ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ຊຸກຍູ້ວຽກ​ງານຢູ່ໄຊຍະບູລີ

08/02/2023 15:00
Email Print 8765
ຂປລ ຂປລ. ໃນລະຫວ່າງ ວັນທີ 5-6 ກຸມພາ 2023, ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ເພື່ອຮັບຟັງຄວາມຄິດຄວາມເຫັນ ຂອງປະຊາຊົນ, ອໍານາດການປົກ ຄອງທ້ອງຖິ່ນ

 ຂປລ. ໃນລະຫວ່າງ ວັນທີ 5-6 ກຸມພາ 2023, ທ່ານ  ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ສະພາແຫ່ງຊາດ ພ້ອມຄະນະ ເຄື່ອນໄຫວເຮັດວຽກຢູ່ແຂວງໄຊຍະບູລີ ເພື່ອຮັບຟັງຄວາມຄິດຄວາມເຫັນ ຂອງປະຊາຊົນ, ອໍານາດການປົກ ຄອງທ້ອງຖິ່ນ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ ກ່ຽວກັບການພັດທະນາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຂອງບໍລິສັດ ມໍລະກົດ ເປນຊຽນ ບໍ່ແຮ່ ຈຳກັດ, ພ້ອມທັງເກັບກຳຂໍ້ມູນ ແລະ ລົງເບິ່ງພື້ນທີ່ຕົວຈິງ ກ່ຽວກັບທີ່ດິນປ່າໄມ້ທຳມະຊາດທີ່ລັດຖະ ບານ ສະເໜີຂໍຫັນປ່ຽນໄປເປັນທີ່ດິນອຸດສາຫະກຳ ລັກສະນະຊົ່ວຄາວ ແລະ ລັກສະນະຖາວອນ ທີ່ໄດ້ສັງລວມລາຍງານຕໍ່ກອງປະຊຸມ ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ ໃນເດືອນມັງກອນຜ່ານມາ.
  ​ໂອກາດ​ນີ້,
ທ່ານ  ລິນຄຳ ດວງສະຫວັນ ກໍໄດ້ເຂົ້າຮ່ວມກອງປະຊຸມຕິດຕາມກວດກາ ແລະ ຊຸກ ຍູ້ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນ ແລະ ໂຄງການລົງທຶນດ້ານພະລັງງານ ແລະ ບໍ່ແຮ່, ໄດ້ຮັບຟັງການລາຍງານກ່ຽວກັບສະພາບ ການລົງທຶນດ້ານພະລັງງານ ແລະ ບໍ່ແຮ່ແຂວງ; ການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ຕິດພັນກັບວຽກງານຂົງເຂດພະລັງງານ ແລະ ບໍ່ແຮ່; ການຟື້ນຟູປ່າ ແລະ ປູກປ່າທົດແທນຄືນພື້ນທີ່ປ່າໄມ້ທຳມະຊາດ ທີ່ຖືກໂຄງການພັດທະນາໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່; ການຊົດເຊີຍຜົນກະທົບໃຫ້ປະຊາຊົນທີ່ຖືກຜົນກະທົບ ຈາກໂຄງການພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່, ຕິດພັນກັບບັນຫາຜົນກະທົບຈາກການພັດທະນາໂຄງການດັ່ງກ່າວ. ພ້ອມນັ້ນ, ຜູ້ເຂົ້າຮ່ວມກໍໄດ້ປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມ ເພື່ອຊອກຫາທິດທາງ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ສັງຄົມຂອງແຂວງ ກໍຄື ຂອງຊາດ ໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.
  ຈາກ​ນັ້ນ,
ທ່ານ ລິນຄຳ ດວງສະຫວັນ ພ້ອມຄະນະ ຍັງໄດ້ລົງພື້ນທີ່ຕົວຈິງໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ຄຳ ຢູ່ເຂດບ້ານໂພນສະຫວັນ ເມືອງປາກລາຍ, ພ້ອມທັງຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບການລິເລີ່ມຈັດຕັ້ງປະຕິບັດພັດທະນາໂຄງການ ​ໂດຍ​ທ່ານ​ໄດ້ສະແດງຄວາມເປັນຫ່ວງເປັນໄຍ ຕໍ່ລະ ບົບນິເວດທຳມະຊາດ ແລະ ສະເໜີໃຫ້ໂຄງການເອົາໃຈໃສ່ ຕໍ່ບັນຫາດັ່ງກ່າວ, ໃຫ້ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນຊຸມຊົນ, ສ້າງຖະໜົນຫົນທາງ ເພື່ອໃຫ້ປະຊາຊົນໄປມາສະດວກສະບາຍ ສ້າງເງື່ອນໄຂອຳນວຍຄວາມສະດວກການຂົນສົ່ງການຜະລິດເປັນສິນຄ້າ.

