ສປ ຈີນ ມີການຄ້າກັບຕ່າງປະເທດກ້າວໄປສູ່ ພະລັງງານໃໝ່

15/06/2024 15:01
Email Print 295
ຂປລ ນັບແຕ່ ເດືອນມັງກອນ ຫາ ເດືອນພຶດສະພາປີ 2024 ນີ້, ປະລິມານ ການສົ່ງອອກ ລົດຍົນຂອງສປ ຈີນ ມີເຖິງ 2,45 ລ້ານຄັນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023.

  ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ,ເມື່ອບໍ່ດົນມານີ້, ສະຫະພັນ ຂໍ້ມູນ ຕະຫລາດ ລົດໂດຍສານຈີນ ໄດ້ປະກາດ ຕົວເລກ ໄດ້ສະແດງ ໃຫ້ເຫັນວ່າ: ນັບແຕ່ ເດືອນມັງກອນ ຫາ ເດືອນພຶດສະພາປີ 2024 ນີ້, ປະລິມານ ການສົ່ງອອກ ລົດຍົນຂອງສປ ຈີນ ມີເຖິງ 2,45 ລ້ານຄັນ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ໃນນັ້ນ, ລົດພະລັງງານໃໝ່ ໄດ້ສົ່ງອອກ ໄປໃຫ້ຕ່າງປະເທດ ຢ່າງບໍ່ຢຸດຢັ້ງ, ນີ້ໄດ້ກາຍເປັນ ແຮງຂັບເຄື່ອນສຳຄັນ ທີ່ຊຸກຍູ້ ການເຕີບໂຕ ຂອງການຄ້າ ກັບຕ່າງປະເທດ ຂອງ ສປ ຈີນ. ໃນ 5 ເດືອນຕົ້ນປີນີ້, ມູນຄ່າການຄ້າ ນຳເຂົ້າ ແລະ ສົ່ງອອກ ຂອງ ສປ ຈີນ ມີເຖິງ 17.500 ຕື້ຢວນ, ເພີ່ມຂຶ້ນ 6,3% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີຜ່ານມາ. ສິ່ງທີ່ໜ້າສົນໃຈນັ້ນ ກໍຄື, ຈັງຫວະ ການເຕີບໂຕ ຂອງການນຳເຂົ້າ ແລະ ສົ່ງອອກໃນເດືອນພຶດສະພາ ຜ່ານມາ ມີເຖິງ 8,6%, ເພີ່ມຂຶ້ນ 0,6%ເມື່ອທຽບໃສ່ ເດືອນເມສາປີ 2024ນີ້, ເຊິ່ງສະແດງໃຫ້ເຫັນວ່າ, ວິສາຫະກິດຈີນ ຕັ້ງໜ້າເປີດກວ້າງ ຕະຫລາດ ຕ່າງປະເທດ ເຊິ່ງໄດ້ຮັບ ປະສິດທິຜົນ ຢ່າງພົ້ນເດັ່ນ ແລະ ສ່ອງແສງເຖິງ ຄວາມເຂັ້ມແຂງ ຂອງເສດຖະກິດຈີນ.ນອກ ຈາກ ທ່ວງທ່າທີ່ດີຂຶ້ນ ໂດຍລວມນັ້ນ ຍັງໄດ້ສືບຕໍ່ຮັບ ການປັບປຸງຂຶ້ນ ຢ່າງຕໍ່ເນື່ອງ, ການຄ້າ ກັບຕ່າງປະເທດ ຂອງ ສປ ຈີນ ຍັງມີທ່ວງທ່າ ການສົ່ງອອກ ທີ່ຫັນເປັນ ເຕັກໂນໂລຊີ ຂັ້ນສູງ, ຫັນເປັນ ອັດສະລິຍະ ແລະ ຫັນເປັນ ແບບສີຂຽວ. ໃນ 5 ເດືອນຕົ້ນປີ 2024 ນີ້, ການຄ້າສິນຄ້າ ສົ່ງອອກ ຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 6,1% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023 ຜ່ານມາ, ໃນນັ້ນ ຜະລິດຕະພັນ ກົນຈັກ ແລະ ເຄື່ອງໄຟຟ້າ ທີ່ມີເຕັກໂນໂລຊີສູງ ແລະ ມີມູນຄ່າ ເພີ່ມສູງນັ້ນ ໄດ້ກວມເອົາເກືອບ 60%ຂອງສິນຄ້າ ສົ່ງອອກທັງໝົດ. ປະລິມານ ສົ່ງອອກ ເຮືອກຳປັ່ນ, ລົດພະລັງງານ ໄຟຟ້າ, ເຄື່ອງໄຟຟ້າ ໃຊ້ໃນຄົວເຮືອນ, ແລະ ແຜງວົງຈອນລວມ ຫລື IC ຕ່າງໄດ້ເພີ່ມຂຶ້ນ 100,1%, 26,3%, 17,8% ແລະ 25,5% ຕາມລຳດັບ. ໃນຄວາມເປັນຈິງແລ້ວ, ສປ ຈີນ ບໍ່ພຽງແຕ່ ໄດ້ສະໜອງ ຜະລິດ ຕະພັນ ພະລັງງານໃໝ່ ໃຫ້ແກ່ ໂລກເທົ່ານັ້ນ, ຍັງໄດ້ແບ່ງປັນ ໂອກາດໃໝ່ ແລະ ຕະຫລາດໃຫຍ່ ກັບໂລກຕື່ມອີກ. ຂໍ້ມູນສະແດງ ໃຫ້ເຫັນວ່າ, ໃນ 5 ເດືອນຕົ້ນປີ 2024 ນີ້, ການຄ້າສິນຄ້າ ນຳເຂົ້າຂອງ ສປ ຈີນ ໄດ້ເພີ່ມຂຶ້ນ 6.4% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023 ຜ່ານມາ, ຂະໜາດ ການນຳເຂົ້າ ໄດ້ເພີ່ມຂຶ້ນ ຢ່າງໝັ້ນທ່ຽງ. ສື່ມວນຊົນ ສາກົນ ຫລາຍແຫ່ງ ຊີ້ອອກວ່າ, ສປ ຈີນມີປະລິມານ ເສດຖະກິດ ອັນໃຫຍ່ຫລວງ, ມີລະບົບ ນິເວດ ອຸດສາຫະກຳ ທີ່ສົມບູນ, ກຸ່ມຄົນລາຍຮັບ ປານກາງ ໄດ້ເພີ່ມຂຶ້ນ ຢ່າງບໍ່ຢຸດຢັ້ງ, ເປັນຕະຫລາດ ທີ່ນັກລົງທຶນ ຕ່າງປະເທດ ບໍ່ສາມາດ ຕັດແຍກໄດ້; ສປ ຈີນ ຍັງຄົງເປັນຫົວຈັກ ສຳຄັນ ທີ່ຊຸກຍູ້ ການເຕີບໂຕ ຂອງເສດ ຖະກິດໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top