ສູນສອບເສັງ ມ ຕົ້ນສູນ ມສ ວຽງຈັນ ຮັບປະກັນຕາມຈຸດປະສົງເປົ້າຫມາຍ

21/06/2016 09:47
Email Print 1162
ຂປລ ການສອບເສັງຈົບຊັ້ນ ມັດທະຍົມຕົ້ນ (ມ4) ເລ່ີມຂຶ້ນ ແລະ ສຳເລັດລົງ ພ້ອມກັນ ຢ່າງຄຶກຄື້ນ ໃນທົ່ວປະເທດ ໃນວັນທີ 14-16 ມິ ຖຸນາ 2016 ເຊິ່ງຢູ່ແຕ່ລະ ສູນສອບເສັງ ໂດຍສະເພາະແມ່ນ ສູນສອບເສັງ ມສ ວຽງຈັນ ແມ່ນຮັກສາໄດ້ຄວາມເປັນ ລະບຽບຮຽບຮ້ອຍ, ຮັບປະກັນຄວາມໂປ່ງໃສ.


*
ການສອບເສັງຈົບຊັ້ນ ມັດທະຍົມຕົ້ນ (ມ4) ເລ່ີມຂຶ້ນ ແລະ ສຳເລັດລົງພ້ອມກັນ ຢ່າງຄຶກຄື້ນ ໃນທົ່ວປະເທດ ໃນວັນທີ 14-16 ມິ ຖຸນາ 2016 ເຊິ່ງຢູ່ແຕ່ລະ ສູນສອບເສັງ ໂດຍສະເພາະແມ່ນ ສູນສອບເສັງ ມສ ວຽງຈັນ ແມ່ນຮັກສາໄດ້ຄວາມເປັນ ລະບຽບຮຽບຮ້ອຍ, ຮັບປະກັນຄວາມໂປ່ງໃສ.

ທ່ານນາງ
ວຽງສຸວັນ ພະໄຊສົມບັດ ອຳນວຍການ ມສ ວຽງຈັນໄດ້ ເປີດເຜີຍໃຫ້ຮູ້ວ່າ: ສູນສອບເສັງ ມສ ວຽງຈັນ ເປັນສູນໃຫຍ່ຂອງ ນະຄອນຫລວງວຽງຈັນ ເຊິ່ງມີນັກຮຽນ ເຂົ້າຮ່ວມການສອບເສັງ ຄັ້ງນີ້ເຖິງ 1.600 ກວ່າຄົນ, ຍິງ 850  ກວ່າຄົນ,  ມີ 17 ໂຮງຮຽນເຂົ້າຮ່ວມ, ໃນນັ້ນໂຮງຮຽນເອກະຊົນ 8 ໂຮງຮຽນ, ມີຫ້ອງສອບເສັງ 81 ຫ້ອງ ແຕ່ລະຫ້ອງມີ 20 ຄົນ ແລະ ນັ່ງໂຕະລະຄົນ. ນອກຈາກນີ້ ຍັງມີຄະນະ ກຳມະການ ຍາມຫ້ອງເສັງ 167 ຄົນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດໃຫ້ການສອບເສັງ ຄັ້ງນີ້ ບັນລຸຕາມ ຈຸດປະສົງທີ່ໄດ້ວາງໄວ້.


ທ່ານນາງ ວຽງສຸວັນ
ອະທິບາຍ ຕື່ມວ່າ: ກ່ອນການສອບເສັງທາງ ໂຮງຮຽນໄດ້ມີການ ຝຶກອົບຮົມຄູອາຈານ ກ່ຽວກັບກົດລະບຽບ ການສອບເສັງ ແລະ ຂ້ໍຫ້າມຕ່າງໆ ທີ່ຂັ້ນເທິງໄດ້ວາງອອກ. ນອກ ຈາກນີ້ຍັງມີການ ຈັດການສອນບຳລຸງໃຫ້ກັບ ນັກຮຽນທີ່ຍັງມີ ຂ້ໍຄົງຄ້າງຂາດຄວາມເຂົ້າໃຈ ກ່ຽວກັບບົດຮຽນຕ່າງໆ ຈຶ່ງເຮັດໃຫ້ການສອບ ເສັງຄັ້ງນີ້ ເປັນໄປຕາມຄາດໝາຍ ເຊິ່ງນັກຮຽນ ແຕ່ລະຄົນເຂົ້າ ຫ້ອງສອບເສັງທັນເວລາ, ຄູອາຈານກໍ ປະຕິບັດກົດລະບຽບ ຢ່າງເຄັ່ງຄັດ, ​ມີການກວດກາ ກ່ອນເຂົ້າຫ້ອງ ສອບເສັງ ແລະ ພາຍໃນຫ້ອງເສັງ ເພື່ອເຮັດໃຫ້ການສອບເສັງ ມີຄວາມໂປ່ງໃສ ແລະ ມີຄຸນນະພາບ.


