ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນໃໝ່

04/07/2024 07:55
Email Print 2076
ຂປລ ສປປ ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນລະຫວ່າງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຫລາຍຂຶ້ນກວ່າເກົ່າ.

    *ສປປ ລາວ-ມຽນມາ ຮ່ວມມືກັນເປີດສາຍການບິນລະຫວ່າງປະເທດ ເພື່ອສົ່ງເສີມການທ່ອງທ່ຽວ ແລະ ການໄປມາຫາສູ່ກັນຫລາຍຂຶ້ນກວ່າເກົ່າ. ອາທິດຜ່ານມານີ້, ລາວ-ມຽນ ໄດ້ເປີດເສັ້ນທາງບິນໃໝ່ເຊື່ອມຕ ລະຫວ່າງ ນະຄອນຢາງກຸ້ງຫານະ ຄອນຫລວງວຽງຈັນ ແລະ ນະຄອນຫລວງວຽງຈັນ ຫານະຄອນຫລວງຢາງກຸ້ງ ປະເທດມຽນມາ; ເປັນກຽດເຂົ້າຮ່ວມຂອງ ທ່ານ ອອງໂກ (Aung Ko) ເອກອັກຄະລັດຖະທູດມຽນມາ ປະຈໍາລາວ, ມີການນໍາຈາກກົມການບິນພົນລະເຮືອນ ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນັກງານວິຊາການ, ຕົວແທນຈໍາໜ່າຍຂອງສາຍການບິນມຽນແອລາຍ ອິນເຕີເນເຊີນນໍ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ເສັ້ນທາງບິນເຊື່ອມໂດຍກົງລະ ຫວ່າງສອງເມືອງໃຫຍ່ຂອງລາວ ແລະ ມຽນມາຈະໃຫ້ບໍລິການສອງ ຖ້ຽວ/ອາທິດ ຄື: ວັນອັງຄານ ແລະ ວັນພະຫັດ ດ້ວຍເຮືອບິນຂະໜາດໃຫຍ່ ແອບັສ A319, 320 ແລະ ເຮືອບິນ ເອັມເບຣເອີ້ E190 ທີ່ສາມາດຮອງຮັບຜູ້ໂດຍສານໄດ້ຫລາຍກວ່າຮ້ອຍຄົນ, ນີ້ຖືເປັນຖ້ຽວບິນທຳອິດທີ່ເຊື່ອມຕໍ່ລະຫວ່າງສອງປະເທດລາວ ແລະ ມຽນມາ, ເປັນຂີດໝາຍສຳຄັນໃຫ້ແກ່ສາຍພົວພັນອັນດີ ລະຫວ່າງສອງປະເທດທີ່ມີມາແຕ່ຍາວນານ. ທ່ານທູດມຽນມາ ປະຈໍາລາວ ເຊື່ອໝັ້ນວ່າ: ເສັ້ນທາງບິນດັ່ງກ່າວຈະເປັນຂົວຕໍ່ໃນການຊຸກຍູ້ສາຍພົວພັນການຄ້າ, ການລົງທຶນ, ການ ທ່ອງທ່ຽວ ແລະ ການພົວພັນລະ ຫວ່າງປະຊາຊົນສອງປະເທດ.

ການເປີດຖ້ຽວບິນກົງລະຫວ່າງ ນະຄອນຢາງກຸ້ງ ຫານະຄອນຫລວງ ວຽງຈັນ ແລະ ນະຄອນຫລວງວຽງ ຈັນ ຫາ ນະຄອນຢາງກຸ້ງ ຄັ້ງນີ້, ເປັນ ໂອກາດດີເພື່ອໃຫ້ບັນດາວິສາຫະ ກິດພາຍໃນທ້ອງຖິ່ນ ແລະ ນັກທ່ອງ ທ່ຽວໄດ້ໄປມາຫາສູ່ກັນ, ທັງເປັນ ການຂະຫຍາຍ ແລະ ພັດທະນາການທ່ອງທ່ຽວ, ວັດທະນະທຳ, ປະເພນີ ແລະ ວິຖີຊີວິດຂອງປະຊາຊົນສອງຊາດທີ່ເປັນທ່າແຮງອັນບົ່ມຊ້ອນ ໃນການພັດທະນາເສດຖະກິດ-ສັງຄົມ, ເປັນປະຕູເຊື່ອມຈອດພາຍໃນອາຊຽນ ແລະ ພາກພື້ນສາກົນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top