ປະເທດສາທາລະນະລັດ ອິຕາລີ

08/12/2023 10:01
Email Print 1300
ຂປລ ປະເທດອິຕາລີ ຫລືຊື່ເອີ້ນ ຢ່າງເປັນທາງການວ່າ: ສາທາລະນະລັດ ອິຕາລີ (Italian Republic), ເປັນປະເທດ ໃນພາກພື້ນ ເອີຣົບໃຕ້ ແລະ ຍັງເປັນສ່ວນໜຶ່ງຂອງ ເອີຣົບ ຕາເວັນຕົກ ຕັ້ງຢູ່ແຫລມ ມະຫາສະໝຸດ ອິຕາລີ ແລະ ກັ້ນດ້ວຍພູແອລ ທາງພາກເໜືອ, ອິຕາລີ ເປັນລັດດຽວ ຊຶ່ງປົກຄອງດ້ວຍ ຮູບແບບ ສາທາລະນະລັດ ລະບົບລັດ ຖະສະພາ.

ປະ​ເທດ​ອິຕາ​ລີ ຫລືຊື່​ເອີ້ນ​ ຢ່າງ​ເປັນ​ທາງ​ການ​ວ່າ:​ ສາ​ທາລະນະ​ລັດ ອິຕາ​ລີ (Italian Republic), ​ເປັນ​ປະ​ເທດ ​ໃນ​ພາກ​ພື້ນ ເອີຣົບ​ໃຕ້ ​ແລະ ຍັງ​ເປັນ​ສ່ວນ​ໜຶ່ງ​ຂອງ ​ເອີຣົບ ຕາ​ເວັນ​ຕົກ ຕັ້ງ​ຢູ່​ແຫລມ ​ມະຫາ​ສະໝຸດ ອິຕາ​ລີ ​ແລະ ກັ້ນ​ດ້ວຍ​ພູແອ​ລ ທາງ​ພາກ​ເໜືອ, ອິຕາ​ລີ ​ເປັນ​ລັດ​ດຽວ ຊຶ່ງ​ປົກຄອງ​ດ້ວຍ ຮູບ​ແບບ ສາທາລະນະລັດ ລະບົບ​ລັດ ຖະສະພາ. ມີນະຄອນຫລວງ ຊື່ວ່າ ​ໂຣມ(Rome), ມີ​ເນື້ອ​ທີ່ 301.340 ກິ​ໂລ​ຕາ​ແມັດ, ມີ​ຊາຍ​ແດນ ຕິດກັບປະເທດ ຝຣັ່ງ, ​ສະວິດ,ໂອຕຣິດ, ສະໂລວາກີ. ມີ​ປະຊາກອນ 62.390.364 ​ຄົນ ​(​ໃນ​ປີ 2021), ​ໃຊ້​ພາສາ​ ທາງ​ການ ອິຕາ​ລີ; ນໍາ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ (Euro); ປະຊາຊົນ​ ສ່ວນ​ໃຫຍ່ ນັບຖື​ສາສະໜາ ຄຣິສ ນິກາຍ​ໂຣມັນ​ ຄາ​ທໍ​ລິກ 80,8%, ມຸສລິ​ມ 4,9% ​ແລະ ສາສະໜາ​ອື່ນໆ. ສ່ວນ​ວັນຊາດ​ແມ່ນ ວັນ​ທີ 25 ​ເມສາ.

ປະ​​ເທດ ສາ​ທາ​ລະນະ​ລັດ ອິຕາ​ລີ ​ແລະ ​ປະ​ເທດ ສປປລາວ ​ໄດ້​ສ້າງ​ຕັ້ງ​ສາຍ​ ພົວພັນ​ທາງ​ການ​ທູດ ຮ່ວມ​ກັນ​ ໃນ​ວັນ​ທີ 7.12.1965 ​ເປັນ​ຕົ້ນ​ມາ ຈາກ​ນັ້ນ ທັງສອງ​ຝ່າຍ​ ໄດ້ມີ​ການ​ພົວພັນ ຮ່ວມມື ຢ່າງຮອບດ້ານ ແລະ ແລກປ່ຽນ​ ປະສົບ​ການ​ ຢ່າງ​ຕໍ່​ເນື່ອງ ເຮັດໃຫ້ປະເທດ ຈະເລີນເຕີບໃຫຍ່ ກ້າວຂຶ້ນໄປສູ່ ລະດັບໃໝ່ໃນຕໍ່ໜ້າ.

