ປະເທດ ຕັວກກີ

20/06/2024 11:11
Email Print 1447
ຂປລ ອັງກາລາ(Ankara) ແລະ ປະເທດ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນໃນວັນທີ 20.06.1958 ເປັນຕົ້ນມາ, ຫລັງຈາກນັ້ນ ທັງສອງປະເທດ ໄດ້ພ້ອມກັນເສີມສ້າງ ສາຍພົວພັນ ແລະ ຮ່ວມມືກັນ ພັດທະນາໃຫ້ນັບມື້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂື້ນ.

​      ປະ​ເທດ ຕວັກ​ກີ(Turkey) ຫລື ​ຊື່​​ທາງ​ການ​ວ່າ ສາທາລະນະ​ລັດ ຕວັກ​ກີ(Republic of Turkey) ມີນະຄອນຫລວງຊື່ວ່າ: ອັງກາ​ລາ(Ankara) ແລະ ປະເທດ ສປປ ລາວ ​ໄດ້​ສ້າງ​ຕັ້ງສາຍ​ພົວ​ພັນ​ ທາງ​ການ​ທູດ​ຮ່ວມ​ກັນໃນວັນທີ 20.06.1958 ເປັນຕົ້ນມາ, ຫລັງຈາກນັ້ນ ທັງ​ສອງ​ປະ​ເທດ​ ​ໄດ້ພ້ອມ​ກັນເສີມ​ສ້າງ​ ສາຍ​ພົວ​ພັນ ແລະ ຮ່ວມ​ມື​ກັນ​ ພັດທະນາໃຫ​້​ນັບ​ມື້​ແໜ້ນ​ແຟ້ນ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆ​ຂື້ນ. ຕວັກກີ ເປັນປະເທດ ສອງທະວີບ ຢູ່ໃນອາຊີ ແລະ ເອີຣົບ, ມີ​ຊາຍ​ແດນ ​ທິດຕາ​ເວັນ​ອອກ ຕິດ​ກັບ ຊອກ​ຊີ, ອາກ​ເມ​ນີ, ອາ​ແຊກໄບຊານ ​ແລະ ອີຣານ; ທິດ​ໃຕ້​ຕິດ​ກັບ ອີຣັກ, ຊີຣີ ​ແລະ ທະ​ເລ​ເມ​ດີ​ເຕ​ເຣ​ເນຍ; ​ທິດຕາ​ເວັນ​ຕົກ​ ຕິດ​ກັບ ​ເກຣັກ, ບູນກາລີ ​ແລະ ທະ​ເລ​ແອຈຽນ; ທິດ​ເໜືອ​ຕິດ​ກັບ​ທະ​ເລ​ດຳ. ມີ​ເນື້ອທີ່ທັງ​ໝົດ 780.580 ກິ​ໂລ​ຕາ​ແມັດ, ​ປະຊາກອນຫລາຍກວ່າ ​85 ລ້ານຄົນ(​ໃນ​ປີ 2023), ​ໃຊ້​ພາສາ ຕວັກ​ກີ ​ເປັນ​ພາສາ​ທາງ​ການ, ປະຊາຊົນ​ສ່ວນ​ໃຫຍ່ ຖື​ສາສະໜາ ມຸສລິ​ມ 99,8% ​ແລະ ສາສະໜາອື່ນໆ 0,2%; ໃຊ້ສະກຸນ​ເງິນ​ ຕວັກ​ກີ​ໄລຣາ (Turkish Lira). ສ່ວນວັນຊາດແມ່ນ ວັນທີ 29.10. 1923.

