ສະຫະພາບເອີຣົບ-ຢູນິເຊັບ ມອບອຸປະກອນ ໄອຊີທີ ສ້າງຄວາມເຂັ້ມແຂງໃຫ້ລະບົບການສຶກສາໃນລາວ

31/07/2024 09:50
Email Print 2426
ຂປລ ຂປລ. ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ມອບອຸປະກອນ ໄອຊີທີ (ICT) ມູນຄ່າທັງໝົດ 670.000 ໂດລາສະຫະລັດ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນການສະໜັບສະໜູນ ຍຸດທະສາດ ດີຈິຕອນ ສຳລັບການສຶກສາ ຂອງກະຊວງ ແລະ ປະກອບສ່ວນເຂົ້າຕໍ່ການສົ່ງເສີມການຫັນປ່ຽນ ທາງ ດ້ານດີຈິຕອນ ໃນລະ​ບົບ​ການ​ສຶກ​ສາ ​ແລະ ການຮຽນການສອນໃນປະເທດ.​

ຂປລ. ເມື່ອບໍ່ດົນມານີ້, ສະຫະພາບເອີຣົບ ແລະ ອົງການອຸຍນີເຊັບ ໄດ້ມອບອຸປະກອນ ໄອຊີທີ (ICT) ມູນຄ່າທັງໝົດ 670.000 ໂດລາສະຫະລັດ ໃຫ້ກະຊວງສຶກສາທິການ ແລະ ກິລາ ເພື່ອເປັນການສະໜັບສະໜູນ ຍຸດທະສາດ ດີຈິຕອນ ສຳລັບການສຶກສາ ຂອງກະຊວງ ແລະ ປະກອບສ່ວນເຂົ້າຕໍ່ການສົ່ງເສີມການຫັນປ່ຽນ ທາງ ດ້ານດີຈິຕອນ ໃນລະ​ບົບ​ການ​ສຶກ​ສາ ​ແລະ ການຮຽນການສອນໃນປະເທດ. ໃນນັ້ນ, ປະກອບມີ: ຄອມພິວເຕີຕັ້ງ ໂຕະ, ແລັບທັອບ, ເຄື່ອງສະແກນ, ອຸປະກອນສຳລັບການຈັດປະຊຸມທາງໄກ ແລະ ແທັບເລັດ ເຊິ່ງທັງໝົດນັ້ນ ເປັນການສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຮ່ວມກັນ ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ, ສະຫະພາບເອີ ຣົບ ແລະ ອົງການອຸຍນີເຊັບ ຕໍ່ການປັບປຸງການສຶກສາ ພາຍໃຕ້ແຜນງານການຮ່ວມມື ເພື່ອສ້າງຄວາມເຂັ້ມແຂງໃຫ້ ລະບົບການສຶກສາ ໃນ ສປປ ລາວ (PSES).

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ເນັ້ນໜັກເຖິງຜົນ ສຳເລັດ ຂອງການຮ່ວມມືພາຍໃຕ້ແຜນງານດັ່ງກ່າວ ວ່າ: ກະຊວງສຶກສາທິການ ແລະ ກິລາ ຕີລາຄາສູງຕໍ່ການຮ່ວມມື ດັ່ງກ່າວ ເຊິ່ງມີຄວາມສຳຄັນຫລາຍຕໍ່ການປັບປຸງ ລະບົບການສຶກສາຂອງປະເທດພວກເຮົາ ໂດຍນຳໃຊ້ນະວັດຕະກໍາ ດ້ານເຕັກໂນໂລຊີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ຍຸດທະສາດ ດີຈິຕອນ ສຳລັບການສຶກສາ. ຍຸດທະສາດດັ່ງກ່າວ, ຢູ່ໃນຂັ້ນຕອນສຸດທ້າຍຂອງການພັດທະນາ, ໄດ້ຖືກສ້າງຂຶ້ນ ໂດຍໄດ້ຮັບການສະໜັບສະໜູນຈາກ ແຜນງານການ ຮ່ວມມື PSES ເຊິ່ງໄດ້ສະໜອງວິໄສທັດ ໃນການເສີມສ້າງຄວາມເຂັ້ມແຂງ ທາງດ້ານການສຶກສາ, ທັກສະດ້ານ ດີຈິຕອນ ແລະ ລະບົບຂໍ້ມູນຂ່າວສານ ແລະ ການຮຽນຮູ້ ໃນທົ່ວ ສປປ ລາວ.

