ລັດຖະບານ ຈະສຸມໃສ່ເຮັດໃຫ້ ເສດຖະກິດ ຂະຫຍາຍຕົວດຸນດ່ຽງ ກັບອັດຕາເງິນເຟີ້

13/06/2024 11:34
Email Print 389
ຂປລ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ໂດຍການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈ້ງຄຳຊັກຖາມ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາ ເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ບັນຫາເງິນເຟີ້, ການຄ້າ-ການລົງທຶນ ແລະ ບັນຫາອື່ນໆ.



ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ
7 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ມິຖຸນາ 2024 ໂດຍການເປັນ ປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຊີ້ແຈ້ງຄຳຊັກຖາມ ຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາ ເຄັ່ງຮ້ອນທາງດ້ານເສດຖະກິດ ແລະ ບັນຫາເງິນເຟີ້, ການຄ້າ-ການລົງທຶນ ແລະ ບັນຫາອື່ນໆ. ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວດຸນດ່ຽງ ກັບອັດຕາເງິນເຟີ້ ລັດຖະບານ ຈະສຸມໃສ່ແກ້ໄຂບັນ ຫາທັງສອງດ້ານໄປພ້ອມກັນຄື: ຊຸກຍູ້ພາກການລົງທຶນ ແລະ ການຜະລິດໃຫ້ຫລາຍຂຶ້ນ ເພື່ອສົ່ງເສີມການຜະລິດ ພາຍໃນໃຫ້ແຂງແຮງຂຶ້ນຕື່ມ ແລະ ການແກ້ໄຂບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ.

ຕໍ່ກັບຄຳຊັກຖາມດັ່ງກ່າວ, ທ່ານ ເພັດ ພົມພິພັກ ໄດ້ກ່າວວ່າ: ປັດຈຸບັນ, ເສດຖະກິດຍັງສືບຕໍ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເນື່ອງຈາກບັນດາຂະແໜງການ ຍັງສືບຕໍ່ດໍາເນີນການຜະລິດ ໄດ້ຢ່າງເປັນປົກກະຕິ ແຕ່ການພັດທະນາໂດຍລວມ ແມ່ນຍັງຜະເຊີນໜ້າກັບ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະ ການເໜັງຕີງຂອງອັດຕາເງິນເຟີ້ ກໍຄື ຄ່າຄອງຊີບທີ່ສູງຂຶ້ນ ທີ່ໄດ້ສົ່ງຜົນກະທົບທັງທາງກົງ ແລະ ທາງອ້ອມຕໍ່ການ ດຳລົງຊີວິດຂອງປະຊາຊົນ. ສະນັ້ນ, ເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວດຸນດ່ຽງ ກັບອັດຕາເງິນເຟີ້ ລັດຖະບານ ຈະສຸມໃສ່ແກ້ໄຂບັນຫາ ທັງສອງດ້ານໄປພ້ອມກັນຄື: ຊຸກຍູ້ພາກການລົງທຶນ ແລະ ການຜະລິດໃຫ້ຫລາຍຂຶ້ນ ເພື່ອສົ່ງເສີມການຜະລິດພາຍໃນ ໃຫ້ແຂງແຮງຂຶ້ນຕື່ມ ແລະ ການແກ້ໄຂບັນຫາເງິນເຟີ້ ແລະ ການອ່ອນຄ່າຂອງເງິນກີບ. ເພື່ອຮັບປະກັນໃຫ້ເສດຖະກິດ ມີການຂະຫຍາຍຕົວ ບັນລຸຄາດໝາຍຕາມແຜນການທີ່ວາງໄວ້ ໃນ 6 ເດືອນທ້າຍປີ 2024 ຈະເລັ່ງໃສ່ຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນອັນ ລະອຽດ ເພື່ອຈັດຕັ້ງປະຕິບັດ ໃຫ້ເຫັນຜົນໂດຍໄວ; ຄຸ້ມຄອງອັດຕາເງິນເຟີ້ ແລະ ອັດຕາແລກປ່ຽນ ບໍ່ໃຫ້ມີການເໜັງຕີງແຮງ ໂດຍສະເພາະ ມີມາດຕະການຄວບຄຸມ ລາຄາສິນຄ້າທີ່ຊັດເຈນ ແລະ ສາມາດຈັດຕັ້ງ ປະຕິບັດໄດ້ ເພື່ອຮັບປະກັນກຳລັງແຮງຊື້ ແລະ ຕົ້ນທຶນການຜະລິດ ບໍ່ໃຫ້ຖືກກະທົບແຮງ; ຈັດຕັ້ງປະຕິ ບັດດຳລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ເລກທີ 205/ລບ ຢ່າງເຂັ້ມງວດ ເພື່ອສ້າງທ່າແຮງໃຫ້ ການສະສົມແຫ່ງລັດເພີ່ມຂຶ້ນ; ສຸມທຶນໃສ່ໂຄງການທີ່ມີທ່າແຮງ ແລະ ໃຫ້ຜົນຕອບແທນໄວ ເປັນຕົ້ນ ໂຄງການຜະລິດສິນຄ້າ ແລະ ບໍລິການ, ສ້າງວຽກເຮັດງານທຳ ໂດຍສະເພາະ ຂະແໜງການທ່ອງທ່ຽວ, ຂົນສົ່ງ, ອຸດສາຫະກໍາປຸງແຕ່ງ; ອອກມາດຕະການແຊກແຊງຮີບດ່ວນ ເພື່ອແກ້ໄຂບັນຫາແຮງງານຂາດແຄນ  ​ໂດຍປະສານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງເຜີຍເເຜ່ ແລະ ສະໜອງຂໍ້ມູນ ການຈັດຫາງານທັງພາຍໃນ ແລະ ຕ່າງປະເທດ, ຄຽງຄູ່ກັບການອຳນວຍຄວາມສະດວກ ແລະ ກຳນົດຄ່າທຳນຽມທີ່ເໝາະສົມ ໃນການໂອນເງິນກັບປະເທດ; ຍູ້ແຮງການເກັບລາຍຮັບງົບປະມານ ໃຫ້ໄດ້ຕາມແຜນ ຫລື ເກີນແຜນ ເພື່ອມີທຶນຮອນ ມາຈັດຕັ້ງປະຕິບັດໂຄງການ ລົງທຶນຂອງລັດທີ່ນອນໃນແຜນແລ້ວ ແລະ ວຽກງານອື່ນໆ ທີ່ຈຳເປັນຂອງລັດຖະບານ; ຊຸກຍູ້ໂຄງການຊ່ວຍເຫລືອ ທາງການ ເພື່ອການພັດທະນາ ແລະ ໂຄງການລົງທຶນຂອງພາກເອກະຊົນ ໃຫ້ຈັດຕັ້ງປະຕິບັດ ໄດ້ຕາມແຜນການ. ຜ່ານການຈັດຕັ້ງປະຕິບັດວຽກງານຈຸດສຸມຂ້າງເທິງນັ້ນ, ຄາດວ່າ ໃນປີ 2024 ຈະສາມາດບັນລຸຄາດໝາຍ ການຂະຫຍາຍຕົວຂອງ GDP ໄດ້ 4,5%.