 

KPL

ຂ່າວອື່ນໆ

    • ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳເສດຖະກິດ

      ສຳເລັດໂຄງການກໍ່ສ້າງທໍ່ຂົນສົ່ງບໍ່ນ້ຳຮ້ອນປຸ່ງເລາະ ຫາເຂດເສດຖະກິດພິເສດສາມຫລ່ຽມຄຳ

      6/30/2025 11:08:40 AM

      ຂປລ. ເຂດເສດຖະກິດພິເສດສາມຫລ່ຽມຄຳ ຈັດພິທີວາງສີລາລືກໂຄງການກໍ່ສ້າງບໍ່ນ້ຳຮ້ອນປຸ່ງເລາະ ທີ່ມີທໍ່ສົ່ງນ້ຳຍາວເກືອບ 50 ກິໂລແມັດ ໄດ້ຖືກນຳມານຳໃຊ້ຢ່າງເປັນທາງການ ໃນວັນທີ 27 ມິຖຸນາ 2025 2025 ແລະ ສຳເລັດການນຳສົ່ງນ້ຳພຸຮ້ອນທຳມະຊາດປຸ່ງເລາະ ເຖິງເຂດເສດຖະກິດພິ ເສດສາມຫລ່ຽມຄຳ, ຮັບປະກັນແຫລ່ງຊັບພະຍາກອນຫລັກ ໃຫ້ເຂດເສດຖະກິດພິເສດສາມຫລ່ຽມຄຳ ເພື່ອສ້າງໂຄງການທ່ອງທ່ຽວນ້ຳພຸຮ້ອນ ໂດຍມີ ທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ທ່ານ ຄຳພະຫຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ, ທ່ານ ກ່າວ ຫລົງ ຮອງປະທານສະພາບໍລິຫານເຂດເສດຖະ ກິດພິເສດສາມຫລ່ຽມຄຳ, ທ່ານ ເວີ້ຍ ຈ້ຽນ ອຳນວຍການກຸ່ມບໍລິສັດດອກງິ້ວຄຳຈຳກັດ, ທ່ານ ຢາງ ຢົ່ງ ຜູ້ຮັບຜິດຊອບ ບໍລິສັດ ບຳລຸງຮັບສາສຸຂະພາບຊານຕົງຈູນຊ້ວງ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    • 6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%ເສດຖະກິດ

      6 ເດືອນຕົ້ນປີ ເສດຖະກິດໄຊສົມບູນ ຂະຫຍາຍຕົວ 8%

      6/24/2025 9:29:45 AM

      ໃນໄລຍະ 6 ເດືອນຕົ້ນປີຜ່ານມາ, ແຂວງໄຊສົມບູນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ.

    • ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານເສດຖະກິດ

      ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ບ້ານພ້າວໃຫຍ່ ສ້າງຄວາມເຂັ້ມແຂງໄດ້ຫລາຍດ້ານ

      5/28/2025 3:57:55 PM

      ປລ. ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ທ່ານ ພັນໄຊ ອິງໄຊ ຮອງຫົວໜ້າກົມສົ່ງເສີມກະສິກຳ ແລະ ສະຫະກອນ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ສິນໄຊ ເພັດແພງລາສີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ພ້ອມດ້ວຍຫົວໜ້າໂຄງການ ສົ່ງເສີມລະບົບຕ້ອງໂສ້ ການຜະລິດກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ (ຄສກສ) ແລະ ທີມງານ ຂັ້ນສູນກາງ ເຄື່ອນໄຫວຢ້ຽມຢາມ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ ຢູ່ບ້ານພ້າວໃຫຍ່ ເມືອງສາລະວັນ ແຂວງສາລະວັນ.

    • ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບເສດຖະກິດ

      ຂະບວນລົດໄຟຈີນ-ລາວທີ່ແລ່ນໃນໄຕມາດທໍາອິດເພີ່ມຂຶ້ນ 40% ທຽບໃສ່ໄລຍະດຽວກັນ, ເມືອງເສີນຕູ ພວມເລັ່ງກໍ່ສ້າງເສັ້ນທາງທອງຄໍາ ອາຊີ-ເສີນຕູ-ເອີຣົບ

      4/29/2025 1:49:21 PM

      ຂປລ. ຢູ່ສູນວາງສະແດງທ່າກຳປັ່ນລົດໄຟສາກົນເສີນຕູ, ຂະບວນລົດໄຟສາກົນທີ່ກຳລັງແລ່ນຢູ່ໄດ້ສະແດງໃຫ້ເຫັນຜ່ານໜ້າຈໍໃຫຍ່ແບບ real time. ນັບແຕ່ປີນີ້ເປັນຕົ້ນມາ, ຂະບວນລົດໄຟສາກົນເສີນຕູ ໄດ້ສືບຕໍ່ ຂະຫຍາຍຂີດ ຄວາມສາມາດການເຂົ້າເຖິງເຄືອຂ່າຍຂອງຕົນ. ໃນໄຕມາດທໍາອິດຂອງປີ 2025, ຂະບວນລົດໄຟສາກົນເສີນຕູ ເປີດແລ່ນໄດ້ 1.380 ຂະບວນ. ໃນນັ້ນ, ມີປະລິມານການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ 417.000 ໂຕນ, ເພີ່ມຂຶ້ນ 11,4% ເມື່ອທຽບໃສ່ໄລຍະດຽວກັນ; ຈຳນວນຂະບວນລົດໄຟຈີນ-ລາວເພີ່ມຂຶ້ນ 40% ເມື່ອທຽບໃສ່ໄລຍະດຽວກັນ, ໄດ້ບັນລຸ "ການເລີ່ມຕົ້ນດ້ວຍໝາກຜົນທີ່ດີ" ໃນໄຕມາດທຳອິດ.

    • ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວເສດຖະກິດ

      ສາຍການບິນຫວຽດເຈັດ ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ

      4/23/2025 12:33:40 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເປີດ 2 ເສັ້ນທາງບິນກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີ່ມິງ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.

ads
ads

Top