ການວາງແຜນຄອບຄົວ ຊ່ວຍຫລຸດ ຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ

11/10/2023 13:37
Email Print 4206
ຂປລ ຂປລ. ແມ່ຍິງ ແລະ ໄວໜຸ່ມ ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸະພາບຈະເລີນ, ການວາງແຜນຄອບຄົວ ເຮັດໃຫ້ມີບັນຫາ ແລະ ອັດຕາການຖືພາ ທີ່ບໍ່ຕັ້ງໃຈ ທີ່ສູງຂຶ້ນ ເຊິ່ງຈະນຳໄປສູ່ການ ເອົາລູກອອກທີ່ບໍ່ປອດໄພ ແລະ ບັນຫາສຸຂະພາບຂອງແມ່ ແລະ ເດັກນ້ອຍທີ່ຕາມມາ.

ຂປລ. ແມ່ຍິງ ແລະ ໄວໜຸ່ມ ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸະພາບຈະເລີນ, ການວາງແຜນຄອບຄົວ ເຮັດໃຫ້ມີບັນຫາ ແລະ ອັດຕາການຖືພາ ທີ່ບໍ່ຕັ້ງໃຈ ທີ່ສູງຂຶ້ນ ເຊິ່ງຈະນຳໄປສູ່ການ ເອົາລູກອອກທີ່ບໍ່ປອດໄພ ແລະ ບັນຫາສຸຂະພາບຂອງແມ່ ແລະ ເດັກນ້ອຍທີ່ຕາມມາ. ສະນັ້ນ, ການວາງແຜນຄອບຄົວ ທີ່ຖືກຕ້ອງ ຈະຊ່ວຍຫລຸດຜ່ອນ ອັດຕາການຕາຍຂອງ ແມ່ ແລະ ເດັກໄດ້.

ທ່ານ ນາງ ດວງຕາ ເລືອງວິໄລ ຮອງຫົວໜ້າພະແນກ ສາທາລະນະສຸກ ແຂວງບໍລິຄຳໄຊ, ຜູ້ຊີ້ນຳວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພະແນກ ສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງປະຕິບັດວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະ ແມ່ນວຽກງານສຸຂະພາບຈະເລີນພັນ, ມາຮອດປັດຈຸບັນ ໄດ້ເຄື່ອນໄຫວ ເຊື່ອມສານ ວຽກງານດັ່ງກ່າວເຂົ້າກັບວຽກແມ່ ແລະ ເດັກ ໂດຍການໃຫ້ບໍລິການກັບທີ່ ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ. ນອກນັ້ນ, ກໍໄດ້ເຄື່ອນທີ່ລົງບ້ານເຊື່ອມສານ 6 ຄັ້ງຕໍ່ປີ ໂດຍເນັ້ນໃສ່ ໂຄສະນາເຜີຍແຜ່ຂໍ້ມູນ, ຄວາມຮູ້ກ່ຽວກັບວຽກງານ ສຸຂະພາບຈະເລີນພັນ ໄປພ້ອມໆກັນ ໃຫ້ແກ່ປະຊາຊົນ ແລະ ກຸ່ມເປົ້າໝາຍຢ່າງທົ່ວເຖິງ ເຊິ່ງສາມາດເຮັດໃຫ້ອັດຕາ ການຕາຍຂອງແມ່ ແລະ ເດັກຫລຸດລົງໃນທຸກໆປີໄດ້. ເຖິງຢ່າງໃດກໍຕາມ, ການວາງແຜນຄອບຄົວພາຍໃນແຂວງ ຍັງມີອັດຕາທີ່ຕໍ່າ, ​ແມ່ຍິງຖືພາ ແລະ ເກີດລູກອາຍຸຍັງນ້ອຍ, ການເຂົ້າເຖິງ ກຸ່ມເປົ້າໝາຍໄວໜຸ່ມ ໃນການໃຫ້ຄວາມຮູ້ກ່ຽວກັບ ສຸຂະພາບຈະເລີນພັນ ແລະ ການປ້ອງກັນການຖືພາ ແລະ ກ່ຽວກັບເພດສຶກສາ ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ.

ຕາມບົດລາຍງາຍ ສະຖານະພາບປະຊາກອນໂລກ ປີ 2022 ສະແດງໃຫ້ເຫັນເຖິງຜົນກະທົບ ດ້ານສຸຂະພາບຈະເລີນພັນ ໃນທົ່ວໂລກ ກໍຄື ໃນ ສປປ ລາວ ເຊິ່ງການຖືພາທີ່ບໍ່ຕັ້ງໃຈ ມີເຖິງ 61% ​ໂດຍຈະຢຸດຕິການຖືພາດ້ວຍການເອົາລູກອອກ, ນັ້ນແມ່ນບັນຫາທີ່ສຳຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນ ເຊິ່ງເປັນສິ່ງທ້າທາຍ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານ ເພື່ອໃຫ້ບັນລຸການຈັດຕັ້ງ ປະຕິບັດແຜນດໍາເນີນງານ ວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD) ແລະ ວາລະການພັດທະນາແບບຍືນຍົງ ຮອດປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການປ່ຽນແປງທີ່ສໍາຄັນ ຄື: ຢຸດ ຕິການຕາຍຂອງແມ່, ຢຸດຕິຄວາມຕ້ອງການ ໃນການວາງແຜນຄອບຄົວ ທີ່ບໍ່ໄດ້ຕອບສະໜອງ ແລະ ລຶບ ລ້າງຄວາມຮຸນແຮງໂດຍອີງໃສ່ເພດ.

