ປະຊາຊົນບ້ານລາດຄວຍ ສຸມໃສ່ຜະລິດພືດຜັກ ສະໜອງໃຫ້ຕະຫລາດໃນນະຄອນຫລວງ

06/02/2024 17:56
Email Print 893
ຂປລ ບ້ານລາດຄວາຍ ເມືອງໄຊທານີ ກໍ່ແມ່ນອີກບ້ານໜຶ່ງທີ່ມີດິນດອນ ຕອນຫຍ້າ ເໝາະສົມແກ່ການຜະ ລິດພືດຜັກຕ່າງໆເປັນສິນຄ້າ ແລະ ດ້ວຍຄວາມເອົາໃຈໃສ່ສົ່ງເສີມຂອງ ອຳນາດການປົກຄອງບວກໃສ່ ການຕື່ນຕົວຕໍ່ແນວທາງຂອງພັກ- ລັດຖະບານ

    *ບ້ານລາດຄວາຍ ເມືອງໄຊທານີ ກໍ່ແມ່ນອີກບ້ານໜຶ່ງທີ່ມີດິນດອນຕອນຫຍ້າ ເໝາະສົມແກ່ການຜະລິດພືດຜັກຕ່າງໆເປັນສິນຄ້າ ແລະ ດ້ວຍຄວາມເອົາໃຈໃສ່ສົ່ງເສີມຂອງອຳນາດການປົກຄອງບວກໃສ່ ການຕື່ນຕົວຕໍ່ແນວທາງຂອງພັກ-ລັດຖະບານ ໂດຍສະ ເພາະຫັນການຜະລິດແບບປະຖົມປະຖານໄປສູ່ການຜະລິດທັນສະໄໝໃຫ້ກາຍເປັນສິນຄ້າ ອັນສາມາດຕອບສະໜອງພືດຜັກຕ່າງໆໃຫ້ແກ່ບັນດາຕະຫລາດ ພາຍໃນນະຄອນຫລວງວຽງຈັນປະມານ 3-5 ໂຕນຕ່ໍມ້ື, ເຊ່ິງໄດ້ສ້າງລາຍຮັບເຂົ້າຄອບຄົວປະຊາຊົນ ບ້ານໃນແຕ່ລະມື້ບໍ່ໜ້ອຍ.

  

   ທ່ານ ຂັນໄຊ ແກ້ວພັນຄຳ ຮອງ ເລຂາພັກຮາກຖານກຸ່ມທ່າງ່ອນ, ເລ ຂາໜ່ວຍພັກ, ນາຍບ້ານລາດຄວາຍ ໄດ້ຍົກໃຫ້ເຫ ັນວ່າ: ບ້ານລາດຄວາຍ ແມ່ນບ້ານໜຶ່ງຢູ່ໃນຈໍານວນ 11 ບ້ານ ຂອງກຸ່ມທ່າງ່ອນ ແລະ 1 ໃນ 104 ບ້ານຂອງເມືອງໄຊທານີ ແບ່ງອອກເປັນ 07 ຄຸ້ມ, ມີ 75 ໜ່ວຍ, ມີ 1.065 ຫລັງຄາ, ມີ 1.094 ຄອບ ຄົວ, ມີພົນລະເມືອງ ກວ່າ 4.400 ຄົນ, ໃນນີ້ປະກອບມີ ເຜົ່າມົ້ງ, ເຜົ່າ ກຶມມຸ ແລະ ເຜົ່າລາວ ໂດຍປະຊາຊົນ 3 ຊົນເຜົ່າລ້ວນແລ້ວແຕ່ມີຄວາມ ສາມັກຄີກັນຢ່າງແໜ້ນໜາ, ການ ປະກອບອາຊີບຂອງປະຊາຊົນພາຍໃນບ້ານມີຫລາກຫລາຍອາຊີບ ແຕກຕ່າງກັນຄື: ອາຊີບເຮັດການກະສິກຳປູກຝັງ-ລ້ຽງສັດ ກວມເອົາ 60%, ອາຊີບກຳມະກອນ 12%, ອາຊີບຄ້າຂາຍ-ບໍລິການ 7%, ອາຊີບພະນັກງານ 4%, ອາຊີບນັກຮຽນ-ນັກສຶກສາ ແລະ ອື່ນໆ 17%. ຢ່າງໃດກໍ່ດີໜ່ວຍພັກ-ອົງການປົກຄອງບ້ານລາດຄວາຍກໍ່ໄດ້ເອົາໃຈໃສ່ຕິດຕາມຢ່າງໃກ້ສິດໃນການປະຕິບັດ ແຜນການຈັດເກັບລາຍຮັບ ເຂົ້າງົບປະມານສົ່ງຂັ້ນເທິງໄດ້ຕາມແຜນການ.

