ໄຂງານວາງສະແດງການສຶກສາຈີນ-ອາຊຽນ ຄັ້ງທີ III ປະຈໍາປີ 2024

09/12/2024 12:14
Email Print 1164
ຂປລ ຂປລ. ງານວາງສະແດງການສຶກສາຈີນ-ອາຊຽນ ຄັ້ງທີ III ປະຈໍາປີ 2024 ຈັດຂຶ້ນໃນວັນທີ 7 ທັນວາ 2024 ຜ່ານມາ ທີ່ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ)




ຂປລ. ງານວາງສະແດງການສຶກສາຈີນ-ອາຊຽນ ຄັ້ງທີ
III ປະຈໍາປີ 2024 ຈັດຂຶ້ນໃນວັນທີ 7 ທັນວາ 2024 ຜ່ານມາ ທີ່ສະຖາບັນຂົງຈື, ມະຫາວິທະຍາໄລແຫ່ງຊາດ (ມຊ) ໂດຍມີທ່ານ ສໍາລານ ພັນຄະວົງ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍບັນດາຄະນະບໍດີ, ຜູ້ອໍານວຍການສະຖາບັນ, ຫົວໜ້າຫ້ອງການ ແລະ ຄະນະ ຈາກສະຖາບັນ ການສຶກສາຊັ້ນສູງ ຂອງ ສປ ຈີນ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.





ໃນໂອກາດນີ້
, ທ່ານ ສິນທະວອນ ດາລາວົງ ຮອງອະທິການບໍດີ ມຊ ໄດ້ກ່າວວ່າ: ງານໃນຄັ້ງນີ້, ມີຄວາມໝາຍສຳຄັນ ເປັນການເປີດໂອກາດໃຫ້ນັກສຶກສາ ໄດ້ມີໂອກາດເຂົ້າໃຈສະພາບ ການສຶກສາ ຂອງ ສປ ຈີນ ທັງເປັນການຊອກໂອກາດໄປຮຽນຕໍ່ ພາຍຫລັງຮຽນຈົບການສຶກສາຂອງຕົນ, ມຊ ໄດ້ເຊັນສັນຍາ ກັບສະຖາບັນການສຶກສາຊັ້ນສູງ ຂອງ ສປ ຈີນ 76 ແຫ່ງ ແລະ ໄດ້ມີການແລກປ່ຽນຮ່ວມມື ລະຫວ່າງນັກຮຽນ-ນັກສຶກສາ, ຄູ-ອາຈານ ເຮັດການຄົ້ນຄວ້າຮ່ວມກັນ ແລະ ເປີດກອງປະຊຸມສຳມະນາ ວິທະຍາສາດ ລະດັບສາກົນຮ່ວມກັນຫລາຍຄັ້ງ ແລະ ຫວັງວ່າຜ່ານງານວາງສະແດງການສຶກສາຄັ້ງນີ້, ຈະເຮັດໃຫ້ ມຊ ແລະ ສະຖາບັນການສຶກສາຊັ້ນສູງຂອງ ສປ ຈີນ ທີ່ມາວາງສະແດງໃນຄັ້ງນີ້, ຈະໄດ້ມີໂອກາດຮ່ວມມືກັນ ໃນຂົງເຂດ ການແລກປ່ຽນການສຶກສາ, ການຄົ້ນຄວ້າວິທະຍາສາດຕ່າງໆຮ່ວມກັນໃນອະນາຄົດ.





ທ່ານ ສົມພອນ ສອນດາລາ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: ຜ່ານງານວາງສະແດງ ການສຶກສາ ຈີນ-ອາຊຽນ ຄັ້ງນີ້
, ຈະເຮັດໃຫ້ສະຖາບັນ ການສຶກສາຊັ້ນສູງຂອງລາວ ເວົ້າລວມ ເວົ້າສະເພາະ ມຊ ຈະມີການຮ່ວມມືຫລາຍຂຶ້ນ ນໍາສະຖາບັນການສຶກສາຊັ້ນສູງ ຂອງ ສປ ຈີນ ພ້ອມທັງເປັນ ການເພີ່ມບົດບາດຕົນເອງ ໃນເວທີສາກົນ. ປັດຈຸບັນການສຶກສາຂອງ ສປ ຈີນ ໄດ້ພັດທະນາຢ່າງກ້າວກະໂດດ ໂດຍສະເພາະ ການນໍາໃຊ້ເຕັກໂນໂລຊີໃໝ່ໆ ການນໍາໃຊ້ AI ເຂົ້າມາຮັບໃຊ້ໃນ ວຽກງານການຮຽນ-ການສອນ ແລະ ການສ້າງໃຫ້ນັກຮຽນນັກສຶກສາ ໄດ້ມີຈິນຕະນາການໃໝ່ ເພື່ອສ້າງນະວັດຕະກໍາ ຕາມທິດການພັດທະນາ ການສຶກສາສູ່ອະນາຄົດ ຂອງ ສປ ຈີນ.

