ຜາຖີ່ ”ຈອມພູເປື້ອນເລືອດກາຍເປັນແຫລ່ງທ່ອງທ່ຽວອັນລືຊື່

12/07/2022 09:46
Email Print 8310
ຂປລ *ຈາກສະໜາມຮົບເທີງຈອມພູສູງ ເປື້ອນເລືອດກາຍມາເປັນເຂດທ່ອງທ່ຽວ ປະຫວັດສາດອັນອັນລືຊື່ “ ຜາຖີ່ ” ເຊິ່ງນັກທ່ອງທ່ຽວສ່ວນໃຫຍ່ ຕ້ອງການໄປສໍາຜັດ ແລະ ຢາກຮຽນຮູ້ນັ້ນເອງ.



*ຈາກສະໜາມຮົບເທີງຈອມພູສູງ ເປື້ອນເລືອດກາຍມາເປັນເຂດທ່ອງທ່ຽວ ປະຫວັດສາດອັນອັນລືຊື່ ຜາຖີ່ ເຊິ່ງນັກທ່ອງທ່ຽວສ່ວນໃຫຍ່ ຕ້ອງການໄປສໍາຜັດ ແລະ ຢາກຮຽນຮູ້ນັ້ນເອງ ດັ່ງທີ່ຮູ້ ຖ້າເບິ່ງຢ້ອນກັບ ໄປໃນປະ ຫວັດສາດ ສະໄໝຈັກກະພັດ ຜູ້ຮຸກຮານ ເຂົ້າມາມີອິດທິພົນ ໃນ ສປປ ລາວ ເວລານັ້ນ ພົບວ່າຈອມພູສູງ ຜາຖີ່ ແມ່ນໜຶ່ງໃນຈໍານວນ ພູຫລາຍໜ່ວຍ ທີ່ເປັນຍຸດທະສາດ ດ້າການທະຫານ, ຕັ້ງຢູ່ທາງພາກເໜືອ ຂອງ ປະເທດລາວ ໃນເຂດເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງໄດ້ກາຍເປັນ ສະຖານທີ່ທ່ອງທ່ຽວ ແຫ່ງໃໝ່ ປັດຈຸບັນນີ້ ເພີ່ນໄດ້ກໍ່ສ້າງຂັ້ນໄດ ໃຫ້ສໍາລັບ ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າຢ້ຽມຢາມຊົມ, ສຶກສາຄົ້ນຄົ້ວ ແລະ ຮຽນຮູ້ ປະຫວັດສາດນັ້ນເອງ ແຕ່ທາງຂຶ້ນ ອາດມີອຸປະສັກ ເພາະເປັນໂຫງ່ນຫີນ ແລະ ໜ້າຜາອັນສູງຊັນ ແລະ ຕັ້ງຫ່າງຈາກ ເທສະບານແຂວງ ປະມານ 68 ກິໂລແມັດ.



ຜູ້ຂຽນໄດ້ນໍາເອົາຂໍ້ມູນຈາກພະແນກ ຖວທ ແຂວງຫົວພັນ ມາເລົ່າສູ່ຟັງ ແບບຫຍໍ້ໆ ເພື່ອທົບຄືນ ເລື່ອງລາວເວລານັ້ນ ຜາຖີ່ ເປັນຄ້າຍທະຫານ ຂອງສະຫະລັດ ອາເມລິກາ ອະດີດລະຫວ່າງສົງຄາມ ໃນຫວຽດນາມ ແລະ ສົງຄາມໃນລາວ ເຊິ່ງເປັນທີ່ຕັ້ງ ທະຫານລັບ ຂອງສະຫະລັດອາເມລິກາ ຮູ້ຈັກກັນ ໃນຊື່ລະຫັດ ລີມາ 85 ຫລື LS-85, ຜາຖີ່ ໄດ້ຖືກຍຶດຄືນ ໂດຍກໍາລັງ ປະຕິວັດລາວ ໃນວັນທີ 10-11 ເດືອນ 3 ປີ 1968.  ຄວາມຈິງ ຜາ ຖີ່  ຕັ້ງຢູ່ເທິງພູຜາສູງ ວັດແທກຈາກ ລະດັບໜ້ານ້ຳທະເລ ປະມານ 1.700 ແມັດ  ເວລານັ້ນ ພວກຈັກກະພັດ ລ່າເມືອງຂຶ້ນ ໃຊ້ເຮືອບິນ ເຮລີຄ໋ອບເຕີເທົ່ານັ້ນ ສໍາລັບລໍາລຽງ ຂົນສົ່ງອາວຸດ ຍຸດໂທປະກອນ ແລະ ສະບຽງອາ ຫານຕ່າງໆ ຂຶ້ນໄປຕິດຕັ້ງ ປະຈໍາການຢູ່ ເທິງທີ່ນັ້ນ ໃນນັ້ນ ດ້ານຕາເວັນຕົກ ເປັນຫນ້າຜາສູງຊັນ ເກືອບ 90 ອົງສາ, ສ່ວນທິດຕາເວັນອອກ ເປັນທົ່ງພຽງ ແຕ່ກໍ່ບໍ່ສາມາດຂຶ້ນໄປໄດ້ ແຕ່ຝ່າຍກອງກໍາລັງ ປະຕິວັດລາວສາ ມາດ ບຸກຂຶ້ນໄປຍຶດໄດ້ ແລະ ສ້າງຄວາມຕົກໃຈ ໃຫ້ຝ່າຍກົງກັນຂ້າມ ບໍ່ໜ້ອຍເວລານັ້ນ.







