ອາຊຽນ-ອາເມລິກາ ກໍານົດທິດທາງການ ຜັນຂະຫຍາຍ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ

11/10/2024 13:30
Email Print 2562
ຂປລ ຂປລ. ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ 12 ຈັດຂຶ້ນໃນວັນທີ 11 ກັນຍາ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ, ມີນາຍົກລັດຖະ ມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ



ຂປລ. ກອງປະຊຸມສຸດຍອດອາຊຽນ-ສະຫະລັດ ອາເມລິກາ ຄັ້ງທີ
12 ຈັດຂຶ້ນໃນວັນທີ 11 ກັນຍາ 2024, ພາຍໃຕ້ການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີບັນດາຜູ້ນໍາອາຊຽນ ແລະ ທ່ານ ແອນໂທນີ ບລິງເກັນ ລັດຖະມົນຕີການຕ່າງປະເທດ ສະຫະລັດ ອາເມລິກາ, ມີນາຍົກລັດຖະ ມົນຕີ ຕີມໍແລັດສະເຕ ເຂົ້າຮ່ວມ ໃນນາມຜູ້ສັງເກດການ ເພື່ອໄດ້ທົບທວນຄືນ ແລະ ກໍານົດທິດທາງ ໃນການຜັນຂະຫຍາຍ ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ສະຫະລັດ ໂດຍສຸມໃສ່ການ ຈັດຕັ້ງປະຕິບັດ ບັນດາໂຄງ ການຮ່ວມມືທີ່ອາຊຽນ ແລະ ສະຫະລັດ ອາເມລິກາ ມີຮ່ວມກັນ ເພື່ອນໍາຜົນປະໂຫຍດຕົວຈິງ ມາຍັງປະຊາຊົນຂອງສອງພາກພື້ນ.


ໃນກອງປະຊຸມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ອາຊຽນ-ສະຫະລັດອາເມລິກາ ຕະຫລອດໄລຍະ 47 ປີຜ່ານມາ ທີ່ໄດ້ຮັບການເສີມຂະຫຍາຍ ກວມເອົາການຮ່ວມມື ດ້ານການເມືອງ-ຄວາມໝັ້ນຄົງ, ດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ອັນໄດ້ສະທ້ອນໃຫ້ເຫັນ ໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ ແລະ ທ່າແຮງຂອງການຮ່ວມມືກັນ ໃນອະນາຄົດ ເພື່ອສືບຕໍ່ປະກອບສ່ວນ ເຂົ້າໃນຂະບວນການ ສ້າງປະຊາຄົມອາຊຽນ ກໍຄື ການປົກປັກຮັກສາ ແລະ ສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື.

ສໍາລັບທິດທາງການຮ່ວມມືໃນຕໍ່ໜ້າ, ສປປ ລາວ ໄດ້ຊຸກຍູ້ໃຫ້ ສະຫະລັດອາເມລິກາ ສືບສະໜັບສະໜູນ ອາຊຽນໃນຂົງເຂດທີ່ສໍາຄັນ ເປັນຕົ້ນ ການຄ້າ-ການລົງທຶນ, ສາທະລະນະສຸກ, ພະລັງງານສະອາດ, ການພັດທະນາຊັບພະຍາກອນມະນຸດ ໂດຍຜ່ານການແລກປ່ຽນດ້ານການສຶກສາ ແລະ ວັດທະນາທໍາ, ການສະໜອງທຶນຝຶກອົບຮົມໃນໄລຍະສັ້ນ, ໄລຍະຍາວ ແລະ ການສົ່ງເສີມໂຄງການດ້ານ ການທະນາດ້ານສີມືແຮງງານ ໃນຂະແໜງການເຕັກໂນໂລຊີທີ່ທັນສະໄໝ, ດ້ານນະວັດຕະກໍາ ກໍຄື ປັນຍາປະດິດ ແລະ ດ້ານອື່ນໆ.

ໂອກາດນີ້, ກອງປະຊຸມສຸດຍອດ ອາຊຽນ-ສະຫະລັດອາເມລິກາ ໄດ້ຮັບຮອງເອົາຖະແຫລງການຜູ້ນໍາອາ ຊຽນ-ສະຫະລັດ ວ່າດ້ວຍ ປັນຍາປະດິດທີ່ປອດໄພ, ໝັ້ນຄົງ ແລະ ເຊື່ອຖືໄດ້.

ສະຫະລັດ ອາເມລິກາ ເປັນຄູ່ເຈລະຈາທີ່ສໍາຄັນຂອງອາຊຽນ ທີ່ມີການຮ່ວມມືອັນຍາວນານ, ອາຊຽນ ແລະ ສະຫະລັດ ອາເມລິກາ ໄດ້ສ້າງຕັ້ງສາຍພົວພັນ ໃນປີ 1977, ໄດ້ຍົກລະດັບເປັນຄູ່ ຮ່ວມຍຸດທະສາດ ໃນປີ 2015 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2022.

KPL

ຂ່າວອື່ນໆ

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

ads
ads

Top