“ ຕາດແຝກ” ເກີດຈາກນໍ້າກັດເຊາະໂງ່ນຫີນ

23/08/2022 14:22
Email Print 6381
ຂປລ *ເຊນ້ຳນ້ອຍຂຶ້ນຊື່ ແຫລ່ງຊັບ ພະຍາກອນປ່າໄມ້ອັນອຸດົມສົມບູນ ທີ່ເຕັມໄປດ້ວຍສັດສາວາສິ່ງ, ຊີວະນາໆພັນ ແລະ ແຫລ່ງອາຫານ ປະເພດເຄື່ອງປ່າຂອງດົງ ຢ່າງຫລວງຫລາຍ ທີ່ໜ້າສົນໃຈ ຍ້ອນແນວນັ້ນ ເຊນໍ້ານ້ອຍ ບໍ່ເປັນພຽງ ຄວາມອຸດົມສົມບູນ ຄື ດັ່ງຫລາຍທ່ານກ່າວອ້າງ ເທົ່ານັ້ນຫາກທໍາມະຊາດ ແລະ ສາຍນໍ້າ ນ້ອຍ-ໃຫຍ່ ໄດ້ກັດເຊາະຜາລານ ຫີນ ແລະ ໂງ່ນຫີນ ທີ່ມີຢູ່ມາແຕ່ດຶກດໍາບັນ ຈົນເປັນແຫລ່ງ ທ່ອງທ່ຽວ ທີ່ໜ້າມະຫັດສະຈັນຄືດັ່ງ “ຕາດແຝກ” .

*ເຊນ້ຳນ້ອຍຂຶ້ນຊື່ ແຫລ່ງຊັບ ພະຍາກອນປ່າໄມ້ອັນອຸດົມສົມບູນ ທີ່ເຕັມໄປດ້ວຍສັດສາວາສິ່ງ, ຊີວະນາໆພັນ ແລະ ແຫລ່ງອາຫານ ປະເພດເຄື່ອງປ່າຂອງດົງ ຢ່າງຫລວງຫລາຍ ທີ່ໜ້າສົນໃຈ ຍ້ອນແນວນັ້ນ ເຊນໍ້ານ້ອຍ ບໍ່ເປັນພຽງ ຄວາມອຸດົມສົມບູນ ຄື ດັ່ງຫລາຍທ່ານກ່າວອ້າງ ເທົ່ານັ້ນຫາກທໍາມະຊາດ ແລະ ສາຍນໍ້ານ້ອຍ-ໃຫຍ່ ໄດ້ກັດເຊາະຜາລານ ຫີນ ແລະ ໂງ່ນຫີນ ທີ່ມີຢູ່ມາແຕ່ດຶກດໍາບັນ ຈົນເປັນແຫລ່ງທ່ອງທ່ຽວ ທີ່ໜ້າມະຫັດສະຈັນຄືດັ່ງຕາດແຝກຕັ້ງຢູ່ຊາຍແດນ ລະຫວ່າງແຂວງເຊກອງ ແລະ ແຂວງອັດຕະປື ໄດ້ກາຍແຫລ່ງທ່ອງທ່ຽວ ຍອດນິນົມສໍາ ລັບແຂກພາຍໃນ ແລະ ຕ່າງປະເທດ. ຄວາມຈິ່ງຖ້າທ່ານໃດຕ້ອງການ ໄປຢ້ຽມຢາມທີ່ນັ້ນ ສາມາດເດີນທາງໄປໄດ້  2  ເສັ້ນທາງຄື: ຈາກແຂວງເຊກອງ ມາຕາມເສັ້ນທາງ ເລກທີ 16 ທິດໃຕ້ 15 ກິໂລແມັດ ແລ້ວແວ່ກ້ຳຊ້າຍມືເຂົ້າໄປອີກ 2 ກິໂລແມັດ, ສ່ວນອີກເສັ້ນທາງທີ 2 ແມ່ນມາແຕ່ແຂວງອັດຕະປ ເມື່ອ ກາຍສົ້ນຂົວເຊນ້ອຍ 30-40 ແມັດ ແລ້ວແວ່ກໍ້າຂວາມື ເຂົ້າໄປ 3-4 ກິ ໂລແມັດ.

