ສປ ຈີນ-ອາຊຽນ ຮ່ວມມືກັນເພື່ອປົກປ້ອງສັນຕິພາບ-ສະຖຽນລະພາບໃນພາກພື້ນ

08/04/2024 16:39
Email Print 1786
ຂປລ ທ່ານ ປຣາໂບໂວ ຊຸບຽນໂຕ, ປະທານາທິບໍດີ ອິນໂດເນເຊຍ ທີ່ໄດ້ຮັບການເລືອກຕັ້ງ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດລາວ, ທ່ານ ບຸຍແທັງເຊິນ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ, ທ່ານ ເບັນດີໂຕ ເຟຣຕັສ ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍແລັດສະເຕ ແລະ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ຕາມລຳດັບ

ຂປລ.ວິທະຍຸ ສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ປຣາໂບໂວ ຊຸບຽນໂຕ, ປະທານາທິບໍດີ ອິນໂດເນເຊຍ ທີ່ໄດ້ຮັບການເລືອກຕັ້ງ, ທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ທັງເປັນ ລັດຖະມົນຕີ ກະຊວງການຕ່າງປະເທດລາວ, ທ່ານ ບຸຍແທັງເຊິນ ລັດຖະມົນຕີ ກະຊວງ ການຕ່າງປະເທດ ຫວຽດນາມ, ທ່ານ ເບັນດີໂຕ ເຟຣຕັສ ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍແລັດສະເຕ ແລະ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດ ພະເທບພະຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ໄດ້ເດີນທາງມາຢ້ຽມຢາມ ສປ ຈີນ ຕາມລຳດັບ ຊຶ່ງໄດ້ສ່ອງແສງ ໃຫ້ເຫັນເຖິງ ຄວາມປາຖະໜາ ອັນຕັ້ງໜ້າ ຂອງປະເທດ ທີ່ກ່ຽວຂ້ອງ ໃນການພັດທະນາ ການພົວພັນກັບ ສປ ຈີນ.ສຳລັບ ການຮ່ວມມື ລະຫວ່າງ ສປ ຈີນ ແລະ ອາຊຽນ ໃນຂົງເຂດ ຄວາມໝັ້ນຄົງ ດ້ານການເມືອງ, ເສດຖະກິດການຄ້າ, ການແລກປ່ຽນ ດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ໄດ້ຂະຫຍາຍຕົວ ເຂົ້າສູ່ລວງເລິກ ຢ່າງຕໍ່ເນື່ອງມາ ໂດຍຕະຫລອດ, ຫລາຍໂຄງການທີ່ ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ກ່ຽວພັນກັບ ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບຄວາມຄືບໜ້າເລື່ອຍໆ. ສປ ຈີນ ໄດ້ຍຶດໝັ້ນ ໃນການຄຸ້ມຄອງ, ຄວບຄຸມ ແລະ ແກ້ໄຂຂໍ້ຂັດແຍ້ງໂດຍຜ່ານການເຈລະຈາ ສັນຕິພາບ ຢ່າງສະເໝີຕົ້ນ ສະເໝີປາຍ. ພຶດຕິກຳຕົວຈິງ ໄດ້ພິສູດແລ້ວວ່າ: ການທີ່ຢູ່ ທະເລຈີນໃຕ້ ສາມາດ ຮັກສາສັນຕິພາບ ແລະ ສະຖຽນ ລະພາບ ແມ່ນປາສະຈາກ ຄວາມພະຍາຍາມ ຮ່ວມກັນສປ  ຂອງ ຈີນ ແລະ ບັນດາ ປະເທດ ສະມາຊິກ ອາຊຽນ ບໍ່ໄດ້ ຊຶ່ງເປັນເລື່ອງ ທີ່ບໍ່ແມ່ນງ່າຍ ແລະ ມີຄວາມລ້ຳຄ່າ ເປັນພິເສດ.ຂະນະທີ່ ຜູ້ຊ່ຽວຊານ ໄດ້ວິເຄາະແລ້ວ ຊີ້ອອກວ່າ: ປະເທດ ສະມາຊິກ ອາຊຽນ ຮັກສາ ຄວາມສາມັກຄີ ເປັນເລື່ອງ ທີ່ສຳຄັນ ທີ່ສຸດ ເພາະວ່າມີແຕ່ສາມັກຄີກັນ ຈຶ່ງສາມາດປົກປ້ອງສິດ ແລະ ຜົນປະໂຫຍດ ຂອງຕົນໄດ້.ໃນປີ 2023 ທີ່ຜ່ານມາ, ສປ ຈີນ ແລະ ອາຊຽນ ໄດ້ເປັນຄູ່ການຄ້າໃຫຍ່ທີ່ສຸດ ເຊິ່ງກັນ ແລະ ກັນ ເປັນເວລາ 4 ປີລຽນຕິດ. ປັດຈຸບັນ, ການເຈລະຈາ ຍົກລະດັບ ເຂດການຄ້າເສລີ ຈີນ-ອາຊຽນ ໃຫ້ເປັນເຂດການຄ້າເສລີ 3,0  ພວມໄດ້ດຳເນີນໄປ ຢ່າງເປັນແບບແຜນ. ພ້ອມກັນນັ້ນ, ປີນີ້ ຍັງເປັນ “ປີແລກປ່ຽນ ວັດທະນະທຳ ຈີນ-ອາຊຽນ”, ສອງຝ່າຍ ຈະຮ່ວມກັນ ຈັດກິດຈະກຳ 200 ກວ່າຄັ້ງ. ການຮ່ວມມື ລະຫວ່າງ ສປ ຈີນ ແລະ ອາຊຽນ ໄດ້ກ້າວເຂົ້າສູ່ລວງເລິກ ຢ່າງບໍ່ຢຸດຢັ້ງ ແລະ ກາຍເປັນເສົາຄ້ຳ ທີ່ສຳຄັນ ໃນການປົກປ້ອງ ສັນຕິພາບ ແລະ ສະຖຽນ ລະພາບ ກໍຄື ການຊຸກຍູ້ ການພັດທະນາ ແລະ ຄວາມຈະເລີນ ຮຸ່ງເຮືອງ ຂອງພາກພື້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top