ເມືອງໝື່ນ ສະເຫລີມສະຫລອງບຸນເກຣີ ປະຈຳປີ 2024

12/02/2024 14:32
Email Print 327
ຂປລ ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ທ້າຍ​ອາທິດ​ຜ່ານ​ມາ, ບ້ານນ້ຳເພີນ ເມືອງໝື່ນ ເປັນເຈົ້າພາບຈັດ ສະ​ເຫລີ​ມສະຫລອງບຸນເກຣີ້ ຂອງເຜົ່າກຶມມຸທົ່ວເມືອງ ​ໂດຍ​ມີ ທ່ານ ເທບພະໄທ ແກ້ວເຂັມເພັດ ປະທານແນວລາວສ້າງຊາດແຂວງວຽງຈັນ,

 

       ຂປລ. ​ແຫ​ລ່ງຂ່າວ​ຈາກ ​ເມືອງ​ໝື່ນ ​ແຂວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ທ້າຍ​ອາທິດ​ຜ່ານ​ມາ, ບ້ານນ້ຳເພີນ ເມືອງໝື່ນ ເປັນເຈົ້າພາບຈັດ ສະ​ເຫລີ​ມສະຫລອງບຸນເກຣີ້ ຂອງເຜົ່າກຶມມຸທົ່ວເມືອງ ​ໂດຍ​ມີ ທ່ານ ເທບພະໄທ ແກ້ວເຂັມເພັດ ປະທານແນວລາວສ້າງຊາດແຂວງວຽງຈັນ, ທ່ານ ມິດສາຄອນ ອິນທະປັດຖາ ປະທານແນວລາວສ້າງຊາດເມືອງ, ມີເລຂາພັກບ້ານ, ນາຍບ້ານ, ອຳນາດການປົກຄອງເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.    ໃນພິທີ, ທ່ານ ສາຍຝົນ ສຳສັກສິກ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ​ໄດ້​ຄືນເລົ່າປະຫວັດຄວາມເປັນມາຂອງເຜົ່າກຶມມຸ, ພ້ອມທັງຍົກ​ໃຫ້​ເຫັນຄວາມໝາຍຂອງບຸນເກຣີ ວ່າ: ເຜົ່າກຶມມຸ ເປັນກຸ່ມດຽວກັບພວກລະວ້າ ອັນມີກົກເຄົ້າກຳເນີດມາຈາກເຊື້ອຊາດມະນຸດຊະວ້າ ຊຶ່ງມີຮອງຮອຍການທຳມາຫາກິນຢູ່ແຜນດິນອີນດູຈີນມາປະມານ 500.000 ກກວ່າປີແລ້ວ, ເຜົ່າກຶມມຸ ເປັນຊາວພື້ນເມືອງດັ້ງເດີມກວ່າເຜົ່າອື່ນໆ, ຕະຫລອດໄລຍະເວລາອັນຍາວ​ນານນັບເປັນແສນປີມານັ້ນ, ເຜົ່າກຶມມຸ ໄດ້ພັດທະນາທາງດ້ານເສດຖະກິດ-ສັງຄົມ ກ້າວໜ້າຢ່າງຕໍ່ເນື່ອງແຕ່ຍຸກຫີນເກົ່າມາຫາຍຸກຫີນກາງ ແລະ ຍຸກຫີນໃໝ່ ຕໍ່ໃສ່ຍຸກທອງສຳລິດ ​ເຊິ່ງເປັນຍຸກທີ່ມີຄວາມຈະເລີນຮຸ່ງເຮືອງສູງສຸດຊາວຂອງເຜົ່າກຶມມຸ ທີ່ເອີ້ນວ່າ: ຍຸກເຈືອງ ຫລື ສະໄໝຂຸນເຈືອງ.  