ຮູບພາບແຫ່ງສັນຍາລັກໃນບັນຮົບດຽນບຽນຟູ

30/04/2024 10:11
Email Print 377
ຂປລ ໄຊຊະນະບັ້ນຮົບດຽນບຽນຟແມ່ນຈຸດສູງສຸດ, ແມ່ນການທົດສອບກຳລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກກະພັດອາເມລິກາ.

    *ໄຊຊະນະບັ້ນຮົບດຽນບຽນຟແມ່ນຈຸດສູງສຸດ, ແມ່ນການທົດສອບກຳລັງແຮງຮອບດ້ານ, ດຸເດືອດຂ້ຽວຂາດທີ່ສຸດໃນພາລະກິດຕໍ່ສູ້ກູ້ຊາດ ລະຫວ່າງ ກອງທັບປະຊາຊົນຫວຽດນາມ ກັບພວກລ່າເມືອງຂຶ້ນຝຣັ່ງຜູ້ຮຸກຮານ ແລະ ການແຊກແຊງຊ່ວຍໜູນຂອງຈັກ ກະພັດອາເມລິກາ. ໄຊຊະນະດຽນບຽນຟູ ບໍ່ພຽງແຕ່ແມ່ນການປະກາດເຖິງການມໍລະນະຂອງພວກລ່າເມືອງຂຶ້ນ ຝຣັ່ງຢູ່ຫວຽດນາມກໍ່ຄືຢູ່ໃນອິນດູຈີນ, ແຕ່ມັນຍັງເປັນການຕີເອົາຊະນະຈັກກະພັດອາເມລິກາ ຂອງກອງທັບປະຊາຊົນຫວຽດນາມ. ໄຊຊະນະບັ້ນຮົບດຽນ ບຽນຟູໄດ້ເຮັດໃຫ້ລັດທິລ່າເມືອງຂຶ້ນແບບເກົ່າ ຖືກພັງທະລາຍເປັນເທື່ອທຳອິດຢູ່ໃນໂລກ, ບັງຄັບໃຫ້ພວກວາງແຜນຍຸດທະສາດຂອງລັດທິລ່າເມືອງຂຶ້ນ ເຊິ່ງນຳໜ້າແມ່ນຈັກກະພັດອາເມລິກາ ຕ້ອງໄດ້ຫັນທິດໄປສູ່ການປະຕິບັດລັດທິລ່າເມືອງແບບໃໝ່.


