກສ້າງສວນໝາກຖົ່ວລຽນ ຕື່ມອີກ.
ຂ່າວ-ພາບ: ທະນູທອງ
KPL