ແຂວງຫົວພັນ ຈະດຶງດູດນັກທ່ອງທ່ຽວໃຫ້ໄດ້ 47 ພັນກວ່າຄົນພາຍໃນປີ2024

23/02/2024 05:41
Email Print 2632
ຂປລ ໃນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫົວພັນ ຈຳ ນວນ 45 ພັນກວ່າຄົນສ້າງລາຍຮັບ ໄດ້ 32 ຕື້ກວ່າກີບ ແລະ ຄາດວ່າປີ 2024 ນີ້ຈະສູ້ຊົນດຶງດູດນັກທ່ອງ ທ່ຽວເຂົ້າມາທ່ຽວແຂວງຫົວພັນ ໃຫ້ 47 ພັນກວ່າຄົນ

     *ໃນປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງຫົວພັນ ຈຳນວນ 45 ພັນກວ່າຄົນສ້າງລາຍຮັບໄດ້ 32 ຕື້ກວ່າກີບ ແລະ ຄາດວ່າປີ 2024 ນີ້ຈະສູ້ຊົນດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ ໃຫ້ 47 ພັນກວ່າຄົນ, ສ້າງລາຍຮັບໃຫ້ໄດ້ 50 ຕື້ກວ່າກີບ ຂະນະທີ່ແຂວງ ຫົວພັນ ແມ່ນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວທີ່ຕ້ອງການເດີນທາງໄປສໍາຜັດ ແລະ ຄົ້ນ ຫາປະຫວັດສາດທີ່ຂຶ້ນຊື່ວ່າ: ຖິ່ນກໍາເນີດຂອງການປະຕິວັດຊາດລາວ.ດັ່ງທີ່ຮູ້ນໍາກັນໃນວັນທີ 12 ມັງກອນຜ່ານມານີ້, ແຂວງຫົວພັນໄດ້ ຈັດພິທີເປີດປີທ່ອງທ່ຽວລາວ 2024 ແລະ ງານນິທັດສະການທ່ຽວຊົມດອກຄາຍປ່າ, ດອກຊາກຸຣະ ປະຈຳ ປີ 2023 ຢູ່ສວນມິດຕະພາບຫົວພັນ-ແທັງຮວ່າ ໂດຍມີ ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ຄຳແພງ ໄຊສົມແພງ ເຈ້ົາແຂວງຫົວພັນ, ມີບັນດາການນຳແຂວງ 17 ແຂວງທົ່ວປະເທດ ມີຫົວໜ້າສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກເໜືອລາວ, ຮອງຫົວໜ້າກົງສູນໃຫຍ່ ສປ ຈີນ ປະຈຳພາກເໜືອລາວ, ພະນັກງານ-ລັດຖະກອນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ນັກຮຽນພ້ອມດ້ວຍມວນຊົນ 12 ບ້ານເຂົ້າຮ່ວມ.