    ບັ້ນຮົບດຽນບຽນຟູເປັນບັ້ນຮົບໜຶ່ງ ທີ່ດຸເດືອດຂ້ຽວຂາດທີ່ສຸດ ໃນການຕ່ສູ້ປົດປ່ອຍຊາດຂອງປະຊາຊົນຫວຽດນາມ, ໃນບັ້ນຮົບດັ່ງກ່າວມີການເສຍສະລະຊີວິດເລືອດເນື້ອບໍ່ຈັກວ່າເທົ່າໃດ ຂອງທະຫານ ແລະ ປະຊາຊົນຫວຽດນາມ. ພາຍຫລັງປະເທດຊາດໄດ້ຮັບ ການປົດປ່ອຍ ແລະ ໄດ້ຮັບການພັດທະນາ ເພື່ອລະນຶກເຖິງສະມໍລະພູມຮົບອັນດຸເດືອດຂ້ຽວຂາດດັ່ງກ່າວ ໃນໂອກາດຄົບຮອບ 70 ປີ ແຫ່ງວັນໄຊຊະນະ ບັ້ນຮົບດຽນບຽນຟູ ພັກ-ລັດຖະບານຫວຽດນາມ ໄດ້ຈັດຫລາຍກິດຈະກຳສະຫລອງວັນສຳຄັນດັ່ງກ່າວສະແດງ ຄວາມເຄົາລົບນັບຖື, ຄວາມເອກອ້າງທະນົງໃຈກ່ຽວກັບໜ້າປະຫວັດສາດ ທີ່ສະຫງ່າອົງອາດຂອງຊາດຫວຽດນາມ, ທັງເປັນການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊ່ິງຕ່ໍນັກຮົບວິລະຊົນ, ນັກຮົບເສຍສະລະຊີວິດເພື່ອຊາດ, ຜູ້ທີ່ເຄີຍເຂົ້າຮ່ວມການຕໍ່ຕ້ານໃນບັ້ນຮົບ ດຽນບຽນຟູ. ຂະນະດຽວກັນຢູ່ທີ່ ແຂວງດຽນບຽນ ກໍ່ໄດ້ສ້າງຫໍພິພິຕະພັນໄຊຊະນະປະຫວັດສາດດຽນບຽນຟູ ເພື່ອໃຫ້ແຂກທ່ີໄປທ່ຽວຊົມໄດ້ເຫັນຮູບພາບ, ວັດຖຸພັນທີ່ສຳຄັນເປັນເອກະລັກສະເພາະ ທີ່ປະກອບສ່ວນສ້າງໄຊຊະນະດັງກ້ອງກັງວານໄປທົ່ວໂລກກ່ອນນີ້ 70 ປີ. ໜຶ່ງໃນບັນດາວັດຖຸພັນທີ່ເປັນສັນຍະລັກ ແລະ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ພົບເຫັນ ກໍແມ່ນລົດຖີບລຳລຽງ ຊຶ່ງຖືວ່າເປັນສ່ວນສຳຄັນໃນການຕັດສິນໄຊຊະນະດຽນບຽນຟູກໍວ່າໄດ້.

    ດັ່ງໃນບົດຄວາມທີ່ເຜີຍແຜ່ໂດຍທະຍຸກະຈາຍສຽງຫວຽດນາມ (vov) ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງລົດຖີບລຳລຽງຄື: ໃນບັ້ນຮົບດຽນບຽນຟູ ມີລົດຖີບລຳລຽງກວ່າ 20.000 ຄັນໄດ້ຖືກນຳມາຮັບໃຊ້ການຂົນສົ່ງລຳລຽງ ໃນຕະຫລອດເສັ້ນທາງທີ່ມີຄວາມຍາວ ເກືອບ 1.500 ກິໂລແມັດ. ລົດຖີບລຳລຽງກາຍເປັນພາຫະນະຂົນສົ່ງຕົ້ນຕໍ, ເປັນດັ່ງຈັກເຄື່ອນທີ່. ບັນດາລົດຖີບລຳລຽງນັ້ນຖືວ່າເປັນ “ຍານພາຫະນະພິເສດຂອງການຂົນສົ່ງ” ຢູ່ສະໜາມຮົບ. ເນື່ອງຈາກລົດຖີບມີຮ່າງນ້ອຍ, ເຄື່ອນທີ່ສະດວກກວ່າບັນດາພາຫະນະຕິດເຄື່ອງຈັກ, ສາມາດເຄື່ອນທີ່ໄປຢູ່ທຸກບ່ອນໃນເຂດໂນນພູ, ຫ້ວຍນ້ຳລຳເຊເພື່ອຂົນສົ່ງວັດຖຸ, ແຕ່ບໍ່ນຳໃຊ້ເຊື້ອເພີງ, ສ້ອມແປງງ່າຍ ແລະ ສາມາດໄປໃນທຸກສະພາບດິນຟ້າອາກາດ. ເມື່ອເວົ້າເຖິງຄວາມມະຫັດສະຈັນຂອງລົດຖີບລຳລຽງໃນບ້ັນຮົບດຽນບຽນຟູ ທ່ານ ທາຍຮຶວແຮວ່ງ, ກອງຮ້ອຍ 292, ກອງຊາວໜຸ່ມຕະລຸມບອນ 34 ຕ້ານຝຣັ່ງ ໄດ້ຍົກໃຫ້ເຫັນວ່າ: “ຂ້າພະເຈົ້ານັບຖືນໍ້າໃຈອ້າຍນ້ອງຜູ້ຖີບລົດ ຫລື ຄວບຄຸມລົດແມ່ນໜັກໜ່ວງທີ່ສຸດ, 2 ເບື້ອງ ແລະ ທາງໜ້າແມ່ນມີເຄື່ອງເຕັມ. ເມື່ອລົງຄ້ອຍ, ຈະມີ 1 ຫລື 2 ຄົນດຶງຢູ່ທາງຫລັງ, ເມື່ອລົດລົງຄ້ອຍແລ້ວ, ກ່ໍກັບມາຍູ້ລົດຄັນອື່ນ, ໃນຕອນກາງຄືນແນມບໍ່ເຫັນໜ້າກັນ ແຕ່ເຂົາເຈົ້າຍູ້ລົດດ້ວຍຄວາມແຮງ, ອົງອາດກ້າແກ່ນທີ່ສຸດ”.ໃນເບື້ອງຕົ້ນ, ລົດຖີບລຳລຽງແຕ່ລະຄັນລຳລຽງໄດ້ແຕ່ 80-100 ກິໂລກຣາມເທົ່ານັ້ນ, ຫລັງຈາກນັ້ນຍ້ອນ ມີການດັດແປງແບບງ່າຍໆຈາກຫົວຄິດປະດິດສ້າງຂອງປະຊາຊົນຫວຽດນາມ ໄດ້ຍົກລະດັບການບັນທຸກນ້ຳໜັກຄ່ອຍໆສູງຂຶ້ນເປັນ 150 ກິໂລກຣາມ, ແລ້ວກໍ່ຮອດ 200 ກິໂລກຣາມ. ຍ້ອນເຫດນັ້ນ, ຕະຫລອດໄລຍະບັ້ນຮົບດຽນບຽນຟູ ບໍ່ມີຍາມໃດທີ່ອາຫານ, ຢາປົວພະຍາດ ແລະ ວັດຖຸອຸປະກອນສູ້ຮົບຈະຂາດເຂີນ.