ສ່ວນຄວາມໝາຍຂອງບຸນເກຣີ ແມ່ນນັບຖືຮີດຄອງເດີມອັນດີງາມຫລາຍຢ່າງເຊັນ: ຮີດເຈືອງຄອງຍີ, ຮີດຜີເຮືອນ, ຮີດມົນສິນ, ຮີດແກ່ວດອງ; ບຸນເກຣີເປັນຮີດຄອງປົດປີເກົ່າຂຶ້ນປີໃໝ່ ທີ່​ມີຄວາມໝາຍວ່າ: ປີເກົ່າຂາດໄປ ຫລື ປີເກົ່າໝົດໄປແລ້ວ.  ພາຍຫລັງທີ່ພໍ່ແມ່ປະຊາຊົນໄດ້ເກັບກ່ຽວເຂົ້ານາ, ເຂົ້າໄຮ່ ແລະ ພືດພັນທັນຍາຫານ, ກູ້ເອົາເຜືອກ, ມັນ, ກ້ວຍ, ອ້ອຍ, ໝາກອຶ, ໝາກໂຕ່ນ ມາເພື່ອກຽມສະເຫລີມສະຫລອງບຸນ ເກຣີທີ່ໄດ້ຈັດຂຶ້ນໃນເດືອນຍີ່ຂອງທຸກໆປີ ​ໂດຍພໍ່ແມ່ປະຊາຊົນກໍໄດ້ພາກັນເຮັດພິທີຂອງເຜົ່າ ​ໂດຍ​ການຟ້ອນຕໍ່ໜ້າຮ້ານຜົນລະປູກນາໆຊະນິດ ທີ່ໄດ້ຕົບ ແຕ່ງປະດັບປະດາ, ເອ້ຢ້ອງໃຫ້ຄົບຖ້ວນໄວ້ກ່ອນແລ້ວ, ມີການຂ້າໄກ່ໂຕຜູ້ທົດແທນປີເກົ່າ, ໄກ່ໂຕແມ່ຕ້ອນຮັບໂຊກໄຊປີໃໝ່, ມີການດູດເຫລົ້າໄຫ, ຂັບເຈີມອາຍ, ເປົ່າປີ່, ສະແດງສິລະປະ ແລະ ສູ່ຂວັນຕາມຮີດຄອງປະເພນີທີ່​ເຄີຍ​ປະຕິບັດ​ກັນ​ມາ.    ​ໂອກາດ​ນີ້, ທ່ານ ເທບພະໄທ ແກ້ວເຂັມເພັດ ກໍ​ໄດ້​ຍົກ​ໃຫ້​ເຫັນ​ເຖິງຄວາມໝາຍຄວາມສຳຄັນ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ຄວາມເຂັ້ມແຂງ​ໃນ​ການຟື້ນຟູ ອະນຸລັກຮັກສາຮີດຄອງປະເພນີທີ່ເປັນເອກະລັກຂອງເຜົ່າກຶມມຸ. ພ້ອມ​ທັງ​ສະ​ແດງ​ຄວາມຍ້ອງຍໍຊົມເຊີຍ ທີ່ພໍ່ແມ່ປະຊາຊົນມີມູນເຊື້ອຮັກສາຮີດຄອງປະເພນີ ​ແລະ ວັດທະນະທຳອັນດີງາມ, ດຸໝັ່ນຂະຫຍັ່ນພຽນ, ມີນ້ຳໃຈຊ່ວຍເຫລືອເຊິ່ງກັນ ແລະ ກັນ ​​ແລະ ທ່ານ​ຍັງ​ໄດ້​ຮຽກຮ້ອງໃຫ້ທຸກຄົ ນຈົ່ງຮັກສາມູນເຊື້ອດັ່ງກ່າວໄວ້ໃຫ້ລູກຫລານສືບທອດໃນຕໍ່ໜ້າ.

ຂ່າວ: ວັນນາ

ພາບ: ຄຳເພັດ

KPL

ຂ່າວອື່ນໆ

ads
ads

Top