ທ່ານ ນາງ ອີນາ ມາຈູລໍນີແຕ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ກໍໄດ້ເນັ້ນໜັກ ເຖິງຄຳໝັ້ນສັນຍາຂອງ ສະຫະພາບເອີຣົບ ຕໍ່ກັບການຊຸກຍູ້ວຽກງານສຶກສາ ໂດຍຜ່ານການຮ່ວມມືກັນຢ່າງໃກ້ຊິດ ວ່າ: "ສະຫະພາບເອີຣົບ ເຫັນເຖິງຄວາມສຳຄັນ ໃນການເສີມສ້າງຄວາມເຂັ້ມແຂງ ຂອງຂະແໜງການສຶກສາ ໃນ ສປປ ລາວ ເປັນບູລິມະສິດ ແລະ ພວກເຮົາຍິນດີ ທີ່ຈະລົງທຶນໃນວຽກງານນີ້ ແລະ ສະໜັບສະໜູນ ກະຊວງສຶກ ສາທິການ ແລະ ກິລາ ຕໍ່ກັບຄວາມພະຍາຍາມ ໃນການປັບປຸງການສຶກສາ ໃນ ສປປ ລາວ. ອຸປະກອນ ICT ທີ່ໄດ້ມອບນັ້ນ ຈະຊຸກຍູ້ຄວາມສາມາດ ໃນການຈັດຕັ້ງປະຕິບັດຍຸດທະສາດ ດີຈິຕອນ ສຳລັບການສຶກສາ ຂອງກະ ຊວງ ເພື່ອຮັບປະກັນ ​ການສະໜອງ​ສຶກສາທີ່ດີ ​ໃຫ້​ແກ່​ເດັກນ້ອຍ​ລາວ​ທຸກ​ຄົນ.

ພ້ອມນີ້, ທ່ານ ນາງ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າ ອົງການອຸຍເຊັບ ປະຈຳ ສປປ ລາວ ກໍໄດ້ຍົກ ໃຫ້ເຫັນເຖິງບົດບາດຂອງເຕັກໂນໂລຊີ ໃນການບັນລຸຄວາມສະເໝີພາບ ໃນການເຂົ້າເຖິງການສຶກສາ. “ຜົນສຳເລັດ ຂອງ ຄັງປັນຍາລາວ ໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງ ເຖິງພະລັງແຫ່ງການຮ່ວມມື ແລະ ເຕັກໂນໂລຊີ ໃນການນຳໃຊ້ຄຸນປະໂຫຍດ ຂອງວິທະຍາສາດໃນການຮຽນຮູ້, ນັບແຕ່ຊັ້ນປະຖົມ ຈົນຮອດມັດທະຍົມສຶກສາ. ອົງການອຸຍນີເຊັບ ມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງ ຂອງການຫັນປ່ຽນດ້ານການສຶກສາ ໃນ ສປປ ລາວ ເຊິ່ງມີທ່າແຮງເພື່ອຮັບ ປະກັນວ່າ ເດັກນ້ອຍທຸກຄົນຈະສາມາດຮຽນຮູ້ ແລະ ຈະເລີນເຕີບໂຕໄດ້ຢ່າງເຕັມທີ່.