   ໃນບັ້ນຮົບດຽນບຽນຟູ, ມີພຽງກຳລັງແຮງຂອງມະນຸດ ແລະ ພາຫະນະຂົນສົ່ງປະຖົມປະຖານທີ່ຂົນສົ່ງອາວຸດ ແລະ ອາຫານກວ່າ 25.000 ໂຕນເພື່ອຮັບໃຊ້ບັ້ນຮົບ.  ແຕ່ດ້ວຍນ້ຳໃຈເສຍສະລະ ແລະ ພ້ອມກັນປະຕິຄຳຂວັນ “ທຸກສິ່ງ, ທຸກຢ່າງເພື່ອແນວໜ້າ, ເພື່ອ ໄດ້ຮັບໄຊຊະນະ”. ປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມຂະບວນການລຳລຽງ ກໍພ້ອມກັນນຳໃຊ້ລົດຖີບລຳລຽງຜ່ານຜ່າຄວາມຫຍຸ້ງຍາກ, ຄວາມລຳບາກເພື່ອຂົນສົ່ງອາຫານ, ອາວຸດ...ຮັບໃຊ້ໃຫ້ບັ້ນຮົບດຽນບຽນຟູ. ຄວາມເສຍສະລະ ແລະ ຄວາມມານະອົດທົນດັ່ງກ່າວ ໄດ້ປະກອບສ່ວນສ້າງໄຊຊະນະທີ່ຍິ່ງໃຫຍ່ທີ່ດັງກ້ອງກັງວານໄປທົ່ວໂລກ, ເຮັດໃຫ້ທ່ົວໂລກສ່ັນສະເທ່ືອນ ແລະ ຈົດຈຳໄຊຊະນະບັ້ນຮົບດຽນບຽນຟູ ຢ່າງບໍ່ມີວັນລືມ.

ໂດຍ: ໄໝຄຳ ຍ້ອມສິນ

KPL

ຂ່າວອື່ນໆ

ads
ads

Top