    ສຳລັບສົກປີ 2023 ປະຕິບັດ ຈັດເກັບໄດ້ລື່ນແຜນການທີ່ຂັ້ນເທິງວາງໃຫ້ (ໃນແຜນການ 60.374.000 ກີບ), ປະຕິບັດຕົວຈິງ ໄດ້ 77.879.281 ກີບ, ເທົ່າກັບ 129%. ພ້ອມກັນນີ້,  ກໍ່ໄດ້ເອົາໃຈໃສ່ສົ່ງເສີມປະຊາຊົນທຳການຜະລິດ ໂດຍສະເພາະກຸ່ມການຜະລິດເຂົ້າແນວພັນລຸ້ນ 3 ແລະ ຜະລິດເຂົ້າເປັນສິນຄ້າມີສະມາຊິກ 27 ຄອບຄົວທັງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນບັນດາເຜົ່າແຕ່ລະຄອບຄົວປູກພືດຜັກ-ປູກຫອມຕ່າງໆຂາຍເປັນສິນຄ້າຕະຫລອດປີ ອັນສາມາດສົ່ງພືດຜັກ-ຫອມປ້ອນຕະຫລາດທົ່ວນະຄອນຫລວງໄດ້ 3-5 ໂຕນ/ມື້ ເຮັດໃຫ້ແຕ່ລະຄອບຄົວມີລາຍຮັບປະຈໍາວັນ, ປະຈຳອາທິດ ແລະ ປະຈຳເດືອນສະເລ່ຍ 50-80 ລ້ານ ກີບ/ປີ. ດ້ວຍການເອົາໃຈໃສ່ຂອງອຳນາດການປົກຄອງບ້ານ, ເມືອງບວກໃສ່ການຕື່ນຕົວຂອງປະຊາຊົນ ເຮັດໃຫ້ພາຍໃນບ້ານມີການພັດທະນາດີຂຶ້ນທາງດ້ານວັດຖຸ ແລະ ຈິດໃຈ, ຄວາມທຸກຍາກໄດ້ຮັບການແກ້ໄຂຢ່າງຕໍ່ເນື່ອງມາ ແລະ ນັບມື້ຫລຸດລົງເປັນກ້າວໆ.

ໂດຍ:ຢາຕົ່ງ

KPL

ຂ່າວອື່ນໆ

    • 42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641ບົດ-ສາລະຄະດີ

      42 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງ ກອງພັນໃຫຍ່ 641

      6/30/2025 3:06:10 PM

      * ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນໄລຍະໃໝ່ ຂອງການປະຕິວັດ ກໍຄືການ ປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຂຶ້ນເທື່ອລະກ້າວນັ້ນ ກອງພັນໃຫຍ່ 641 ເຊິ່ງເປັນກອງພັນທໍາອິດ ຂອງ ເຫລົ່າຮົບປ້ອງກັນອາກາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ ໃນວັນທີ 24 ມິຖຸນາ 1983.

    • ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກບົດ-ສາລະຄະດີ

      ຫວນຄືນການເຕີບໃຫຍ່ຂະຫຍາຍຕົວ ຂອງຄະນະພົວພັນຕ່າງປະເທດສູນກາງພັກ

      6/30/2025 2:07:33 PM

      *ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກອງທັບ ແລະ ປວງຊົນລາວທັງຊາດ ພວມແຂ່ງຂັນສ້າງຜົນງານ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະມີເຖິງ ແລະ ເປັນໄລຍະທີ່ອົງຄະນະພັກ, ສະມາຊິກ ພັກ-ພະ ນັກງານ ທົ່ວຄະນະພົວພັນຕ່າງປະເທດສູນກາງພັກ ພວມກະກຽມໄຂກອງປະຊຸມໃຫຍ່ ຄັ້ງທີ III ຂອງຕົນ ເຊິ່ງກໍພໍດີ ຖືກກັບໂອກາດວັນສ້າງຕັ້ງ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ໄດ້ບັນຈົບມາຄົບຮອບ 42 ປີ ໃນວັນທີ 29 ມິຖຸນາ 2025.

    • ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າບົດ-ສາລະຄະດີ

      ເລີແກຣນປາກແບງລີສອດ ເນັ້ນການບໍລິການທີ່ສ້າງຄວາມປະທັບໃຈໃຫ້ລູກຄ້າ

      6/24/2025 10:02:11 AM

      ເລີແກຣນ ປາກແບງຣີສອດ,ເມືອງປາກແບງ, ແຂວງອຸດົມໄຊ ໃນການບໍລິການດຳເນີນທຸລະກິດກ່ຽວກັບທີ່ພັກ ແລະ ຮ້ານອາຫານອີກແຫ່ງໜຶ່ງທີ່ຂຶ້ນຊື່ລືນາມ ເລື່ອງການບໍລິການທີ່ດີ, ສະຖານທີ່ສວຍງາມປານຮູບແຕ້ມ.

    • ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIXບົດ-ສາລະຄະດີ

      ເມືອງບາຈຽງຈະເລີນສຸກ ຈັດງານວາງສະແດງສິນຄ້າຫັດຖະກຳ-ກະສິກຳ ຄັ້ງທີ XIX

      6/24/2025 9:44:58 AM

      ນັບວ່າເປັນອີກໜຶ່ງງານທີສຳຄັນ ທັງເປັນການສົ່ງເສີມການຜະລິດເປັນສິນຄ້າແກ້ໄຂຄວາມທຸກຍາກເພືື່ອພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ການສົ່ງເສີມທາງດ້ານການຕະຫລາດ ໂດຍສະເພາະແມ່ນການຈັດງານວາງສະແດງຜົນຜະລິດກະສິກຳ-ຫັດຖະກຳໃນແຕ່ລະປີ.

    • ການປົກປັກຮັກສາ ແລະ ການພັດທະນາສັດປ່າບົດ-ສາລະຄະດີ

      ການປົກປັກຮັກສາ ແລະ ການພັດທະນາສັດປ່າ

      6/16/2025 6:16:34 PM

      ໃນໝວດ 2 ຂອງກົດໝາຍວ່າດ້ວຍສັດປ່າສະບັບປັບປຸງມາດຕາ 31 (ປັບປຸງ) ໄດ້ກຳນົດໄວ້ວ່າ: ການປົກປັກຮັກສາສັດປ່າປະກອບດ້ວຍກິດຈະກຳດັ່ງນີ້: ການສຳຫລວດປ່າ; ການກຳນົດເຂດປົກປັກຮັກສາສັດປ່າ; ການສ້າງສູນຟື້ນຟູສຸຂະພາບສັດປ່າ; ການປ່ອຍສັດປ່າຄືນສູ່ທຳມະຊາດ; ການສຶກສາຄົ້ນຄວ້າດ້ານວິທະຍາສາດ; ການປູກຈິດສຳນຶກ ແລະ ກິດຈະການອື່ນ.

ads
ads

Top