ອິຕາ​ລີ ມີ​ຂະໜາດ​ ເສດຖະກິດ ​ໃຫຍ່​ເປັນອັນ​ດັບ 8 ຂອງ​ໂລກ ​ແລະ ​ໃຫຍ່​ເປັນອັນ​ດັບ 4 ຂອງ​ເອີ​ຣົບ, ມີ​ລະບົບ ​ເສດຖະກິດ ​ແບບ​ທຶນ​ນິຍົມ ທີ່​ມີ​ອຸດສາຫະກຳ ​ເປັນ​ພື້ນຖານ , ​ໂດຍ​ທຸລະ​ກິດ​ ຂະໜາດ​ກາງ ​ແລະ ຂະໜາດ​ນ້ອຍ (SMEs) ​ເປັນ​ແກນ ຂັບ​ເຄື່ອນ​ຫລັກ​ຂອງ ອຸດສາຫະກຳ  ສິນຄ້າ​ຂອງອິຕາ​ລີ ​ໄດ້​ຮັບ​ການ​ ຍອມຮັບ​ວ່າ ມີ​ຄຸນ​ນະພາ​ບສູງ ຈົນ​ສາມາດ ​ແຂ່ງຂັນ​ໄດ້ ​ໃນ​ຕະຫລາດ​ລະດັບ​ສູງ. ​ໂດຍ​ລວມຍອດ​ ຜະລິດ​ຕະພັນ​ ພາຍ​ໃນ​ປະ​ເທດ (ຈີ​ດີ​ພີ) 2,1 ພັນ​ຕື້​ໂດ​ລາ​ ສະຫະລັດ (​ໃນ​ປີ 2021); ອັດຕາ​ສະ​ເລ່ຍ ຕໍ່​ຫົວ​ຄົນ 35.551 ກວ່າ​ໂດ​ລາ ​ສະຫະລັດ ຕໍ່​ປີ; ສ່ວນ​ອັດຕາ ​ການ​ເຕີບ​ໂຕ​ ທາງ​ເສດຖະກິດ 6,6% ຕໍ່​ປີ. ສິນຄ້າ​ທີ່​ສົ່ງ​ອອກ ​ເປັນ​ຕົ້ນ​ແມ່ນ ​ເຄື່ອງ​ກົນ​ຈັກ ​ແລະ ສ່ວນ​ປະກອບ ຜະລິດ​ ຕະພັນ​ເຄມີ, ​ເຄື່ອງ​ຈັກ​ໄຟຟ້າ ​ແລະ ​ເຄື່ອງ​ປະກອບ, ຜະລິດ​ຕະພັນ​ ໂລຫະ​ອື່ນໆ. ສິນຄ້າ​ທີ່​ນໍາ​ເຂົ້າ ​ໂດຍ​ສະ​ເພາະ​ແມ່ນ: ລົດ​ໃຫຍ່, ອຸປະກອນ ​ແລະ ສ່ວນ​ປະກອບ, ​ເຄື່ອງ​ປັບ​ອາກາດ, ສ່ວນ​ປະກອບ, ອາຫານ, ຜະລິດຕະພັນ ຢາງພາລາ ອື່ນໆ. ສ່ວນ​ຄູ່ ການ​ຄ້າ​ທີ່​ສຳ​ຄັນ​ ແມ່ນ ​ເຢຍລະ​ມັນ, ຝຣັ່ງ, ​ແອັດ​ສະ​ປາຍ, .ອາ​ເມ​ລິ​ກາ ​ແລະ ຈີນ ຕາມ​ລຳດັບ.

ນອກ​ນີ້ ອິຕາ​ລີ ຍັງ​ມີເມືອງ​ສຳຄັນ ​ແລະ ​ແຫ​ລ່ງທ່ອງ​ທ່ຽວ ​ເປັນ​ຕົ້ນ​ແມ່ນ ນະຄອນຫລວງ ​ໂຣມ ​ເປັນ​ເມືອງ​ໃຫຍ່​ສຸດ​ຂອງ ​ແຄວ້ນ​ຊີ​ໂອ ​ແລະ ປະ​ເທດ​ ອິຕາ​ລີ ຕັ້ງ​ຢູ່​ທາງ​ພາກ​ກາງ ຂອງ​ປະ​ເທດ ມີ​ປະຫວັດ​ສາດ​ ອັນ​ຍາວ​ນານ​ ກວ່າ 2.800 ປີ ​ແລະ ​ເປັນ​ທີ່​ຕັ້ງຂອງ ນະຄອນ ​ລັດ​ວາ​ຕິ​ກັນ ຊຶ່ງ​ເປັນ​ດິນ​ແດນ​ ປະ​ທັບ​ຂອງ ພະ​ສັນຕະປາປາ​ແຫ່ງ ສາສະໜາ​ຄຣິສດ ນິກາຍ​ໂຣມັນ​ຄາ​ທໍ​ລິກ ອິກດ້ວຍ; ​ໂຄ​ລໍ​ສຊຽມ (Colloseum) ​ເປັນ​ສະໜາມກິລາ ​ກາງ​ແຈ້ງ ຂະໜາດ​ໃຫຍ່ ຕັ້ງ​ຢູ່​ໃຈກາງ ນະຄອນຫລວງ​ໂຣມ ຊຶ່ງ​ໄດ້​ຄັດ​ເລືອກ​ ໃຫ້​ເປັນ 1​ໃນ7​ ສິ່ງ​ມະຫັດສະຈັນ​ ຂອງ​ໂລກ​ຍຸດ​ໃໝ່; ພະຣາສະ​ວັງ ວາ​ຕິ​ກັນ(Vatican Palace); ນໍ້າພຸ​ເທວີ(Trevi Fountain) ​ແລະ ​ແຫ່ງ​ອື່ນໆ.