KPL

ຂ່າວອື່ນໆ

    • ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາສຶກສາ-ກິລາ

      ຝືກອົບຮົມການນໍາໃຊ້ AI ເພື່ອພັດທະນາວຽກງານການສຶກສາ

      7/1/2025 1:26:32 PM

      ຂປລ. ສະມາຄົມການສຶກສາພາກເອກະຊົນ ຈັດຝຶກອົບຮົມການນໍາໃຊ້ ປັນຍາປະດິດ ຫລື AI ເພື່ອພັດທະ ນາວຽກງານການສຶກສາ ໃນວັນທີ 28 ມິຖຸນາ 2025 ຜ່ານມາ ຢູ່ນະຄອນຫລວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາແສນ ສີສະວົງ ປະທານສະມາຄົມ ການສຶກສາພາກເອກະຊົນ ແລະ ທ່ານ ສົມກຽດ ຜິວດໍາ ປະທານຜູ້ບໍລິຫານ ບໍລິສັດທີ່ປຶກສາທາງດ້ານ AI ປະເທດໄທ,

    • ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມສຶກສາ-ກິລາ

      ຫາລື ຮ່າງຄຳແນະນຳການພັດທະນາ ວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນປະຖົມ

      6/6/2025 7:32:37 AM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ຈັດກອງປະຊຸມປຶກສາຫາລືກ່ຽວກັບຮ່າງຄຳແນະນຳ ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ສຳລັບຄູສອນຊັ້ນປະຖົມສຶກສາ ແບບເຊິ່ງໜ້າ ແລະ ແບບອອນລາຍ ເພື່ອທົບທວນຄືນ ແລະ ປັບປຸງຄຳແນະນຳດັ່ງກ່າວ ແລະ ເພື່ອຮັບປະກັນໃຫ້ການພັດທະນາ ວິຊາຊີບມີຄວາມເຂັ້ມແຂງ ເພື່ອຄູທຸກຄົນໃນທົ່ວປະເທດ

    • ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວສຶກສາ-ກິລາ

      ສະຫລອງ 10 ປີ ແຜນງານປັບປຸງ ຄຸນນະພາບການສຶກສາຂັ້ນພື້ນຖານ ໃນລາວ

      5/27/2025 3:29:10 PM

      ຂປລ. ກະຊວງສຶກສາທິການ ແລະ ກິລາ (ສສກ) ຮ່ວມກັບ ສະຖານເອກອັກຄະລັດຖະທູດອົດສະຕຣາລີ ປະ​ຈໍາ​ລາວ ຈັດ​ພິທີສະເຫລີມສະຫລອງ ການຈັດຕັ້ງປະຕິບັດແຜນງານ ປັບປຸງຄຸນນະພາບການສຶກສາຂັ້ນພື້ນຖານ (ບີຄວາ) ຄົບຮອບ 10 ປີ ໄດ້ຈັດຂຶ້ນໃນວັນທີ 26 ພຶດສະພາ 2025 ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ລະບົບການສຶກສາ ແລະ ປັບປຸງການເຂົ້າເຖິງ ການສຶກສາຊັ້ນປະຖົມສຶກສາ ທີ່ມີຄຸນນະພາບໃຫ້ແກ່ເດັກນ້ອຍໃນ ສປປ ລາວ ໂດຍສະເພາະ ຜູ້ທີ່ຢູ່ເຂດຫ່າງໄກສອກຫລີກ ແລະ ມີຄວາມຫຍຸ້ງຍາກ.

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

ads
ads

Top