ທ່ານ ເພັດ ພົມພິພັກ ຍັງໃຫ້ຮູ້ອີກວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່, ກະຊວງແຜນການ ແລະ ການລົງທຶນ ໄດ້ມີຄວາມພະ ຍາຍາມໃນການປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍ ໃຫ້ແກ່ການສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໃນດ້ານຕ່າງໆ ​ເປັຍ​ຕົ້ນ ໄດ້ປັບປຸງ ແລະ ສ້າງນິຕິກຳຕ່າງໆ ທີ່ຈຳເປັນຈຳນວນໜຶ່ງ ເຊັ່ນ: ກຳລັງດຳເນີນການປັບປຸງກົດໝາຍ ວ່າດ້ວຍ ການສົ່ງເສີມການລົງທຶນ ທີ່ໄດ້ເນັ້ນໃສ່ສ້າງກົນໄກ ການພິຈາລະນາ ການອະນຸມັດການລົງທຶນ ໃຫ້ມີຄວາມກະທັດຮັດ, ວ່ອງໄວ ແລະ ໂປ່ງໃສ, ແບ່ງຄວາມຮັບຜິດຊອບ ໃຫ້ທ້ອງຖິ່ນ ໃນການພິຈາລະນາອະນຸມັດການລົງທຶນ ແລະ ຕິດຕາມກວດກາ ໂຄງການໃຫ້ຫລາຍຂຶ້ນ ຕາມທິດ 3 ສ້າງ, ການໂຮມເອົາວຽກງານການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໃນເຂດເສດ ຖະກິດພິເສດ ເຂົ້າໃນກົດໝາຍວ່າດ້ວຍ ສົ່ງເສີມການລງທຶນ; ການຄຸ້ມຄອງ ແລະ ຕິດຕາມກວດກາ  ແລະ ປະເມີນຜົນບັນດາໂຄງການ ທີ່ໄດ້ຮັບອະນຸຍາດແລ້ວ ໂດຍສະເພາະແມ່ນ ໂຄງການແຮ່ທາດ ແລະ ໂຄງການພະລັງງານ ເພື່ອກະຕຸກຊຸກຍູ້ ໃຫ້ບັນດາໂຄງການເຫລົ່ານັ້ນ ດໍາເນີນໄປຕາມແຜນບົດວິພາກເສດ ຖະກິດ-ເຕັກນິກ, ແຜນຄຸ້ມຄອງສິ່ງແວດລ້ອມ-ສັງຄົມ, ປະຕິບັດພັນທະ ຄົບຖ້ວນ ຕາມສັນຍາ ແລະ ສອດຄ່ອງກັບລະບຽບກົດໝາຍ; ການບໍລິການລົງທຶນປະຕູດຽວ ແລະ ນະໂຍບາຍສົ່ງເສີມການລົງທຶນ ຈະສະໜອງການບໍລິການ ດ້ານການລົງທຶນໃຫ້ມີຄວາມວ່ອງໄວ ແລະ ໂປ່ງໃສ ໂດຍການຫັນເປັນ ລະບົບທັນສະໄໝ ໃນການຮັບຮ້ອງຂໍລົງທຶນ ແລະ ຕິດຕາມເອກະສານ ທາງອອນລາຍ ໂດຍມີການເຊື່ອມຕໍ່ ກັບຂະແໜງການກ່ຽວຂ້ອງ.

