ອາຊຽນ ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ

26/11/2024 14:18
Email Print 2165
ຂປລ ຂປລ. ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14 ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ”ຈັດຂຶ້ນວັນທີ 26 ພະຈິກ 2024 ແນໃສ່ການຊຸກຍູ້ໃຫ້ ບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງກັນຫລາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແຫ່ງ ສປປ ລາວ, ມີບັນດາຫົວໜ້າ ​ແລະ ຮອງ​ຫົວໜ້າຫ້ອງການ​ສະຖິຕິ​ ຈາກ​ປະ​ເທດ​ສະມາຊິກ​ອາ​ຊຽນ ແລະ ຕີມໍແລັດສະເຕ ທີ່ເປັນປະເທດສັງເກດການ ເຂົ້າຮ່ວມ.




ຂປລ. ກອງປະຊຸມຄະນະກໍາມະການ ສະຖິຕິຂອງປະຊາຄົມອາຊຽນ ຄັ້ງທີ 14
 ພາຍໃຕ້ຫົວຂໍ້ “ເພີ່ມທະວີການເຊື່ອມໂຍງຂໍ້ມູນ ເພື່ອກ້າວໄປສູ່ການເຊື່ອມຕໍ່ກັບພາກພື້ນ ແລະ ຄວາມຍືນຍົງ”ຈັດຂຶ້ນວັນທີ 26 ພະຈິກ 2024 ແນໃສ່ການຊຸກຍູ້ໃຫ້ ບັນດາປະເທດສະມາຊິກອາຊຽນ ໃຫ້ມີຄວາມຍືນຍົງ ແລະ ເຊື່ອມໂຍງກັນຫລາຍຂຶ້ນ ໂດຍການເປັນປະທານຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ແຫ່ງ ສປປ ລາວ, ມີບັນດາຫົວໜ້າ ​ແລະ ຮອງ​ຫົວໜ້າຫ້ອງການ​ສະຖິຕິ​ ຈາກ​ປະ​ເທດ​ສະມາຊິກ​ອາ​ຊຽນ  ແລະ ຕີມໍແລັດສະເຕ ທີ່ເປັນປະເທດສັງເກດການ ເຂົ້າຮ່ວມ.




ທ່ານ ນາງ ພອນສະຫລີ ສຸກສະຫວັດ ໄດ້ກ່າວວ່າ: ໃນ​ທ່າມກາງທີ່ທົ່ວໂລກ​​ ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່ຢຸດຢັ້ງ​ ຄວາມ​ຮຽກຮ້ອງຕ້ອງ​ການ​ຂໍ້​ມູນຂ່າວສານ ເພື່ອສ່ອງແສງໃຫ້ເຫັນເຖິງ ​ກາ​ລະ​ໂອ​ກາດ ​ແລະ​ ສິ່ງ​ທ້າ​ທາຍຕ່າງໆ ໃນການພັດທະນາ ແມ່ນນັບມື້​ນັບເພີ່ມ​ຂຶ້ນ. ສະນັ້ນ, ອາຊຽນ ຈໍາເປັນຕ້ອງມີການປະດິດຄິດສ້າງ ນະວັດຕະກໍາ ພ້ອມທັງຊອກຫາວິທີການໃໝ່ໆ ໃນການສັງລວມເອົາຂໍ້ມູນ ທີ່ມີຄວາມຫລາກຫລາຍ
, ເລິກເຊິ່ງ, ສ່ອງແສງໄດ້ເຖິງຄວາມເປັນຈິງ ຂອງບັນດາປະເທດ ໃນທົ່ວປະຊາຄົມອາຊຽນ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.



