ຜົ້ງສາລີ ຈະຈັດເທດສະການອາຫານຊົນເຜົ່າ-ດື່ມຊາ ເພື່ອສົ່ງເສີມການທ່ອງທ່ຽວ

21/03/2024 05:36
Email Print 3342
ຂປລ ແຂວງຜົ້ງສາລີ ຕັ້ງຢູ່ “ເໜືອສຸດໃນປະເທດລາວ” ມີປະຊາກອນ ປະມານ 2 ແສນກວ່າ ເຊິ່ງມີຊາຍແດນຕິດກັບປະເທດຈີນ ແລະ ຫວຽດນາມ.

      *ແຂວງຜົ້ງສາລີ ຕັ້ງຢູ່ “ເໜືອສຸດໃນປະເທດລາວ” ມີປະຊາກອນ ປະມານ 2 ແສນກວ່າ ເຊິ່ງມີຊາຍແດນຕິດກັບປະເທດຈີນ ແລະ ຫວຽດນາມ.ພູຟ້າແມ່ນມິ່ງຂວັນຂອງຊາວ ແຂວງຜົ້ງສາລີ ເປັນພູທີ່ສວຍສົດງົດງາມ, ຕັ້ງຢູ່ຕາເວັນອອກສ່ຽງເໜືອ ຂອງຕົວເມືອງຜົ້ງສາລີ; ພູຟ້າມີຄວາມສູງ 1,625 ແມັດ ທຽບຈາກໜ້ານ້ຳທະເລ, ມີຂັ້ນໄດຂຶ້ນ 863  ຂັ້ນ ແລະ ມີເນື້ອທີ່ທັງໜົດ 200 ເຮັກຕາ.


      ດັ່ງທີ່ຮູ້ນໍາກັນແຂວງຜົ້ງສາລີ ເປັນແຜ່ນດິນທີ່ຂຽວສົດງົດງາມເຊິ່ງເປັນຖິ່ນກຳເນີດຂອງຊາຂຽວ, ຊາ 400 ປີ ແລະ ເຫລົ້າຂຽວທີ່ລືຊື່. ຊາຂຽວ 400 ປີ ແມ່ນເກີດຂຶ້ນຢູ່ບ້ານກໍແມນ ເຊິ່ງບ້ານດັ່ງກ່າວນີ້ ເປັນບ້ານໜຶ່ງທີ່ຂຶ້ນກັບເທສະບານເມືອງຜ້ົງສາລີ, ເປັນບ້ານທ່ີມີປະຫວັດການປູກຊາລ້ຽງຊີບມາແຕດຶກດຳບັນ, ເມື່ອກ່ອນບ້ານມີຊື່ວ່າ “ບ້ານລຸງຈິງ” ຕາມການເລົ່າ ຂອງຄົນເຖົ້າອາວຸໂສຂອງບ້ານໃຫ້ຮູ້ວ່າ ບ້ານກໍແມນ ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນໄດ້ 7 ຮຸ່ນຄົນແລ້ວ ພ້ອມທັງສະເລ່ຍໃສ່ກົກຊາທີ່ປູກ ພ້ອມກັບການສ້າງຕັ້ງບ້ານ ແມ່ນມີອາຍຸປະມານ 400 ກວ່າປີແລ້ວ. ນອກນ້ີຍັງມີສວນຊາບ້ານຫລັກ 4 ເປັນສວນຊາທີ່ມີຄວາມສວຍງາມ ແລະ ມີເນື້ອທີ່ທັງໝົດ 22 ເຮັກຕາ.ຫລ້າສຸດແຂວງຜົ້ງສາລີ ໄດ້ປະກາດວ່າຈະຈັດເທສະການອາຫານຊົນຜົ່າ ແລະ ດື່ມນ້ຳຊາເພື່ອສົ່ງເສີມ ປີທ່ອງທ່ຽວແຂວງຜົ້ງສາລີ ໃນເດືອນພະຈິກ 2024 ນີ້.ທ່ານ ສົມຕຸ້ຍ ພົມມະວົງໄຊ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງ ຜົ້ງສາລີ ໄດ້ລາຍງານສື່ມວນຊົນ ໃນກອງປະຊຸມສະຫລຸບວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວທົ່ວແຂວງຜົ້ງສາລີ ປະຈຳປີ 2023 ແລະ ວາງທິດທາງແຜນການປີ 2024 ທີ່ຈັດຂຶ້ນບໍ່ດົນມານີ້ວ່າ ການກະກຽມຈັດກິດຈະກຳ ປີທ່ອງທ່ຽວ 2024 ຂອງແຂວງ ຜົ້ງສາລີ ແມ່ນໄດ້ຈັດຕັ້ງປະຕິບັດມາແຕ່ທ້າຍປີ 2023 ເປັນຕົ້ນມາ, ເຊິ່ງໃນເບື້ອງຕົ້ນແມ່ນໄດ້ອອກຂ້ໍຕົກລົງຂອງທ່ານເຈົ້າແຂວງວ່າ ດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳລະດັບແຂວງ ໃນການກະກຽມຈັດກິດຈະກຳ ປີທ່ອງທ່ຽວ 2024 ຂອງແຂວງ ໂດຍມີທ່ານຮອງເຈົ້າແຂວງຜູ້ຊີ້ນໍາວຽກງານ ວັດທະນະທຳ-ສັງຄົມຂັ້ນແຂວງ ເປັນຫົວໜ້າຄະນະຮັບຜິດຊອບ ແລະ ປະກອບດ້ວຍພາກສ່ວນກ່ຽວຂ້ອງຂັ້ນ ແຂວງ ແລະ ເມືອງ ຈາກນັ້ນ, ພາຍໃນຄະນະຮັບຜິດຊອບກໍໄດ້ຈັດກອງປະຊຸມປຶກສາຫາລືກັນ ແລະ ໄດ້ກຳນົດເອົາເທສະການອາຫານເຜົ່າ ແລະ ດື່ມນ້ຳຊາເປັນກິດຈະກໍາລະດັບແຂວງເພ່ືອສ່ົງເສີມປີທ່ອງທ່ຽວລາວ 2024 ຂອງແຂວງຜົ້ງສາລີ.


