ບໍລິສັດ ຈີນຕ້າຖັງ ຮ່ວມພັດທະນາຄຸນນະພາບຊີວິດປະຊາຊົນໃຫ້ເຂັ້ມແຂງ

16/10/2023 16:26
Email Print 616
ຂປລ ຂປລ. ກຸ່ມບໍລິສັດຈີນຕ້າຖັງຈໍາກັດ ເປັນໜຶ່ງໃນ 500 ບໍລິສັດທີ່ເຂັ້ມແຂງຂອງໂລກ, ໄລຍະການພັດທະນາໂຄງການໃນ ສປປ ລາວ, ຍັງຢຶດໝັ້ນແນວຄິດ “ສະໜອງພະລັງງານສະອາດ, ພັດທະນາຄຸນນະພາບຊີວິດ ຂອງປະຊາຊົນໃຫ້ເຂັ້ມແຂງ”, ສົ່ງເສີມສ້າງວັດທະນະທໍາ ທ້ອງຖິ່ນ, ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຢ່າງຫ້າວຫັນ, ຮ່ວມມືກັບທຸກພາກສ່ວນ.




ຂປລ. ກຸ່ມບໍລິສັດຈີນຕ້າຖັງຈໍາກັດ ເປັນໜຶ່ງໃນ 500 ບໍລິສັດທີ່ເຂັ້ມແຂງຂອງໂລກ, ໄລຍະການພັດທະນາໂຄງການໃນ ສປປ ລາວ, ຍັງຢຶດໝັ້ນແນວຄິດ “ສະໜອງພະລັງງານສະອາດ, ພັດທະນາຄຸນນະພາບຊີວິດ ຂອງປະຊາຊົນໃຫ້ເຂັ້ມແຂງ”, ສົ່ງເສີມສ້າງວັດທະນະທໍາ ທ້ອງຖິ່ນ, ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຕໍ່ສັງຄົມຢ່າງຫ້າວຫັນ, ຮ່ວມມືກັບທຸກພາກສ່ວນ ເພື່ອສ້າງເອກະລັກ, ຄວາມເຊື່ອໝັ້ນ“ ກະທັດຮັດ ແລະ ສວຍງາມ”, ຮ່ວມກັນພັດທະນາ ຄຸນນະພາບຊີວິດໃຫ້ເຂັ້ມແຂງໃນທຸກດ້ານ.

ເມື່ອບບໍ່ນານມານີ້, ອາຈານ ແລະ ນັກສຶກສາ ຈາກພາກວິຊາໄຟຟ້າພະລັງງານນໍ້າ ຄະນະວິສະວະກໍາສາດມະຫາວິທະຍາໄລແຫ່ງຊາດລາວ ຈໍານວນ 10 ກວ່າທ່ານ ໄດ້ເຂົ້າຮ່ວມກິດຈະກໍາແລກປ່ຽນໄວໜຸ່ມ ຍຸກໃໝ່ “Gen Z ”, ເຊິ່ງຈັດໂດຍກຸ່ມບໍລິສັດຕ້າຖັງ. ພາຍໃນ ກິດຈະກໍາໄດ້ເຜີຍແຜ່ວິດີໂອ “ໜຶ່ງແລວໜຶ່ງເສັ້ນທາງ”, ຮັບຟັງແນວຄວາມຄິດການພັດທະນາ ແລະ ຜົນສໍາເລັດຂອງບໍລິສັດຕ້າຖັງ, ພ້ອມແລກປ່ຽນຄວາມຮູ້ລະຫວ່າງໄວໜຸ່ມ ລາວ-ຈີນແບບເຊິ່ງໜ້າ, ຮັບຮູ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ແລະ ແນວຄິດການພັດທະນາສີຂຽວ. ໃນໄລ ຍະເວລາ10 ກວ່າປີຜ່ານມາ, ກຸ່ມບໍລິສັດຕ້າຖັງໄດ້ຈັດເວທີແລກປ່ຽນຫລາຍເວທີ ໃນວັນສໍາຄັນຕ່າງໆເຊັ່ນ: ວັນແມ່ຍິງສາກົນ, ວັນກໍາມະກອນສາກົນ, ວັນຊາດລາວ ແລະ ອື່ນໆ, ເພື່ອແລກປ່ຽນກັບທຸກພາກສ່ວນໃນສັງຄົມ, ສ້າງຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນຢ່າງຕໍ່ເນື່ອງ, ສ້າງ ສາຍສໍາພັນທີ່ເລິກເຊິ່ງ ແລະ ສົ່ງເສີມການພັດທະນາການຮ່ວມມືໃຫ້ດີຍິ່ງຂຶ້ນ.