     ລະຫວ່າງພິທີເປີດປີທ່ອງທ່ຽວນັ້ນ, ທ່ານ ນາງ ໝັ້ນ ເພງຄະຕິຍະຫົວໜ້າພະແນກ ຖວທ ແຂວງ ໄດ້ ຜ່ານບົດລາຍງານ ແລະ ຍົກໃຫເຫັນສະພາບລວມ, ຂັ້ນຕອນ ແລະ ບັນດາກິດຈະກຳປີທ່ອງທ່ຽວລາວຂອງແຂວງ; ໄລຍະຜ່ານມາການນຳແຂວງໄດ້ນຳເອົາທຶນຮອນ ເພື່ອພັດທະນາພື້ນຖານໂຄງລ່າງແກ່ການທ່ອງທ່ຽວ, ຊຸກຍູ້ນັກທຸລະກິດພາຍໃນ ແລະ ຕ່າງປະເທດມີສ່ວນຮ່ວມໃນການພັດທະນາສະຖານທີ່ທ່ອງທ່ຽວເຮັດໃຫ້ວຽກງານການທ່ອງທ່ຽວຢູ່ແຂວງຫົວພັນໄດ້ມີທ່າກ້າວຂະຫຍາຍຕົວໄວວາ. ແຂວງຫົວພັນເປັນແຂວງຖານທີ່ໝັ້ນການປະຕິວັດທີ່ມີທິວທັດທໍາມະຊາດສວຍສົດງົດງາມ, ອາກາດສົດຊື່ນ, ມີຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສືບທອດມາແຕ່ດົນນານ. ນອກນີ້ຍັງມີສະຖານທີທ່ອງທ່ຽວ ທີ່ສຳຄັນຫລາຍແຫ່ງອັນທີ່ພົ້ນເດັ່ນແມ່ນເມືອງວຽງໄຊ ໄດ້ ຮັບຮອງເປັນເມືອງທ່ອງທ່ຽວສະ ອາດອາຊຽນໃນປີ 2022; ນອກນີ້ ໃນແຕ່ລະເດືອນກໍໄດ້ຈັດກິດຈະກໍາ ເພື່ອສົ່ງເສີມການທ່ອງທ່ຽວເປັນຕົ້ນ: ນິທັດສະການທ່ຽວຊົມຄວາມງົດງາມຂອງດອກຄາຍປ່າທີ່ເປັນດອກໄມ້ເອກະລັກຂອງແຂວງຫົວພັນ, ຊົມດອກຊາກຸຣະທີ່ເມືອງວຽງໄຊ, ບຸນປະເພນີຂອງແຕ່ລະເຜົ່າ, ບຸນປີໃໝ່ລາວ, ກິດຈະກຳກິນປາຂ່າງນາ ແລະ ອື່ນໆ.

     ປີ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງ ຫົວພັນ ຈຳນວນ 45 ພັນກວ່າຄົນ ສ້າງລາຍຮັບໄດ້ 32 ຕື້ກວ່າກີບສໍາ ລັບປີ 2024 ຄາດວ່າຈະມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງຫົວພັນ 47 ພັນກວ່າຄົນ, ສ້າງລາຍຮັບໃຫ້ໄດ້ 50 ຕ້ືກວ່າກີບ. ການຈັດງານໃນ ຄັ້ງນີ້ເປັນການໂຄສະນາການທ່ອງທ່ຽວອອກສູ່ພາຍນອກໃຫ້ກວ້າງຂວາງກວ່າເກົ່າ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມແຂວງຫົວພັນນັບມື້ຫລາຍຂຶ້ນ, ເປັນການຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ແກ່ປະຊາຊົນ ເພື່ອປະກອບສ່ວນເຂ້ົາໃນການພັດທະນາເສດຖະກິດ- ສັງຄົມຂອງແຂວງກໍຄືຂອງຊາດ ໃຫ້ນັບມື້ກ້າວສູ່ຄວາມຈະເລີນ. ເຖິງແມ່ນວ່າແຂວງຫົວພັນ ຈະມີສະຖານທ່ອງທ່ຽວດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາທີ່ໜ້າສົນໃຈກໍຕາມແຕ່ຖ້າເບິ່ງພື້ນຖານໂຄງລ່າງຖະໜົນທາງຈາກສູນກາງ ແລະ ແຂວງຕໍ່ແຂວງແລ້ວເຫັນວ່າຍັງພົບຄວາມຫຍຸ້ງຍາກພໍສົມຄວນ. ໃນໄລຍະຜ່ານມາແຂວງ ດ່ັງກ່າວກໍໄດ້ເປີດໃຫ້ບໍລິການສະໜາມບິນໜອງຄ້າງຢ່າງເປັນທາງການແລ້ວ ເມື່ອປຽບການເດີນທາງ ໂດຍສາຍການບິນຍັງເຫັນວ່າມີໜ້ອຍເພາະເປັນແຂວງບໍ່ໃຫຍ່ ອີກຢ່າງໜຶ່ງປະຊາຊົນຈໍານວນບໍ່ໜ້ອຍມັກໃຊ້ລົດຕົນເອງ ແລະ ລົດໂດຍສານໃນການເດີນທາງຖ້າຈໍາເປັນແທ້ໆ ຫລື ເປັນກຸ່ມຄົນທີ່ມີລາຍໄດ້ດີຈິ່ງໃຊ້ບໍລິການເຮືອບິນ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top