     ປັດຈຸບັນ ຄະນະຮັບຜິດຊອບກໍາລັງຫ້າງຫາກະກຽມ ແຜນການແມ່ນຈະຈັດຂຶ້ນໃນເດືອນພະຈິກ 2024 ເຊິ່ງຈະ ມີຫລາຍກິດຈະກໍາທີ່ຈະຈັດຂຶ້ນໃນ ເທສະການດັ່ງກ່າວເປັນຕົ້ນແມ່ນ: ກິດຈະກຳປະກວດອາຫານເຜົ່າ, ປະກວດການຊົງຊາ, ການປະກວດນາງງາມຊົນເຜົ່າ, ການວາງສະແດງອາຫານຂອງບັນດາເຜົ່າ, ວາງສະແດງສິນຄ້າຜະລິດຕະພັນຊາ ແລະ ສິນຄ້າໂອດ໋ອບຂອງແຂວງ, ການສະແດງສິລະປະວັນນະຄະດີ ແລະ ອື່ນໆ. ທ່ານຍັງໄດ້ໃຫ້ຮູ້ຕື່ມວ່າ ນອກຈາກກິດຈະກຳປີທ່ອງທ່ຽວ ລະດັບແຂວງແລ້ວ ແຂວງຜົ້ງສາລີ ຍັງມີຫລາຍກິດຈະກຳປີທ່ອງທ່ຽວລະດັບເມືອງ ຮອດປັດຈຸບັນໄດ້ຈັດຕັ້ງປະຕິບັດສຳເລັດໄປແລ້ວ 2 ກິດ ຈະກໍາຢູ່ເມືອງບຸນເໜືອ ແລະ ເມືອງ ບຸນໃຕ້ ແລະ ໃນເວລາອັນໃກ້ນີ້, ກໍຈະມີກິດຈະກຳປີທ່ອງທ່ຽວຂອງ ເມືອງຍອດອູ ເຊິ່ງແມ່ນພິທີເປີດປີທ່ອງທ່ຽວ 2024 ຂອງເມືອງຍອດອູ ຕິດພັນກັບບຸນທານພະທາດ ອົງໄຫ ຈະຈັດຂຶ້ນໃນລະຫວ່າງວັນ ທີ 23-24 ມີນາ 2024 ແລະ ຈະມີຫລາຍກິດຈະກຳເຊັ່ນ: ງານສະຫລອງທານພະທາດອົງໄຫ, ງານວາງສະແດງສິນຄ້າ, ການສະແດງສິລະປະວັນນະຄະດີ ແລະ ອື່ນໆ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top