ພັກແລ້ງ ມສ ວຽງຈັນ ເປີດການສອນບຳລຸງ ຫລາຍສາຂາວິຊາ

06/07/2018 11:36
Email Print 2161
ຂປລ ຂປລ.ໂຮງຮຽນມັດທະຍົມສຶກສາສົມ ບູນ ວຽງຈັນ (ມສ) ໄດ້ເປີດການຮຽນ -ການສອນບຳລຸງໄລຍະ ສັ້ນ (ພັກແລ້ງ), ​ ໂດຍ​ເລີ່​ມ ວັນທີ 4-22 ກໍລະກົດ 2018 ​ເພື່ອ​ເປີດ​ໂອກາດ ໃຫ້ນັກຮຽນທີ່ຈົບຊັ້ນ ມ7 ​ໄດ້​ຮັບການ​ຍົກ​ລະດັບສາຂາວິຊາ ຕ່າງໆ ເພື່ອກຽມຄວາມ​ພ້ອມ​ໃນ​ການ ​ສອບເສັງເຂົ້າມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ) ທີ່ຈະມີຂຶ້ນໃນໄວໆນີ້.

ຂປລ.ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ (ມສ)  ໄດ້ເປີດການຮຽນ-ການສອນບຳລຸງໄລຍະ ສັ້ນ (ພັກແລ້ງ), ​ ໂດຍ​ເລີ່​ມ ວັນທີ 4-22 ກໍລະກົດ 2018 ​ເພື່ອ​ເປີດ​ໂອກາດ ໃຫ້ນັກຮຽນທີ່ຈົບຊັ້ນ ມ7  ​ໄດ້​ຮັບການ​ຍົກ​ລະດັບສາຂາວິຊາຕ່າງໆ  ເພື່ອກຽມຄວາມ​ພ້ອມ​ໃນ​ການ​ສອບເສັງເຂົ້າມະຫາວິທະຍາ​ໄລ​ແຫ່ງ​ຊາດ (ມຊ)  ທີ່ຈະມີຂຶ້ນໃນໄວໆນີ້. ນອກ​ຈາກນີ້,  ຍັງ​ໄດ້​ເປີດ​ສອນ​ບຳລຸງ​​ທົ່ວ​ໄປ​ໃຫ້​ແກ່​ນັກຮຽນ ມ1-ມ7  ​ໃນ​ຫລາຍ​ສາຂາ​ວິຊາ​ນຳ​ອີກ,  ​ເຊິ່ງສອນ​ໂດຍ​ອາຈານ​ ທີ່​ມີ​ປະສົບ​ການ​ຂອງ  ມສ ວຽງຈັນ ​ແລະ ຄູ​ຮັບ​ເຊີນ​ຈາກ​ສະ​ຖາ​ບັນ​ຕ່າງໆ.

ສຳລັບ​ວິຊາ​ຮຽນບຳລຸງ ມສ ວຽງຈັນ​ ໄດ້​ກຳນົດ ຄື:  ສາຍ A ປະກອບ​ມີ ວິຊາຄະນິດສາດ, ຟີ​ຊິກ​ສາດ, ​ເຄມີ​ສາດ, ຊີວະ​ສາດ ​ແລະ ພາສາ​ລາວ-​ວັນນະຄະດີ, ຄ່າ​ຮຽນ 380.000 ກີບ;  ສາຍ B ປະກອບ​ມີ ຄະນິດສາດ, ພາສາ​ລາວ-​ວັນນະຄະດີ, ພູມ​ສາດ ​ແລະ ປະຫວັດສາດ,  ຄ່າ​ຮຽນ 300.000 ກີບ; ສາຍ C ປະກອບ​ມີ ຄະນິດສາດ, ​ເຄມີ​ສາດ, ຊີວະ​ສາດ, ພາສາ​ລາວ-​ວັນນະຄະດີ, ພູມ​ສາດ ​ແລະ ປະຫວັດ ສາດ,  ຄ່າ​ຮຽນ 380.000 ກີບ. ພ້ອມ​ນີ້, ຍັງ​ມີ​ສາຍ​ວິຊາ​ ​ແພດສາດ ປະກອບ​ມີ ຄະນິດສາດ, ​ເຄມີ​ສາດ ​ແລະ ຊີວະ​ສາດ, ຄ່າ​ຮຽນ 300.000 ກີບ.

ທ່ານ ນາງ ວຽງສຸວັນ ພະໄຊສົມບັດ  ອຳນວຍການໂຮງຮຽນ ມສ ວຽງຈັນ  ໄດ້ໃຫ້ຮູ້ວ່າ: ປັດຈຸບັນ  ມີນັກຮຽນເຂົ້າມາລົງທະບຽນຄົບທຸກສາຂາວິຊາຮຽນ  ເພື່ອກຽມເສັງເຂົ້າ ມຊ ​ເຊິ່ງມາ​ຈາກ​ຫລາຍ​ແຂວງ​ ໃນ​ທົ່ວ​ປະ​ເທດ ແລະ ຄາດ​ວ່າ​ ຈະມີນັກຮຽນມາລົງທະບຽນຮຽນເພີ່ມປະມານ 200 ກວ່າຄົນ.  ພາຍຫລັງ​ທີ່​ສຳ​ເລັດ​ການ​ບຳລຸງ ຄູ-ອາຈານ  ຈະ​ຕ້ອງ​ມີ​ການປະເມີນຜົນລະດັບຄວາມ​ຮັບ​ຮູ້  ​ເພື່ອ​ຈະ​ນຳ​ໄປ​ປັບປຸງ​ແກ້​ໄຂ​ໃນ​ປີໜ້າ,  ​ເນື່ອງ​ຈາກ​ຊຸມ​ປີຜ່ານມາ ຜົນການສອບເສັງ​ເຂົ້າ​ຮຽນມະຫາວິທະຍາ​ໄລຕ່າງໆ  ສ່ວນ​ຫລາຍ​ແມ່ນ​ນັກຮຽນທີ່​ໄດ້​ຮັບ​ການ​ບຳລຸງ​ຢູ່  ມສ ວຽງຈັນ​ ​ແລະ ​ເປັນ​ນັກຮຽນ​​ທີ່​ມີຄະ​ແນນ​ສູງ.  ສະ​ເພາະ​ນັກຮຽນທີ່​ເຂົ້າ​ບຳລຸງ​ ໃນ​ໄລຍະພັກແລ້ງນີ້, ຫາກຮຽນດີຮຽນເກັ່ງ ໃນສາຂາວິຊາ ຄະນິດສາດ, ພິຊິກສາດ, ເຄມີສາດ, ພາສາລາວ-ວັນນະຄະດີ ແລະ ພາສາອັງກິດ ຄະແນນຢູ່ໃນເກດ A ສາມາດເຂົ້າຮຽນຫ້ອງພອນສະຫວັນໄດ້,  ໂດຍບໍ່ໄດ້ຜ່ານການສອບເສັງອີກຄັ້ງ.

​ຂ່າວ: ວຽງພອນ-ພາບເກດ.

KPL

ຂ່າວອື່ນໆ

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ads
ads

Top