ຮັບຮອງເອົາເມືອງວັງວຽງ ເປັນແຫລ່ງທ່ອງທ່ຽວລະດັບຊາດ

28/01/2025 11:39
Email Print 2035
ຂປລ ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035.



     *ລັດຖະບານ ເຊັນຂ້ໍຕົກລົງຮັບຮອງ ແລະ ປະກາດໃຊ້ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025 – 2035. ການສ້າງແຜນແມ່ບົດສະບັບດັ່ງກ່າວແມ່ນເປັນການປະສານສົມທົບກັນ ລະຫວ່າງ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສົມທົບກັບອົງການປົກຄອງແຂວງວຽງຈັນ, ອົງການປົກຄອງເມືອງວັງວຽງ, ບໍລິສັດ Hansen partnership ແລະ ບໍລິສັດ Archineer.

    ຈຸດປະສົງຂອງການສ້າງແຜນ ແມ່ບົດແມ່ນເພື່ອເປັນບ່ອນອີງໃຫ້ແກ່ພາກລັດ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ ໃນການພັດທະນາເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ສະພາບແວດລ້ອມຂອງ ເມືອງທ່ອງທ່ຽວ ແລະ ຮັບປະກັນຄວາມຍືນຍົງ. ແຜນແມ່ບົດສະບັບນີ້, ໄດ້ກວມເອົາເນ້ືອທ່ີທັງໝົດ 23.456 ເຮັກຕາປະກອບດ້ວຍຕົວເມືອງວັງວຽງ ແລະ ພູມສັນຖານບໍລິເວນອ້ອມຮອບລຽບຕາມຮ່ອມພູ ແລະ ເຂດລ່ອງສາຍນ້ຳຊອງ. ໃນນ້ີ, ພ້ືນທ່ີຂອບເຂດໃຈກາງຕົວເມືອງ ແລະ ບໍລິເວນອ້ອມຮອບມີເນື້ອທີ່ທັງໝົດ 6.553 ເຮັກຕາ, ກວມເອົາ 15 ບ້ານ ແລະ ພື້ນທີ່ ໃຈກາງຕົວເມືອງ ກວມເອົາເນື້ອທີ່ປະມານ 185 ເຮັກຕາ.

ແຫລ່ງຂ່າວ:ແຫລ່ງຂ່າວ:  
ກົມພັດທະນາການທ່ອງທ່ຽວກົມພັດທະນາການທ່ອງທ່ຽວ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top