ຕາດແຝກ ເກີດຈາກເຊ ນໍ້ານ້ອຍກັດໂງ່ນຫີນ ແລະ ຜາລານ ຫີນຂະຫນາດໃຫຍ່ ຈົນກາຍເປັນຮູບຂັ້ນໄດ ສູງຕໍ່າແຕກກັນອອກໄປໃນນັ້ນ ມີບາງບ່ອນກາຍເປັນ ນໍ້າຕົກຕາດຂະໜາດໃຫຍ່ ຍາວຢຽດຈາກຝັ່ງນໍ້າເບື້ອງຂວາ ຫາເບື້ອງຊາຍ ເຊິ່ງໄດ້ກາຍເປັນແຫລ່ງ ທ່ອງທ່ຽວ ທີ່ງຽບສະຫງົບ, ຮົ່ມເຢັນກັບບັນຍາກາດ ສຽງນົກ, ນໍ້າຕົກຕາດ ແລະ ກິນອາຍ ຄວາມເປັນທໍາມະຊາດ ເອື້ອອໍານວຍໃຫ້ແກ່ ນັກທ່ອງທ່ຽວມາ ພັກຜ່ອນຢ່ອນອາລົມ. ໃນເຂດແຫລ່ງທ່ອງທ່ຽວດັ່ງກ່າວ ມີສາລາອະເນກປະສົງ ຊົມທິວທັດທຳມະຊາດ ສາມາດແນມເຫັນ ນໍ້າໄຫລແຮງ ທີ່ມີຄວາມກວ້າງ ຂອງໜ້ານ້ຳໂຕນຕາດ 50 ແມັດຂຶ້ນໄປ, ພ້ອມຍັງ ຈະແນມເຫັນເຫວ, ຄັນຄູຫີນເປັນ ແກ້ງຍາວຢຽດ ຂວາງແລວນ້ຳ ເປັນເກາະແກ້ງ ຄ້ອຍຕໍ່າລັ່ນຕໍ່ກັນ ລົງມາໃສ່ເຂດຫົວເຫວ ແລ້ວເຮັດໃຫ້ ສາຍນໍ້າໄຫລເປັນ 2 ແລວຄູ່ຂະໜານກັນ ເຊິ່ງໜ້າຈະເປັນຊື່ ຂອງຕາດກໍເປັນໄດ້ ແລະ ມັນກໍໄດ້ກໍ່ໃຫ້ເກີດ ຄວາມສວຍງາມ ຈາກສາຍນ້ຳໄຫລຄູ່ກັນນັ້ນເອງ.  ເລື້ອຍໆເມື່ອມີບຸນປະເພນີ ຫລື ມື້ພັກມື້ຜ່ອນ ໃນວັນສຳຄັນຂອງພັກ, ຂອງຊາດ ແລະ ວັນເສົາ-ອາ¬ ທິດພົບວ່າ ມີຄົນຈໍານວນຫລາຍ ຫລັ່ງໄຫລເຂົ້າມາຫລິ້ນ ແລະ ແວ່ຊົມ ເຊິ່ງແຫລ່ງທ່ອງທ່ຽວ ດັ່ງກ່າວບໍ່ພຽງແຕ່ ກາຍເປັນສິ່ງດຶງດູດ ນັກທ່ອງທ່ຽວເທົ່ານັ້ນ ຫາກຍັງໄດ້ເປັນບ່ອນ ສ້າງລາຍໄດ້ ແລະ ສ້າງວຽກເຮັດງານທໍາ ໃຫ້ພໍ່ແມ່ປະຊາຊົນຢ່າງ
ແທ້ຈິງ.

ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top