ໂດຍ:ດາວັນ

KPL

ຂ່າວອື່ນໆ

    • ປະເທດ ກຳປູເຈຍອາຊຽນ ASEAN

      ປະເທດ ກຳປູເຈຍ

      11/10/2025 1:05:25 PM

      ເນື່ອງໃນໂອກາດ ວັນຊາດ ກຳປູເຈຍ (Cambodia) ຫລື ຣາຊະອານາຈັກ ກຳປູເຈຍ (Kingdom of Cambodia) ຄົບຮອບ 72 ປີ (9/11/1953-9/11/2025). ໂດຍມີ ນະຄອນຫລວງ ຊື່ວ່າ: ພະນົມເປັນ (Phanompenh), ຕັ້ງຢູ່ໃນເຂດອາຊີ ທາງພາກຕາເວັນອອກສຽງໃຕ້ ມີຊາຍແດນ ທາງທິດໃຕ້ຕິດກັບ ອ່າວໄທ, ທິດຕາເວັນຕົກ ຕິດກັບ ໄທ; ທິດເໜືອຕິດກັບ ລາວ ແລະ ໄທ

    • ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນອາຊຽນ ASEAN

      ກອງປະຊຸມສຸດຍອດ ອາຊຽນ-ອິນເດີຍ ແລະ ອາຊຽນ-ຍີ່ປຸ່ນ

      10/29/2025 4:39:24 PM

      ທ່ານ ຟ້າມມິນຈິງ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມກັບ ການນຳ ອາຊຽນ ແລະ ທ່ານ ນາເຣັນດຣາ ໂມດີ(Narendra Modi), ນາຍົກລັດຖະມົນຕີ ອິນ ເດຍ ໄດ້ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອາຊຽນ-ອິນເດຍ ຄັ້ງທີ 22 ຢູ່ນະຄອນຫລວງ ກົວລາລຳເປີ

    • ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28ອາຊຽນ ASEAN

      ກອງປະຊຸມສຸດຍອດຈີນ-ອາຊຽນ ຄັ້ງທີ 28

      10/29/2025 4:13:58 PM

      ສປ ຈີນ​ ຍິນ​ດີ​ ຮ່ວມ​ກັບ ​ບັນ​ດາ​ປະ​ເທດ​ ອາ​ຊຽນ ເຊື່ອມ​ຕໍ່ ​ຍຸດ​ທະ​ສາດ ​ການ​ພັດ​ທະ​ນາ​, ຈັດ​ຕັ້ງປະ​ຕິ​ບັດ “ແຜນ​ດຳ​ເນີນ​ງານ ​ການ​ພົວ​ພັນ ​ຄູ່​ຮ່ວມ​ຍຸດ​ທະ​ສາດ ​ຮອບ​ດ້ານ​ຈີນ-ອາ​ຊຽນ(2026-2030)” ໃຫ້​ດີ ແລະ ຊຸກ​ຍູ້​ການ​ສ້າງ​ ປະ​ຊາ​ຄົມ​ ຮ່ວມ​ຊາ​ຕາ​ກຳ ​ຈີນ-ອາ​ຊຽນ ​ທີ່​​ແໜ້ນ​ແຟ້ນ​ກວ່າ​ເກົ່າ.

    • ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການອາຊຽນ ASEAN

      ສປ ຈີນ-ອາຊຽນ ລົງນາມ ອະນຸສັນຍາ ວ່າດ້ວຍ ເຂດການຄ້າເສລີ ສະບັບ 3.0 ຢ່າງເປັນທາງການ

      10/29/2025 4:06:51 PM

      ໃນ​ໄລ​ຍະ​ຈັດ​ ກອງ​ປະ​ຊຸມ ​ສຸ​ດຍອດ​ ອາ​ຊຽນ ​ຄັ້ງ​ທີ 47 ​ຢູ່​ນະ​ຄອນ​ຫລວງ ​ກົວ​ລາ​ລຳ​ເປີ​ ປະ​ເທດ​ ມາ​ເລ​ເຊຍ, ສປ ຈີນ​ ແລະ ອາ​ຊຽນ​ ໄດ້​ລົງ​ນາມ ອະ​ນຸ​ສັນ​ຍາ​ ວ່າ​ດ້ວຍ ​ເຂດ​ການ​ຄ້າ​ເສ​ລີ​ ສະ​ບັບ 3.0 ຢ່າງ​ເປັນ​ທາງ​ການ.

    • ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອາຊຽນ ASEAN

      ນາຍົກລັດຖະມົນຕີ ຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ກອງປະຊຸມສຸດຍອດ ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

      10/28/2025 9:51:29 AM

      ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ, ປະເທດມາເລເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງຢ່າງເປັນທາງ ການໂດຍການເປັນປະທານ ຂອງທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ.

ads
ads

Top