      ເສດຖະກິດ​ຕວັກ​ກີ ​ໄດ້ມີການປະຕິຮູບຫລາຍດ້ານ ສົ່ງຜົນໃຫ້ ຈະເລີນເຕີບໃຫຍ່ຂຶ້ນ ຢາງວ່ອງໄວ ເປັນຕົ້ນແມ່ນ ລາຍໄດ້ ຈາກການຜະລິດ ເພື່ອສົ່ງອອກ ແລະ ການທ່ອງທ່ຽວ ເປັນຫລັກ, ໂດຍໃຫ້ຄວາມສຳຄັນ ກັບຕະຫລາດຕ່າງ ປະເທດ , ການພັດທະນາ ພື້ນຖານໂຄງລ່າງ ດ້ານສຸຂະພາບ, ການພັດທະນາຕະຫລາດ ແລະ ຜະລິດຕະພັນ ໃຫ້ເປັນທີ່ຍອມຮັບ ຂອງຕະຫລາດ ຕ່າງປະເທດ ແລະ ສ້າງຄວາມເຊື່ອໝັ້ນ ເພື່ອດຶງດູດນັກລົງທຶນ ຈາກຕ່າງປະເທດອື່ນໆ. ເຮັດໃຫ້ລວມຍອດ ​ຜະລິດ​ຕະພັນ ​ພາຍໃນປະເທດ​(GDP) ບັນລຸ 905.987 ລ້ານໂດ​ລາ​ສະຫະລັດ(​ໃນປີ2022); ສະ​ເລ່ຍຕໍ່ຫົວ​ຄົນ 10 ກວ່າ​ໂດ​ລາ ​ສະຫະລັດຕໍ່ປີ; ອັດຕາການເຕີບໂຕ ດ້ານເສດຖະກິດ 5,6% ຕໍ່ປີ. ມູນ​ຄ່າ​ການ​ສົ່ງ​ອອກ ​ສິນຄ້າ 254.172 ລ້ານໂດ​ລາ​ສະຫະລັດ ເປັນຕົ້ນປະ​ເພດ ​ຊິ້ນສ່ວນຍານພາຫະນະ, ເສື້ອຜ້າ ແລະ ແຜ່ນແພ, ຜະລິດຕະພັນເຫລັກທີ່ໃຊ້ ໃນອຸດສາຫະກຳ ແລະ ອຸປະກອນ ການຂົນສົ່ງ.  ສ່ວນມູນ​ຄ່າ​ ການ​ນຳ​ເຂົ້າ ບັນລຸ 363.711 ລ້ານ​ໂດ​ລາ​ສະຫະລັດ ເຊັ່ນ: ເຄື່ອງ​ກົນຈັກ, ຜະລິດ​ຕະພັນ​ເຄມີ, ນ້ຳມັນ​ເຊື້ອ​ໄຟ ​ແລະ ແກັສທຳມະຊາດ ອື່ນໆ. ສ່ວນ​ປະ​ເທດ​ ຄູ່​ການ​ຄ້າ​​ສຳຄັນ​: ​ເຢຍລະ​ມັນ, ອີຣັກ, ອັງ​ກິດ, ອິຕາ​ລີ,. ຝຣັ່ງ, ແອັດສະປາຍ, ໂຮນລັງ, ອິດສະຣາແອນ ແລະ ຣັດເຊຍ ຕາມລຳດັບ.

ນອກ​ນີ້ ຍັງ​ມີ​ສະຖານ​ທີ່ ​ທ່ອງ​ທ່ຽວສວຍງາມ ຫລາຍ​ແຫ່ງ ​ເປັນ​ຕົ້ນ:​ ພະຣາຊະ​ວັງ ທອບ​ກາ​ປິ; ພິພິດຕະພັນ ກາງແຈ້ງ ເກີເຣເມ (Goreme Museum) ເປັນພິພິທະພັນ ກາງແຈ້ງ ທີ່ມີໂບສ, ຖໍ້າຕັ້ງລຽນກັນຊ້າຍລ້າຍ ຢູ່ຫລາຍແຫ່ງ, ຊຶ່ງໂບສທີ່ເປັນຖໍ້າ ທາງໃນລວມມີເຖິງ 365 ແຫ່ງ ເຕັມໄປດ້ວຍພາບ ຂຽນສີ ເຕັມຝາ ແລະ ເພດານ ​ແລະ ​ແຫ່ງອຶ່ນໆ​./.

ໂດຍ: ດາ​ວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top