ອາຊຽນ - ສປ ຈີນ ມຸ່ງໄປເຖິງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

20/06/2024 10:36
Email Print 1150
ຂປລ ເວທີປາໄສ ອະນາຄົດ ອາຊຽນ - ສປ ຈີນ ຈັດຂຶ້ນ ໃນວັນທີ 19 ມິຖຸນາ, ຢູ່ນະຄອນຫລວງ ຈາກາກຕາ ຂອງ ອິນໂດເນເຊຍ, ດ້ວຍຫົວຂໍ້ “ມຸ່ງໄປເຖິງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຢ່າງແທດຈິງກວ່າ”

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເວທີປາໄສ ອະນາຄົດ ອາຊຽນ-ສປ ຈີນ ຈັດຂຶ້ນ ໃນວັນທີ 19 ມິຖຸນາ, ຢູ່ນະຄອນຫລວງ ຈາກາກຕາ ຂອງ ອິນໂດເນເຊຍ, ດ້ວຍຫົວຂໍ້ ມຸ່ງໄປເຖິງ ການພົວພັນ ຄູ່ຮ່ວມມື ຍຸດທະສາດ ຮອບດ້ານ ຢ່າງແທດຈິງກວ່າ”, ເວທີປາໄສມີ 3 ວາລະປະຊຸມ. ໂດຍບັນດາ ຜູ້ແທນ ໄດ້ແບ່ງປັນ ບາດກ້າວ ພັດທະນາໃຫຍ່ ໃນການ ພົວພັນ ລະຫວ່າງ ອາຊຽນ - ສປ ຈີນ ໃນໄລຍະຜ່ານມາ ເນັ້ນໜັກວ່າ: ນີ້ແມ່ນໜຶ່ງ ໃນບັນດາ ການພົວພັນ ຄູ່ຮ່ວມມື ສຳຄັນທີ່ສຸດ ຢູ່ພາກພື້ນ. ສິ່ງທີ່ໜ້າສົນໃຈ ໃນຂົງເຂດ ເສດຖະກິດ, ການຄ້າ, ປີ 2023, ສປ ຈີນ ຍັງແມ່ນຄູ່ຄ້າໃຫຍ່ ທີ່ສຸດຂອງ ອາຊຽນ, ດ້ວຍຍອດ ວົງເງິນ ການຄ້າ ສິນຄ້າ ລະຫວ່າງ ອາຊຽນ ແລະ ສປ ຈີນ ບັນລຸກວ່າ 702 ຕື້ໂດລາ ສະຫະລັດ. ກ່ຽວກັບ ບັນຫາ ທະເລຈີນໃຕ້, ທ່ານ ກາວຄິມ ຮອນ(Kao Kim Hourn), ເລຂາທິການໃຫຍ່ ອາຊຽນ ຖືວ່າ: ນີ້ແມ່ນບັນຫາ ຮີບດ່ວນ ຕ້ອງມີການ ສົມທົບກັນ ຢ່າງແໜ້ນແຟ້ນ. ບັນດາ ຝ່າຍ ຕ້ອງສືບຕໍ່ ເຂົ້າຮ່ວມ ການໂອ້ລົມ ສົນທະນາ ທີ່ມີລັກສະນະ ສ້າງສັນ ແລະ ເຄົາລົບ ກົດໝາຍ ສາກົນ, ພິເສດ ແມ່ນສົນທິ ສັນຍາ ສະຫະ ປະຊາຊາດ ກ່ຽວກັບ ກົດໝາຍ ວ່າດ້ວຍ ທະເລປີ 1982 (UNCLOS)./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ລາຊະອານາຈັກໄທອາຊຽນ ASEAN

      ປະເທດ ລາຊະອານາຈັກໄທ

      12/19/2025 9:33:38 AM

      ປະເທດລາຊະອານາຈັກໄທ (The Kingdom of Thailand) ມີນະຄອນຫລວງຊື່ວ່າ: ບາງກອກ (Bang kok), ຊຶ່ງເປັນປະເທດ ເພື່ອນບ້ານ ຮັກແພງຊ່ວຍເຫລືອ ເຊິ່ງກັນ ແລະ ກັນມາໂດຍຕະຫລອດກັບ ປະເທດລາວ ແລະ ໄດ້ສ້າງຕັ້ງສາຍພົວພັນ ທາງການທູດຮ່ວມກັນກັບ ປະເທດ ສປປ ລາວ ເມື່ອວັນທີ 19.12.1950 ເປັນຕົ້ນມາ.

    • ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່ອາຊຽນ ASEAN

      ມາເລເຊຍ ຮຽກຮ້ອງໃຫ້ນຳພາການພັດທະນາ ຂອງອາຊຽນ ໃນອະນາຄົດ ດ້ວຍການປະດິດສ້າງໃໝ່

      11/26/2025 4:19:04 PM

      ອາ​ຊຽນ ​ພວມ​ວາງ​ບາດ​ກ້າວ ​ເຂົ້າ​ສູ່ 10 ປີ​ ສຳ​ຄັນ ​ທີ່​ຕັດ​ສິນ​ ທິດ​ທາງ​ກ້າວ​ເດີນ ​ໃນ​ອະ​ນາ​ຄົດ, ບັນ​ດາ​ປະ​ເທດ ​ໃນ​ພາກ​ພື້ນ ​ຕ້ອງ​ເພີ່ມ​ຄວາມ​ໜຽວ​ແໜ້ນ ແລະ ຊຸກ​ຍູ້​ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ ດ້ວຍ​ການ​ປະ​ດິດ​ສ້າງ​ໃໝ່ ​ດ້ານ​ວິ​ທະ​ຍ​າ​ສາດ ​ເຕັກ​ໂນ​ໂລ​ຊີ.

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

ads
ads

Top