ທ່ານ ນາງ ຢາງນາ ພະນັກງານໄວໜຸ່ມຂອງກຸ່ມບໍລິສັດຕ້າຖັງ ຮັບຜິດຊອບເປັນວິທະຍາກອນ ບັນຍາຍໃນຫ້ອງຮຽນທີ່ມີຊື່ວ່າ “ ຫ້ອງຮຽນດາວພະສຸກ ”, ໄດ້ບັນຍາຍໃນຫົວຂໍ້ "ສ່ອງແສງໃຫ້ໂລກສົດໃສ, ຈຸດປະກາຍຄວາມຝັນ" ໃຫ້ນ້ອງນັກຮຽນຊັ້ນປະຖົມປີທີ 5 ໂຮງຮຽນປະ ຖົມບ້ານຈຳປາ ເມືອງສີໂຄດ ນະຄອນຫລວງວຽງຈັນ, ໃນຫ້ອງຮຽນໄດ້ສະແດງພາບທີ່ສວຍງາມຂອງການພັດທະນາສີຂຽວ, ປູກຝັງແນວຄິດການພັດທະນາສີຂຽວໃນຫົວໃຈນ້ອງນັກຮຽນ, ເພື່ອເປັນການກະຕຸກຊຸກຍູ້ໃຫ້ນັກຮຽນຕັ້ງໃຈສຶກສາຮໍ່າຮຽນ ແລະ ກ້າວໄປສູ່ຄວາມຝັນ ຂອງ ຕົນ.  ເປັນເວລາຫລາຍກວ່າສິບປີ, ກຸ່ມບໍລິສັດຕ້າຖັງໄດ້ຈັດກິດຈະກຳ " ຫ້ອງຮຽນດາວພະສຸກ " ຢູ່ຫລາຍໂຮງຮຽນ ໃນນະຄອນຫລວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງໄຊຍະບູລີ, ໂດຍໄດ້ເລົ່າເຖິງແນວຄິດ ການພັດທະນາສີຂຽວ ແລະ ໝາກຜົນການພັດທະນາສີຂຽວຂອງ " ໜຶ່ງແລວໜຶ່ງເສັ້ນທາງ ", ພ້ອມພານ້ອງນັກຮຽນມີສ່ວນຮ່ວມຢ່າງຫ້າວຫັນ ໃນການພັດທະນາສີຂຽວ ແລະ ຮ່ວມສ້າງພາຍໃນຮົ້ວບ້ານໃຫ້ສວຍສົດງົດງາມ.





ໃນໂອກາດວັນສຳຄັນ ແລະ ບຸນປະເພນີ ກຸ່ມບໍລິສັດຕ້າຖັງຈີນ ໄດ້ມອບເຄື່ອງໃຊ້ປະຈໍາວັນ ແລະ ເຄື່ອງໃຊ້ສຳລັບການຮຽນ, ເຄື່ອງກິລາໃຫ້ໂຮງຮຽນປະຖົມບ້ານດັ່ງກ່າວ, ເພື່ອເປັນການຊຸກຍູ້ສົ່ງເສີມໃຫ້ນ້ອງນັກຮຽນ ໄດ້ຕັ້ງໃຈສຶກສາຮໍ່າຮຽນ, ເປັນຄົນດີຂອງສັງຄົມ ແລະ ປະ ກອບສ່ວນ ໃນການສ້າງສາພັດທະນາປະເທດຊາດ. ປັດຈຸບັນ, ກຸ່ມບໍລິສັດຕ້າຖັງຈີນ ຈະສືບຕໍ່ປະຕິບັດແຜນການເຄື່ອນໄຫວ ຄູ່ຮ່ວມຊາຕາກໍາຢ່າງເລິກເຊິ່ງ, ຊຸກຍູ້ເສດຖະກິດ, ປົກປັກຮັກສາສິ່ງແວດລ້ອມ, ສ້າງຄວາມສະຫງົບສຸກ ໃຫ້ແກ່ປະຊາຊົນ ແລະ ລົງເລິກການຮ່ວມມື ກັບທຸກ ພາກສ່ວນທາງດ້ານເຕັກໂນໂລຊີ, ດ້ານຊັບພະຍາກອນມະນຸດ. ທັງນີ້, ເພື່ອເປັນການຊຸກຍູ້ ການພັດທະນາເສດຖະກິດສີຂຽວ ແລະ ຄຸນນະພາບຊີວິດທີ່ດີ.



KPL

ຂ່າວອື່ນໆ

    • ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024ວັດທະນະທຳ-ສັງຄົມ

      ຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫວງ ຈັດກອງປະຊຸມປະຈໍາປີ 2024

      3/14/2025 3:19:15 PM

      ຂປລ. ກອງປະຊຸມ ຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2024 ຈັດຂຶ້ນໃນວັນທີ 13 ມີນາ 2025 ຢູ່ແຂວງຄຳມ່ວນ ພາຍໃຕການເປັນປະທານຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດ ວັດທະນະທຳ-ສັງຄົມ, ປະທານຄະນະກໍາມະການແຫ່ງຊາດ ດ້ານຄວາມ ປອດໄພທາງຫລວງ, ມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫລວງວຽງຈັນ ແລະ ຮອງເຈົ້າແຂວງ, ຫົວໜ້າກົມ ແລະ ຕາງໜ້າຄະນະກໍາມະການ ດ້ານຄວາມປອດໄພທາງຫລວງ ຈາກບັນດາແຂວງ-ນະຄອນຫລວງວຽງຈັນ ແລະ ຜູ້ຕາງໜ້າຈາກທະນາຄານໂລກ ເຂົ້າຮ່ວມ.

    • ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດວັດທະນະທຳ-ສັງຄົມ

      ຢຸດຕິຖາວອນ ການອອກອະນຸຍາດ ຂຸດຄົ້ນ ແຮ່ຄໍາຕົກຂ້ອນ ທຸກຮູບແບບໃນທົ່ວປະເທດ

      3/13/2025 7:06:43 PM

      ຂປລ. ​ວັນ​ທີ 7 ມີນາ 2025 ຜ່ານ​ມາ, ທ່ານນາຍົກລັດຖະມົນຕີ ອອກຄໍາສັ່ງເລກທີ 06/ນຍ ລົງ ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາ ແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງ ການຂຸດຄົ້ນແຮ່ທາດຕ່າງໆ ໃນຂອບເຂດທົ່ວປະເທດ. ໃນ​ນັ້ນ, ໃຫ້ຢຸດຕິຖາວອນ ການອອກອະນຸຍາດ ໃຫ້ຂຸດຄົ້ນແຮ່ຄໍາຕົກຂ້ອນ ທຸກຮູບແບບໃນຂອບເຂດທົ່ວປະເທດ ​ໂດຍໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຈັດຕັ້ງປະຕິບັດ

    • ນາຍົກລັດຖະມົນຕີ  ເຂົ້າຮ່ວມພິທີມອບ-ຮັບ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ວັດທະນະທຳ-ສັງຄົມ

      ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບ ອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ

      3/13/2025 7:03:03 PM

      ຂປລ. ພິທີມອບ-ຮັບອາຄານນອນຄົນເຈັບ ໂຮງໝໍແຂວງຈໍາປາສັກ ຫລັງໃໝ່ ຈັດ​ຂຶ້ນ​ໃນວັນທີ 12 ມີນາ 2025 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີຫົວໜ້າພະແນກສາທາລະນະສຸກແຂວງຈຳປາສັກ, ຜູ້ອຳນວຍການໂຮງໝໍ ແຂວງຈຳປາສັກ, ມີການນຳຈາກສູນກາງ, ການນໍາເເຂວງ, ພະເເນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານແພດ-ໝໍ ແລະ ຄະນະຮັບຜິດຊອບໂຄງການເຂົ້າຮ່ວມ

    • ນວ ຫາລືແກ້ໄຂບັນຫາການສະໜອງ ນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້ວັດທະນະທຳ-ສັງຄົມ

      ນວ ຫາລືແກ້ໄຂບັນຫາການສະໜອງ ນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້

      3/13/2025 11:35:59 AM

      ຂປລ. ໃນວັນທີ 12 ມີນາ 2025 ຜ່ານ​ມາ, ອົງການປົກຄອງນະຄອນຫລວງວຽງຈັນ (ນວ) ແລະ ລັດວິສະກິດນ້ຳປະປາ ນວ ຈັດກອງປະຊຸມປຶກສາຫາລື ເພື່ອຊອກຫາວິທີແກ້ໄຂ ການສະໜອງນ້ຳປະປາ ບໍ່ພຽງພໍກັບການຊົມໃຊ້ ຕາມຕົວເລກການຜະລິດຂອງໂຮງງານ 6 ແຫ່ງ ໄດ້ພຽງ 348.000 ແມັດກ້ອນຕໍ່ມື້ ເຊິ່ງຕາມຄວາມຕ້ອງ ການຕົວຈິງແມ່ນ 400.000 ແມັດກ້ອນຕໍ່ມື້

    • ຈັດກິດຈະກຳຮັບບໍລິຈາກເລືອດ ຊ່ວຍເຫລືອ ສັງຄົມ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດວັດທະນະທຳ-ສັງຄົມ

      ຈັດກິດຈະກຳຮັບບໍລິຈາກເລືອດ ຊ່ວຍເຫລືອ ສັງຄົມ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ

      3/13/2025 11:14:51 AM

      ຂປລ. ກະຊວງປ້ອງກັນຄວາມສະຫງົບ (ປກສ) ຮ່ວມກັບສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ຈັດກິດຈະກຳຮັບບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ແບບສະໝັກໃຈ, ບໍ່ຮຽກຮ້ອງສິ່ງຕອບແທນ ໃນວັນທີ 12 ມີນາ 2025

ads
ads

Top