ຂ່າວ-ພາບ: ກິດຕາ.

KPL

ຂ່າວອື່ນໆ

    • ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີສາທາລະນະສຸກ

      ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອໂຄງການກໍ່ສ້າງໂຮງໝໍນ້ອຍຢູ່ແຂວງໄຊຍະບູລີ

      10/21/2026 9:49:13 AM

      ເມື່ອບໍ່ດົນມານີ້, ລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອລ້າມູນຄ່າ 109.000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ”

    • ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທສາທາລະນະສຸກ

      ອົງການກາແດງແຫ່ງຊາດລາວເຄື່ອນໄຫວຮັບບໍລິຈາກເລືອດຢູ່ ຮວຜທ

      10/21/2026 9:31:36 AM

      ສະຖາບັນເລືອດແຫ່ງຊາດ ອົງການກາແດງແຫ່ງຊາດລາວ ໄດ້ເຄື່ອນໄຫວຮັບບໍລິຈາກເລືອດແບບສະໝັກໃຈຢູ່ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ (ຮວຜທ) ໃນວັນທີ 20 ຕຸລາ 2026 ໂດຍມີ ສະຫາຍ ພັນໂທ ທອງສຸກ ອຸດົມພອນ ຮອງຫົວໜ້າຫ້ອງພະລາທິການ-ເຕັກນິກ ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ, ສະຫາຍ ພັນໂທ ເພັດສະໝອນ ແກ້ວສຸວັນ ຜູ້ປະສານງານວຽກງານບໍລິຈາກເລືອດຂອງກອງທັບ, ທ່ານ ສຸລິນ ສີປະມວນ ຫົວໜ້າພະແນກເກັບຮັກສາ ແລະ ແຈກຈ່າຍເລືອດ, ພ້ອມດ້ວຍພະນັກງານ-ນັກຮົບ, ນ້ອງນັກຮຽນ, ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

    • ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026ສາທາລະນະສຸກ

      ຄະນະຜູ້ແທນກະຊວງສາທາລະນະສຸກເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026

      10/21/2026 9:24:44 AM

      ໃນອາທິດຜ່ານມາ, ທີ່ນະຄອນຫຼວງປັກກິ່ງ ສປ ຈີນ, ທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມການແພດພື້ນເມືອງໂລກ ປີ 2026 (The World Conference on Traditional Medicine 2026), ມີຜູ້ຕາງໜ້າການນຳກະຊວງສາທາລະນະສຸກ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ສະຖາບັນຄົ້ນຄວ້າ, ຊ່ຽວຊານ, ນັກຄົ້ນຄວ້າ ແລະ ພາກສ່ວນທຸລະກິດຈາກທົ່ວໂລກ ເຂົ້າຮ່ວມ.

    • ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາສາທາລະນະສຸກ

      ກຽມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ 17-24 ຕຸລາ

      10/19/2026 9:59:20 AM

      ໃນທຸກໆປີ ສປປ ລາວ ໄດ້ຮ່ວມກັບປະຊາຄົມໂລກ ພ້ອມກັນສະເຫຼີມສະຫຼອງວັນສຳຄັນທີ່ຕິດພັນກັບວຽກງານດັ່ງກ່າວ ຊຶ່ງອົງການອາຫານ ແລະ ການກະເສດ ຂອງສະຫະປະຊາຊາດ (FAO) ໄດ້ກຳນົດເອົາວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກຳນົດເອົາວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ແລະ ສປປ ລາວ ກໍໄດ້ກຳນົດເອົາວັນທີ 17-24 ຕຸລາ ຂອງທຸກໆປີ ເປັນສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 2003 ເປັນຕົ້ນມາ.

    • ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າສາທາລະນະສຸກ

      ເປີດບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ອາຍຸສູງໂດຍບໍ່ເສຍຄ່າ

      10/14/2026 9:54:29 AM

      ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ຮ່ວມກັບບັນດາອົງການຈັດຕັ້ງສາກົນ ຈັດກິດຈະກຳບໍລິການກວດສຸຂະພາບຕາ ແລະ ແຈກແວ່ນຕາໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ກິດຈະກຳກວດວັດແທກສາຍຕາໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ປະຊາຊົນຜູ້ທີ່ມີບັນຫາທາງສາຍຕາ ໃນວັນທີ 13 ຕຸລາ 2026 ທີ່ຫ້ອງການປົກຄອງເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ດຣ. ນາງ ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ບົວໃສ ລຸນນະວົງສາ ຄະນະປະຈຳພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຫາດຊາຍຟອງ, ທ່ານ ດຣ. ຄຳຄູນ ໂຫຼານຸພາບ ຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ, ພ້ອມດ້ວຍພໍ່ແມ່ປະຊາຊົນ ເຂົ້າຮ່ວມ.

ads
ads

Top