KPL

ຂ່າວອື່ນໆ

    • ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນສຶກສາ-ກິລາ

      ແຂ່ງຂັນບານເຕະມິດຕະພາບ ຮັດແໜ້ນຄວາມສາມັກຄີພາຍໃນ

      5/13/2025 9:50:19 AM

      ຂປລ. ໃນທ້າຍອາທິດຜ່ານມານີ້, ສະມາຄົມນັກທຸລະກິດຮ້ານອາຫານລາວ ຮ່ວມກັບ ຝ່າຍຂາຍ ແລະ ການຕະຫລາດ ບໍລິສັດ ເບຍລາວ ຈໍາກັດ ຈັດ ການແຂ່ງຂັນບານເຕະມິດຕະພາບ ໃນຮູບແບບ 4 ສາມັກຄີ ຊີງຂັນຜູ້ອຳນວຍການຝ່າຍຂາຍ ບໍລິສັດ ເບຍລາວ ຈຳກັດ ປະຈຳປີ 2025 ເພື່ອສ້າງຂະບວນການຮັດແໜ້ນຄວາມສາມັກຄີ, ທັງເປັນການສ້າງສາຍພົວພັນມິດຕະພາບລະຫວ່າງ 4 ພາກສ່ວນ ທັງພາກລັດ ແລະ ເອກະຊົນ ໃຫ້ແໜ້ນແຟ້ນ, ທັງໄດ້ແລກປ່ຽນບົດຮຽນ, ປະສົບການຕ່າງໆ

    • ສະຫລອງ 1  ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກສຶກສາ-ກິລາ

      ສະຫລອງ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດແບບເອເລັກໂຕຣນິກ

      5/6/2025 8:04:35 PM

      ຂປລ. ພິທີສະເຫລີມສະຫລອງ ຄົບຮອບ 1 ປີ ການນໍາໃຊ້ລະບົບລົງທະບຽນ ການໃຫ້ວັກຊີນກັນພະຍາດ ແບບເອເລັກໂຕຣນິກ ຫລື EIR ໃນ ສປປ ລາວ ຈັດຂຶ້ນໃນວັນທີ 5 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ

    • ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IVສຶກສາ-ກິລາ

      ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

      5/5/2025 8:04:19 PM

      ຂປລ. ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

    • ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ ສຶກສາ-ກິລາ

      ນັກສຶກສາລາວ ໄດ້ຮັບທຶນເຂົ້າຮ່ວມໂຄງການແລກປ່ຽນດ້ານກະສິກໍາ ແລະ ພະລັງງານ ຢູ່ຍີ່ປຸ່ນ

      3/5/2025 5:46:43 PM

      ຂປລ. ໃນວັນທີ 3 ມີນາ 2025 ຜ່ານມາ, ຄະນະນັກສຶກສາລາວ 32 ຄົນ ໄດ້ຮັບທຶນ ເຂົ້າຮ່ວມໂຄງການການແລກປ່ຽນດ້ານກະສິກໍາ ແລະ ການແລກປ່ຽນດ້ານພະລັງງານ ພາຍໃຕ້ໂຄງການເຈເນັດຊີ (JENESYS) ຢູ່ປະເທດຍີ່ປຸ່ນ ເພື່ອສົ່ງເສີມຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ ຈາກຍີ່ປຸ່ນ ແລະ ພາກພື້ນອາຊີ-ປາຊີຟິກ ທັງນີ້ກໍເພື່ອສ້າງພື້ນຖານແກ່ມິດຕະພາບ ແລະ ການຮ່ວມມືໃນອະນາຄົດ.

    • ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ Iສຶກສາ-ກິລາ

      ຮວຜທ ຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I

      2/19/2025 9:48:55 PM

      ຂປລ. ຫ້ອງສຶກສາ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ຈັດກອງປະຊຸມ ສະຫລຸບຖອດຖອນບົດຮຽນ ບັ້ນທວນຄືນ ແລະ ສອບເສັງພາກຮຽນທີ I ສົກຮຽນ 2024-2025 ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງສຶກສາ ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ, ມີ ສະຫາຍ ພັນໂທ ນາງ ດາວັນ ສິມໃບມະນີ ຮອງຫົວໜ້າຫ້ອງສຶກສາ, ຫົວໜ້າພະແນກ-ຮອງພະແນກ, ພ້ອມດ້ວຍພະນັກງານ-ຄຸອາຈານ ທົ່ວຫ້ອງສຶກສາ ເຂົ້າຮ່ວມ.

ads
ads

Top