ແນວໃດກໍດີ ຜູ້ຂຽນກໍບໍ່ຢາກເວົ້າຍາວ ດັ່ງຄໍາສຸພາສິດເພີ່ນວ່າ ນຸ່ງເສື້ອລາຍໝາເຫົ່າ ເວົ້າຄວາມເກົ່າ ມັນເລົ່າຜິດກັນ”, ຍຸກນີ້ເປັນຍຸກໃໝ່ ແລະ ເປັນຍຸກປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ຕາມທິດຂອງ ພັກ-ລັດຖະບານ ໃນການຫັນເປັນ ເສດຖະກິດຕະຫລາດ, ອຸດສາຫະກໍາທັນສະໄໝ, ພັດທະນາສີຂຽນຍືນຍົງ ແລະ ອື່ນໆ. 



ຈາກຂໍ້ມູນຂອງແຂວງຫົວພັນໄດ້ເປີດເຜີຍວ່າ: ແຫລ່ງທ່ອງທ່ຽວ ທີ່ໜ້າສົນໃຈພາຍໃນແຂວງນັ້ນ ບໍ່ສະເພາະແຕ່ຜາຖີ່ ຫາກຍັງມີແຫລ່ງທ່ອງທ່ຽວ ດ້ານປະຫວັດສາດ, ວັດທະນະທໍາ ແລະ ທໍາມະຊາດ ທີ່ໂດ່ງດັງເຊັ່ນ: ຫີນຕັ້ງ, ຖໍ້າມະຫັດສະຈັນ ຂອງທ່ານຜູ້ນໍາເຮົາ ໃນອະດີດສາມາດ ຮອງຮັບຄົນໄດ້ 20 ພັນກວ່າຄົນ, ນໍ້າຕົກສະເຫລີຍ, ອຸທິຍານແຫ່ງຊາດ ນໍ້າແອັດ-ພູເລີຍ ແລະ ອື່ນໆ.



ເມືອງຊຳເໜືອເປັນເມືອງເອກຂອງແຂວງຫົວພັນ ທັງເປັນເຂດທີ່ໝັ້ນ ຂອງການປະຕິວັດ, ຕັ້ງຢູ່ທິດເໜືອ ແລະ ຕາເວັນອອກສ່ຽງໃຕ້ ຕິດກັບ ສສ ຫວຽດນາມ, ທິດຕາເວັນຕົກສ່ຽງໃຕ້ ຕິດກັບແຂວງຊຽງຂວາງ ແລະ ທິດ ຕາເວັນຕົກຕິດກັບ ແຂວງຫລວງພະບາງ ມີເນື້ອທີ່ປະມານ 16.500 ຕາຕະລາງກິໂລແມດ, ມີພົນລະເມືອງ:  3 ແສນກວ່າຄົນ ແລະ 27 ຊົນເຜົ່າ ເຊິ່ງປະຊາຊົນສ່ວນໃຫຍ່ ເພີ່ງພາເຮັດການ ຜະລິດກະສິກໍາ-ລ້ຽງສັດ ລ້ຽງ ຊີບ ແລະ ເປັນສິນຄ້າ ເພື່ອສົ່ງອອກຫວຽດນາມ.



ເນື່ອງຈາກສະພາບເສັ້ນທາງມີຄວາມຫຍຸງຍາກໃນບາງເຂດ ແລະ ຫ່າງໄກພໍສົມຄວນ ຈາກນະຄອນຫລວງວຽງຈັນ ເຊິ່ງນີ້ໄດ້ກາຍເປັນ ປັດໄຈໜຶ່ງທີ່ທ້າທາຍ ໃນການຍົກລະດັບ ສົ່ງເສີມການທ່ອງທ່ຽວ ເພື່ອເຮັດໃຫ້ ແຂກຕ່າງ ດ້າວ ທ້າວຕ່າງເມືອງ ໄປມາສະດວກສະບາຍ, ການຄົມມະນາຄົມຂົນສົ່ງ ແຕ່ແນວໃດກໍດີ ຫວ່າງບໍ່ດົນມານີ້ ກໍມີຂ່າວດີວ່າ ທັງພາກລັດ-ເອກະຊົນ ໄດ້ຮ່ວມມືກັນ ຈະສ້າງເສັ້ນທາງດ່ວນ ຄ້າຍຄືທາງດ່ວນ ວຽງຈັນ- ວັງວຽງ ນັ້ນເອງ ແຕ່ຖ້າໂຄງການ ທາງດ່ວນວຽງຈັນ-ຊໍາເໜືອ ແຂວງຫົວພັນ ເກີດຂຶ້ນແທ້, ຜູ້ຂຽນເຊື່ອວ່າ ເສັ້ນທາງດັ່ງກ່າວ ຈະບໍ່ພຽງແຕ່ໃຫ້ຄວາມ ສະດວກສະບາຍເທົ່ານັ້ນ ຫາກຍັງຈະປ່ຽນໃບໜ້າໃໝ່ ແລະ ປະກອບສ່ວນການ ພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງຮອບດ້ານອີກດ້ວຍ.

ໂດຍ: ສອດສ່ອງ




KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top