ຂ່າວ: ກິດຕາ

ພາບ: ເກດສະໜາ

KPL

ຂ່າວອື່ນໆ

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ອາແຊັກໄບຊານ

      10/24/2024 6:54:33 PM

      ຂປລ. ໃນວັນທີ 23 ຕຸລາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. Ilham Heydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ເມືອງກາຊານ, ສ ຣັດ ເຊຍ ເພື່ອປຶກສາຫາລືສົ່ງເສີມການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ.

    • ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍການເມືອງ

      ລາວ-ຫວຽດນາມ ສືບຕໍ່ປຶກສາຫາລື ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

      10/24/2024 6:50:00 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາ ໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກ ລັດຖະມົນຕີ ແຫ່ງ ສສ ຫວຽດນາມ ເພື່ອປຶກສາຫາລື ໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

    • ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດການເມືອງ

      ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ຊູແອດ

      10/24/2024 6:43:31 PM

      ຂປລ. ໃນວັນທີ 16 ຕຸລາ 2024 ຜ່ານ​ມາ, ທີ່ພະຣາຊະວັງເຈົ້າຊີວິດ, ນະຄອນຫລວງສະຕ໋ອກໂຮມ, ປະເທດຊູແອດ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງ ຣາຊະອານາຈັກ ຊູແອດ ເພື່ອດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ.

    • ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍການເມືອງ

      ປະທານປະເທດ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ ຣັດເຊຍ

      10/24/2024 6:31:38 PM

      ຂປລ. ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ ຣັດເຊຍ ໃນວັນທີ 23 ຕຸລາ 2024 ຜ່ານມາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ

    • ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທການເມືອງ

      ອົງການໄອຍະການທະຫານພາກກາງ ລົງເຮັດວຽກຢູ່ ຮວຜທ

      10/24/2024 6:26:51 PM

      ຂປລ. ໃນວັນທີ 24 ຕຸລາ 2024 ນີ້, ອົງການໄອຍະການທະຫານພາກກາງ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ນໍາໂດຍ ທ່ານ ພັນເອກ ເຄນວິໄຊ ແພງວິໄລ ຫົວໜ້າອົງການໄອຍະການທະຫານພາກກາງ ພ້ອມຄະນະ ໂດຍມີ ທ່ານ ພັນເອກ ນາງ ຄຳມີ ບົດນາລີ ຫົວໜ້າຫ້ອງການເມືອງ ໂຮງຮຽນວັດທະນະທຳຊົນເຜົາກອງທັບ, ມີຮອງຫົວໜ້າຫ້ອງການເມືອງ, ພະແນກໄອຍະການ, ພະແນກກວດກາ ແລະ ພະແນກປ້ອງກັນພາຍໃນ ເຂົ້າຮ່ວມ.

ads
ads

Top