ເວົ້າລວມແລ້ວ ການສອບເສັງ
ຈົບຊັ້ນ ມ4 ຢູ່ໃນ ນະຄອນຫລວງວຽງຈັນ ລວມເຖິງທົ່ວປະເທດ ມີຄວາມເອກະພາບ ແລະ ບັນລຸ ຕາມຈຸດປະສົງ ຄາດໝາຍພື້ນຖານ.
KPL

ຂ່າວອື່ນໆ

    • ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍສຶກສາ-ກິລາ

      ສຳເລັດການຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ

      10/19/2026 10:06:39 AM

      ເມື່ອບໍ່ດົນມານີ້, ວິທະຍາໄລສິລະປະແຫ່ງຊາດ, ສະຖານທູດຮົງກາຣີ ປະຈຳລາວ ແລະ ສະຖາບັນ Liszt - ສູນວັດທະນະທຳຮົງກາຣີ ປະຈຳປັກກິ່ງ ໄດ້ສຳເລັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ການຂັບຮ້ອງປະສານສຽງຫຼັກສູດໂຄດາຍ (Kodály) ໂດຍມີ ທ່ານ ວິລະພັນ ຊາພູວົງ ຜູ້ອຳນວຍການວິທະຍາໄລສິລະປະແຫ່ງຊາດ, ທ່ານ László Takács ເອກອັກຄະລັດຖະທູດຮົງກາຣີ ປະຈຳ ສປປ ລາວ, ພ້ອມດ້ວຍຄູ-ອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    • ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມສຶກສາ-ກິລາ

      ມອບ-ຮັບປຶ້ມແບບຮຽນຊັ້ນປະຖົມສຶກສາ ໃຫ້ 2 ແຂວງພາກເໜືອ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

      10/15/2026 11:32:50 AM

      ລັດຖະບານອົດສະຕຣາລີ ແລະ ລັດຖະບານຍີ່ປຸ່ນ ໄດ້ມອບປຶ້ມແບບຮຽນ ແລະ ອຸປະກອນການຮຽນ-ການສອນ ສຳລັບໂຮງຮຽນປະຖົມສຶກສາ (ຊັ້ນ ປ.1-ປ.5) ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ ແລະ ແຂວງອຸດົມໄຊ ເພື່ອຊ່ວຍໃຫ້ຄູ ແລະ ນັກຮຽນສາມາດສືບຕໍ່ການຮຽນ-ການສອນໄດ້.

    • ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງສຶກສາ-ກິລາ

      ສສກ ເປີດຊຸດຝຶກອົບຮົມຫຼັກສູດ ບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ

      10/14/2026 9:40:14 AM

      ກະຊວງສຶກສາທິການ ແລະ ກິລາ ເປີດຊຸດຝຶກອົບຮົມຫຼັກສູດການບໍລິຫານ-ຄຸ້ມຄອງລັດ ສຳລັບຜູ້ບໍລິຫານລະດັບສູງ (ປະເພດ 3) ພາຍໃຕ້ການເປັນປະທານຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ບໍລິຫານການສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພະນັກງານບໍລິຫານຂັ້ນຮອງຫົວໜ້າຫ້ອງການ, ຮອງຫົວໜ້າກົມພາຍໃນກະຊວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ/ນະຄອນຫຼວງ ແລະ ຫົວໜ້າຫ້ອງການຂອງມະຫາວິທະຍາໄລ ເຂົ້າຮ່ວມ.

    • ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດສຶກສາ-ກິລາ

      ມະຫະກຳທັກສະໄວໜຸ່ມ ສົ່ງເສີມບົດບາດ ຂອງໄວໜຸ່ມລາວຕໍ່ການພັດທະນາປະເທດຊາດ

      10/13/2026 9:46:38 AM

      ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຮ່ວມກັບອົງການອຸຍນີເຊັບ ຈັດງານວາງສະແດງ ແລະ ມະຫາກຳທັກສະໄວໜຸ່ມ ພາຍໃຕ້ຫົວຂໍ້ “ການລົງທຶນໃສ່ໄວໜຸ່ມ” ໂດຍໄດ້ນຳສະແດງທັກສະ, ຄວາມຄິດສ້າງສັນ ແລະ ຄວາມເປັນຜູ້ນຳຂອງໄວໜຸ່ມລາວ, ພ້ອມທັງບົດບາດການປະກອບສ່ວນຂອງໄວໜຸ່ມ ຕໍ່ການພັດທະນາປະເທດຊາດ ໃນຂະນະທີ່ ສປປ ລາວ ກຳລັງກະກຽມກ້າວອອກຈາກສະຖານະປະເທດດ້ອຍພັດທະນາໃນເດືອນພະຈິກນີ້.

    • ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາສຶກສາ-ກິລາ

      ສານຊົມເຊີຍວັນຄູແຫ່ງຊາດ ຈາກລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ

      10/9/2026 10:32:58 PM

      ວັນທີ 5 ຕຸລາ 2026 ຜ່ານມາ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງສະຫາຍ ສະເຫຼີມໄຊ ກົມມະສິດ ໃນໂອກາດທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

ads
ads

Top