ທ່ານ ນາງ ພອນສະຫລີ ສຸກສະຫວັດ ຍັງໃຫ້ຮູ້ອີກວ່າ: ໃນຖານະບົດບາດຂອງນັກສະຖິຕິ ມັກຈະຜະເຊີນໜ້າກັບ ຄວາມຕ້ອງການຂໍ້ມູນລະດັບລາຍລະອຽດ ແລະ ຂໍ້ມູນແຍກຍ່ອຍ ເພື່ອເປັນແນວທາງຮັບໃຊ້ໃຫ້ ແກ່ຂະບວນການຕັດສິນໃຈ ແລະ ການວາງແຜນ ໂດຍນໍາໃຊ້ປະໂຫຍດ ຈາກຂໍ້ມູນທີ່ມີຢູ່ ໂດຍສະເພາະ ແຫລ່ງຂໍ້ມູນຈາກ ລະບົບລາຍງານບໍລິຫານ
, ພວກເຮົາສາມາດຕອບສະໜອງ ຄວາມຕ້ອງການ ການສະໜອງຂໍ້ມູນໄດ້ຢ່າງມີປະສິດທິພາບ ແລະ ຍັງສາມາດຫລຸດຜ່ອນຄວາມຈໍາເປັນ ໃນການເກັບຂໍ້ມູນດິບທີ່ມີຕົ້ນທຶນສູງໄດ້. 

ນອກຈາກນີ້, ທ່ານ ນາງ ພອນສະຫລີ ສຸກສະຫວັດ ຍັງໄດ້ຍົກ​ໃຫ້​ເຫັນ​ບາງ​ຜົນ​ສຳເລັດ​ທີ່ ຍາດມາໄດ້ເປັນຕົ້ນ ການພັດທະນາແຜນດໍາເນີນງານ ຂອງລະບົບ​ສະຖິຕິ​ປະຊາ​ຄົມ​ອາ​ຊຽນ (ACSS) ໃນໄລຍະປີ 2026-2030; ການຮັບຮອງຄູ່ມືວິເຄາະວິໄຈ ຂໍ້ມູນສະຖິຕິການຄ້າ ຕ່າງປະເທດນອກລະບົບ; ການຂະຫຍາຍການນໍາໃຊ້ ໂປຣແກຣມຖ່າຍໂອນຂໍ້ມູນ ລະຫວ່າງ ປະເທດອາຊຽນ ແລະ ສະຖິຕິອາຊຽນ (APIs); ການສ້າງຄວາມເຂັ້ມແຂງໃນຂອບການຄຸ້ມຄອງຂໍ້ມູນ ແລະ ນະໂຍບາຍຂອງລັດຖະບານ ແລະ ການເພີ່ມທະວີຂີດຄວາມສາມາດ ວຽກງານສະຖິຕິຜ່ານການສຶກສາທາງໄກ.




ກອງປະຊຸມຄັ້ງນີ້
, ຄະນະຜູ້ແທນຈະໄດ້ການແລກປ່ຽນ ຄວາມຮູ້ ແລະ ຄວາມຊໍານານເພື່ອແກ້ໄຂ ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຮ່ວມກັນ; ເພີ່ມທະວີການຮ່ວມມືໃນພາກພື້ນ ໃຫ້ມີລະບົບຂໍ້ມູນທີ່ສາມາດ ເຊື່ອມໂຍງກັນໄດ້ຢ່າງມີປະສິດທິພາບ, ພ້ອມກັນເປີດຮັບເອົາ ນະວັດຕະກໍາອັນໃໝ່ ທີ່ຫັນໄປສູ່ຄວາມຍືນຍົງ ແລະ ຄວາມຍາວນານ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

KPL

ຂ່າວອື່ນໆ

    • ປະເທດ ເປຣູອາຊຽນ ASEAN

      ປະເທດ ເປຣູ

      4/28/2025 2:01:56 PM

      ປະເທດເປຣູ (Peru) ທີ່ມີຊື່ທາງການຄື ສາທາລະນະລັດ ເປຣູ(Republic Of Peru), ມີນະຄອນຫລວງຊື່ວ່າ ລີມາ(Lima), ຕັ້ງຢູ່ທາງຕາເວັນຕົກຂອງທະວີບ ອາເມລິກາໃຕ້ ມີຊາຍແດນທິດເໜືອຕິດກັບ ເອກວາດໍ ແລະ ໂກໂລມບີ , ທິດຕາເວັນອອກຕິດກັບ ບຣາຊິນ ແລະ ໂບລີວີ, ທິດໃຕ້ຕິດກັບ ຊີເລ ແລະ ທິດຕາເວັນຕົກຕິດກັບ ມະຫາສະໝຸດປາຊີຟິກ. ມີເນື້ອທີ່ທັງໝົດ1.285.000 ກິໂລຕາແມັດ, ກວມເອົາປະຊາກອນ 33,85 ລ້ານຄົນ(ໃນປີ 2023)

    • ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33ອາຊຽນ ASEAN

      ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

      4/28/2025 9:27:05 AM

      ຂປລ. ໃນລະຫວ່າງວັນທີ 22-26 ເມສາ 2025 ທີ່ເມືອງກຸຈິງ ແຂວງສາລະວັກ ປະເທດມາເລເຊຍ, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 33

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      4/25/2025 11:59:37 AM

      ປະເທດຈີນ(China) ມີຊື່ຢ່າງເປັນທາງການວ່າ: ສາທາລະນະລັດ ປະຊາຊົນຈີນ(People’s Republic of China), ມີນະຄອນ ຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ; ເປັນປະເທດທີ່ມີ ປະຊາກອນ ຫລາຍທີ່ ສຸດໃນໂລກ 1,411 ຕື້ກວ່າຄົນ(ໃນປີ 2023)

    • ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນອາຊຽນ ASEAN

      ນະໂຍບາຍພາສີຂອງສ.ອາເມລິກາ ສ້າງຜົນກະທົບຕໍ່ການຄ້າໃນພາກພື້ນ-ສາກົນ

      4/10/2025 4:34:33 PM

      ອາ​ຊຽນ​ ໄດ້​ຈັດ​ກອງ​ປະ​ຊຸມ ​ລັດ​ຖະ​ມົນ​ຕີ ​ເສດ​ຖະ​ກິດ ​ອາ​ຊຽນ ​ຜ່ານ​ທາງວິ​ດີ​ໂອ, ເພື່ອ​ປຶ​ກ​ສາ ​ຫາ​ລື​​ວ່າ​ ຈະເຮັດ​ແນວ​ໃດ ​ເພື່ອ​ຮັບ​ມື​ກັບ ​ນະ​ໂຍ​ບາຍ ​ພາ​ສີ ຫລ້າ​ສຸດ​ ຂອງ ສ.​ອາ​ເມ​ລິ​ກາ ແລະ​ ໄດ້​ອອກ​ຖະ​ແຫລງ​ການ​ຮ່ວມ ຫລັງ​ກອງ​ປະ​ຊຸມ.

    • ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ ອາຊຽນ ASEAN

      ສປປ ລາວ ຮ່ວມສະເຫລີມສະຫລອງ ວັນສັງຄົມສົງເຄາະອາຊຽນ

      3/27/2025 5:01:34 PM

      ຂປລ. ສປປ ລາວ ໄດ້ຮ່ວມກັບບັນດາປະເທດສະມາຊິກອາຊຽນ ສະເຫລີມສະຫລອງວັນສັງຄົມສົງເຄາະອາຊຽນ (15 ມີນາ) ເພື່ອຍົກສູງບົດບາດອັນສໍາຄັນ ຂອງນັກສັງຄົມສົງເຄາະ ແລະ ບຸກຄະລາກອນສັງຄົມສົງເຄາະ ໃນການຫລຸດຜ່ອນຄວາມສ່ຽງ ຈາກໄພພິບັດ ແລະ ການສ້າງຄວາມທົນທານຕໍ່ ການປ່ຽນແປງສະພາບ ດິນຟ້າອາກາດ ໃນວັນທີ 25 ມີນາ 2025 ທີ່ນະຄອນຫລວງວຽງຈັນ ໂດຍມີພະນັກງານຈາກພາກລັດ, ສະຖາບັນການສຶກສາ, ຄູ່ຮ່ວມພັດທະນາ ແລະ ນັກສຶກສາທີ່ໜຸ່ມນ້ອຍ ຈາກພາກວິຊາສັງຄົມສົງເຄາະ ແລະ ການພັດທະນາ ຄະນະວິທະຍາສາດສັງຄົມ ເຂົ້າຮ່ວມ.

ads
ads

Top