ໂອເປກພາລັສ ຈະຫລຸດຜ່ອນ ການຜະລິດນໍ້າມັນ

18/10/2022 15:46
Email Print 292
ຂປລ ປະເທດສະມາຊິກ ກຸ່ມໂອເປກພລັສ ຊຶ່ງເປັນ ການລວມຕົວຂອງປະເທດ ຜູ້ສົ່ງອອກ ນໍ້າມັນ ຫລື ໂອເປກ ແລະ ປະເທດ ນອກໂອເປກ ໄດ້ພາກັນ ສະແດງ ຄວາມສະໜັບ ສະໜູນ ການຕັດສິນໃຈ ຂອງກຸ່ມ ກ່ຽວກັບ ການຫລຸດກຳລັງ ການຜະລິດ ນໍ້າມັນລົງ ຢ່າງຫລວງຫລາຍ.

ຂປລ.ອ້າງ​ຕາມ​ຂ່າວ ຕ່າງປະ​ເທດ, ປະ​ເທດ​ສະມາຊິກ ​ກຸ່ມ​ໂອ​ເປ​ກພລັສ ຊຶ່ງ​ເປັນ​ ການ​ລວມ​ຕົວຂອງ​ປະ​ເທດ ຜູ້​ສົ່ງ​ອອກ ​ນໍ້າມັນ ຫລື ​ໂອ​ເປ​ກ ​ແລະ ປະ​ເທດ​ ນອກ​ໂອ​ເປ​ກ ໄດ້ພາກັນ​ ສະ​ແດງ​ ຄວາມ​ສະໜັບ ສະໜູນ ການ​ຕັດສິນ​ໃຈ​ ຂອງ​ກຸ່ມ ​ກ່ຽວກັບ ​ການ​ຫລຸດ​ກຳລັງ ​ການ​ຜະລິດ ​ນໍ້າມັນ​ລົງ ຢ່າງ​ຫລວງຫລາຍ. ​ໂດຍ​ ລັດຖະມົນຕີ ກະຊວງ ພະລັງງານ ສະຫະນະຄອນ ​ເອ​ເມ​ເຣັດ ອາຣັບ ​ໄດ້​ປະກາດ ​ຊັດ​ເຈນ​ວ່າ ການ​ຕັດສິນ​ໃຈ ​ຫລ້າສຸດ​ ຂອງ ກຸ່ມ​ໂອ​ເປ​ກ ​ເມື່ອ​ບໍ່​ດົນ​ມາ​ນີ້ ​ເລື່ອງ​ການ​ຫລຸດ ​ກຳລັງ​ ການ​ຜະລິດລົງ ວັນ​ລະ 2 ລ້ານ​ຖັງ ​ໄດ້​ຮັບ​ຄວາມ ​ເຫັນ​ດີ ດ້ວຍ​ມະຕິ​ເອກະສັນ ເປັນ​ການ​ຕັດສິນ​ໃຈ ທາງດ້ານ​ເຕັກນິກ ຢ່າງ​ແທ້​ຈິງ. ໃນຂະນະ​ທີ່ ບໍລິສັດ ​ການ​ຕະຫລາດ​ ນໍ້າມັນ​ ແຫ່ງ​ຊາດ​ ຂອງ ອີຣັກ ຖະ​ແຫລ​ງວ່າ ​ໂອ​ເປ​ກ ພາລັສ ມີ​ຄວາມ​ ເປັນ​ເອກະສັນ ຢ່າງ​ສົມບູນ ຊຶ່ງເປັນວິທີ​​ດີ​ທີ່​ສຸດ ​ໃນ​ການ​ຮັບ​ມື​ກັບ​ ຕະຫລາດ​ນໍ້າມັນ​ ໃນ​ໄລຍະ​ເວລາ ​ທີ່​ບໍ່​ແນ່ນອນ ​ແລະ ຂາດ​ຄວາມ​ຊັດ​ເຈນ ​ແລະ ອື່ນໆ./.

KPL

ຂ່າວອື່ນໆ

ads
ads

Top